ເຈົ້າແຂວງຈໍາປາສັກ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ

09/04/2024

ເຈົ້າແຂວງຈໍາປາສັກ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ

        ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ນາງ ສຸນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໃນວັນທີ 8 ເມສາ 2024 ນີ້, ທີ່ຫ້ອງວ່າການແຂວງ, ໃນໂອກາດ ທີ່ມາເຄື່ອນໄຫວວຽກງານທີ່ແຂວງຈໍາປາສັກ.  ໃນໂອກາດນີ້, ທ່ານ ນາງ ສຸນທອນ ໄຊຍະຈັກ ໄດ້ກ່າວຈຸດປະສົງໃນການມາຍ້ຽມຢາມຄັ້ງນີ້ ແມ່ນເພື່ອຊຸກຍູ້ ການ ປະຕິບັດພາລະບົດບາດຂອງສະພາແຫ່ງຊາດໃນການຕິດຕາມກວດກາ, ຕິດຕາມການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ ສະບັບປັບປຸງປີ 2021 ແນໃສ່ຮັບປະກັນເຮັດໃຫ້ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ຄົບຖ້ວນ, ຖືກຕ້ອງຕາມກົດໝາຍທີ່ກຳນົດໄວ້

ແລະ ເພື່ອເປັນຂໍ້ມູນພື້ນຖານກະກຽມລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກໍຄືກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ເປັນບ່ອນອີງໃນການປຶກສາຫາລື ແລະ ສະເໜີພາກສ່ວນກ່ຽວ ຂ້ອງ ຄົ້ນຄວ້າມາດຕະການແກ້ໄຂ ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ ວ່າດ້ວຍຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ສະບັບເລກທີ 280/ນຍ, ລົງວັນທີ 09/8/2022 ຈາກບັນດາພະແນກການກ່ຽວ ຂ້ອງຂອງແຂວງ.  ໂອກາດດຽວກັນນີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ລາຍງານບາງວຽກງານພົ້ນເດັ່ນຂອງແຂວງ, ອົງການປົກຄອງສົມທົບກັບຝ່າຍນິຕິບັນຍັດໃນການສ້າງນິຕິກໍາລຸ່ມກົດໝາຍ, ຜ່ານມາກໍ່ໄດ້ຮັບຮອງ ແລະ ສືບຕໍ່ປະຕິບັດບັນດານິຕິກໍາຕ່າງໆ ເປັນຕົ້ນແມ່ນການຊົດເຊີຍຄ່າເຊົ່າສໍາປະທານ ໃນເຂດສໍາປະທານຂອງພາກສ່ວນທຸລະກິດ, ການປັບປຸງກົດໝາຍໃນບາງມາດຕາ ໂດຍພາຍໃຕ້ການຊີ້ນໍາຂອງສະພາ ປະຕິບັດຕາມມະນິຂອງສະພາປະຊາຊົນແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ກໍ່ຄືສອງວາລະແຫ່ງຊາດ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ