ໜ້າທີ່ ຂອງຂະແໜງຈັດຕັ້ງ ແລະ ກວດກາ

21/12/2022

ໜ້າທີ່ ຂອງຂະແໜງຈັດຕັ້ງ ແລະ ກວດກາ

ໜ້າທີ່ ຂອງຂະແໜງຈັດຕັ້ງ ແລະ ກວດກາ ມີດັ່ງນີ້:

  1. ຄົ້ນຄວ້າຫັນແນວທາງນະໂຍບາຍ, ບັນດາມະຕີ, ຄຳສັ່ງຂອງສູນກາງພັກ, ລັດຖະບານ, ຂອງແຂວງ

ແລະ ຂອງຫ້ອງວ່າການແຂວງ ກ່ຽວກັບວຽກງານຈັດຕັ້ງ ແລະ ວຽກງານກວດກາ, ເພື່ອສ້າງເປັນແຜນການ,

ແຜນງານ, ໂຄງການເຄື່ອນໄຫວຂອງຂະແໜງ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

  1. ແນະນຳ, ຕິດຕາມ ແລະ ຊຸກຍູ້ ບັນດາໜ່ວຍພັກ, ບັນດາຂະແໜງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ, ວຽກງານປ້ອງກັນພັກ-ພະນັກງານ, ວຽກກົງຈັກການຈັດຕັ້ງ, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ,

ວຽກງານກວດກາ, ວຽກງານນະໂຍບາຍ ແລະ ວຽກແຂ່ງຂັນ-ຍ້ອງຍໍ ຂອງຫ້ອງວ່າການແຂວງ.

  1. ເປັນເສນາທິການ ຊ່ວຍຄະນະພັກຮາກຖານ ໃນການກະກຽມ ແລະ ດຳເນີນກອງປະຊຸມສາມັນ, ວິສາມັນ, ດຳເນີນຊີວິດການເມືອງ, ກອງປະຊຸມໃຫຍ່, ສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງຄະນະພັກຮາກຖານຫ້ອງວ່າການແຂວງ ໃນແຕ່ລະໄລຍະ; ໂຄສະນາສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວຫ້ອງວ່າການແຂວງ ເປັນຕົ້ນ: ການຈັດຕັ້ງເຜີຍແຜ່, ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ແລະ ມະຕິ, ຄຳສັ່ງ, ພ້ອມທັງຂື້ນແຜນຈັດກອງປະຊຸມຕ່າງໆ ແລະ ເຂົ້າຮ່ວມບັນທຶກກອງປະຊຸມ.
  2. ຄົ້ນຄວ້າ, ວຽກງານຂະຫຍາຍພັກ, ຄຸ້ມຄອງສະມາຊິກພັກ, ຊີວະປະຫວັດ, ສະຖິຕິສະມາຊິກພັກເງິນສະຕິພັກ, ກາປະທັບຂອງຄະນະພັກຮາກຖານ ແລະ ການອອກບັດ-ມອບບັດສະມາຊິກພັກ; ບຳລຸງກໍ່ສ້າງພັກ-ກໍ່ ສ້າງພະນັກງານ, ຍົກສູງຄູນນະພາບຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ໃນຄວາມຮັບຜິດຊອບ ຂອງຄະນະພັກ ຮາກຖານຫ້ອງວ່າການແຂວງ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ.
  3. ຄົ້ນຄວ້າ ແລະ ກຳນົດວິທີຈັດຕັ້ງປະຕິບັດ ກ່ຽວກັບວຽກງານປ້ອງກັນພັກ-ພະນັກງານ ແຕ່ລະໄລຍະ; ປະສານສົມທົບກັບບັນດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ ເພື່ອກຳສະພາບການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ທາງດ້ານການເມືອງ, ຊີວະປະຫວັດຕິດຕາມ, ຕີລາຄາຄຸນນະພາບການນຳພາ ຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ ທີ່ຂື້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ.
  4. ຊ່ວຍຄະນະພັກຮາກຖານ, ຄະນະຫ້ອງວ່າການແຂວງ ຄົ້ນຄວ້າ, ສ້າງແຜນຍຸທະສາດກ່ຽວກັບການຄຸ້ມຄອງ ແລະ ພັດທະນາພະນັກງານ-ລັດຖະກອນ; ຄຸ້ມຄອງຊີວະປະຫວັດ, ສະຖິຕິ, ຂື້ນແຜນຕົວເລກລັດຖະກອນໃໝ່, ຈັດຕັ້ງການສອບເສັງ, ການບັນຈຸ, ເລື່ອນຊັ້ນ-ຂັ້ນ ແລະ ດັດແກ້ຊັ້ນ-ຂັ້ນເງິນເດືອນ, ຂໍ້ມູນຊີວະປະຫວັດ, ປະເມີນຜົນການປະຕິບັດວຽກງານ ແລະ ກຳນົດຕຳແໜ່ງງານ; ຄົ້ນຄວ້າການແຕ່ງຕັ້ງ, ຍົກຍ້າຍ, ການປະຕິບັດວິໄນ, ການອອກຈາກລັດຖະກອນໃນຮູບການຕ່າງໆ;  ຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຜນບຳລຸງ, ກໍ່ສ້າງ ພະນັກງານ-ລັດຖະກອນ ໃນທົ່ວຫ້ອງວ່າການແຂວງ.
  5. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງ ພິຈາລະນາກ່ຽວກັບການປະຕິບັດນະໂຍບາຍ ແລະ ການແຂ່ງຂັນ-ຍ້ອງຍໍ, ອຸດໜຸນປະເພດຕ່າງໆຕໍ່ບຸກຄົນ, ນິຕິບຸກຄົນ ຂອງບັນດາຂະແໜງ, ພະນັກງານ-ລັດຖະ ກອນ ແລະ ພະນັກງານບຳນານ ຂອງຫ້ອງວ່າການແຂວງ.
  6. ເຂົ້າຮ່ວມຕິດຕາມກວດກາ ການປະຕິບັດລະບຽບພັກ ແລະ ການເງິນພັກ ໃນຂອບເຂດການນຳພາ ຂອງຄະນະພັກຮາກຖານຫ້ອງວ່າການແຂວງ, ກວດກາສະກັດກັ້ນປະກົດການຫຍໍ້ທໍ້ ແລະ ຕ້ານການສໍ້ລາດບັງຫຼວງ ໃນການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂື້ນກັບຫ້ອງວ່າການແຂວງ, ພ້ອມທັງຕິດຕາມກວດກາຂະບວນການກໍ່ສ້າງພັກ, ຂະຫຍາຍພັກຂອງບັນດາໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ.
  7. ຕິດຕາມ, ກວດກາປະເມີນຜົນ ຢ່າງເປັນປົກກະຕິ ໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່

ແລະ ຂອບເຂດສິດຂອງບັນດາຂະແໜງທີ່ຂື້ນກັບຫ້ອງວ່າການແຂວງ.

  1. ຮັບເອກະສານການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ທີ່ຂື້ນກັບການຄຸ້ມຄອງ ຂອງຫ້ອງວ່າການແຂວງ, ສະໜອງຂໍ້ມູນໃຫ້ພາກສ່ວນກ່ຽວຂ້ອງກ່ຽວກັບຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ໃນກໍລະນີທີ່ມີການກະທຳຜິດຕໍ່ລະບຽບ ແລະ ກົດໝາຍ.
  2. ກວດກາ,ປະເມີນຜົນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ການຂື້ນແຜນ ແລະ ການນໍາໃຊ້ງົບປະມານ, ການຄຸ້ມຄອງນໍາໃຊ້ຊັບສິນ, ເງິນກອງທຶນ, ເງິນຊ່ວຍເຫຼືອລ້າທີ່ຢູ່ໃນການຄຸ້ມຄອງຂອງຫ້ອງວ່າການແຂວງ.
  3. ຄົ້ນຄວ້າຄໍາຮ້ອງ, ຄໍາສະເໜີ ຂອງພົນລະເມືອງ ແລະ ການຈັດຕັ້ງພັກ-ລັດ, ສະມາຊິກພັກ, ພະນັກ

ງານ-ລັດຖະກອນ ທີ່ຂໍຄວາມເປັນທໍາ ຫຼື ສະເໜີກ່ຽວກັບບັນຫາໃດໜຶ່ງທີ່ພົວພັນເຖິງ ການລະເມີດສິດ ແລະ ຜົນປະໂຫຍດຂອງບຸກຄົນ ຫຼື ການຈັດຕັ້ງ.

  1. ຮ່າງຂໍ້ຕົກລົງ, ບົດລາຍງານ, ບົດຄຳເຫັນ, ແຈ້ງການ ແລະ ເອກະສານທາງລັດຖະການອື່ນໆ ທີ່

ກ່ຽວຂ້ອງກັບພາລະບົດບາດຂອງຂະແໜງຕົນ ຕາມການມອບໝາຍຂອງຫ້ອງວ່າການແຂວງ;

  1. ສະຫຼຸບລາຍງານຜົນການກວດກາ ພ້ອມທັງສະເໜີມາດຕະການ ແລະ ວິທີແກ້ໄຂ ເພື່ອຂໍທິດຊີ້ນຳຈາກຂັ້ນເທິງແຕ່ລະໄລຍະ.
  2. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຂັ້ນເທິງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ