ໜ້າທີ່ ຂອງຂະແໜງກໍ່ສ້າງຮາກຖານການເມືອງ

21/12/2022

ໜ້າທີ່  ຂອງຂະແໜງກໍ່ສ້າງຮາກຖານການເມືອງ

ພາລະບົດບາດ, ໜ້າທີ່  ຂອງຂະແໜງກໍ່ສ້າງຮາກຖານການເມືອງ ຂະແໜງກໍ່ສ້າງຮາກຖານການເມືອງ ເປັນຂະແໜງໜຶ່ງຂຶ້ນກັບຫ້ອງວ່າການແຂວງ, ມີພາລະບົດບາດເປັນເສນາທິການ ໃຫ້ຄະນະພັກແຂວງ ໃນການຄົ້ນຄວ້າ, ຊຸກຍູ້, ຕິດຕາມ, ປະເມີນຜົນການຈັດຕັ້ງຜັນຂະຫຍາຍແນວທາງ, ມະຕິ, ຄຳສັ່ງຂອງພັກ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງຢູ່ພາຍໃນແຂວງ ແລະ ສະຫຼຸບວຽກງານດັ່ງກ່າວ ລາຍງານໃຫ້ຫ້ອງວ່າການສູນກາງພັກຢ່າງເປັນປົກກະຕິ ​ແລະ ​ມີໜ້າ​ທີ່​ລະອຽດ​ດັ່ງ​ນີ້: ຊ່ວຍຄະນະຫ້ອງວ່າການແຂວງ ຄົ້ນຄວ້າບັນດາມະຕິ, ຄໍາສັ່ງ ຂອງພັກ  ເພື່ອຜັນຂະຫຍາຍເປັນຮ່າງມະຕິ, ຄຳສັ່ງ, ແຜນດຳເນີນງານ ຂອງຄະນະບໍລິຫານງານພັກແຂວງ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ສະເໜີຄະນະພັກແຂວງ ພິຈາລະນາຮັບຮອງ.  ຊ່ວຍຄະນະຫ້ອງວ່າການແຂວງ ຮ່າງບັນດາແຈ້ງການ, ບົດແນະນຳ, ບົດໂອ້ລົມ, ບົດສໍາພາດ, ບົດຂ່າວ ແລະ ເອກະສານທາງລັດຖະການອື່ນໆ ໃຫ້ແກ່ການນຳຂອງແຂວງ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ.  ເປັນໃຈກາງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ປັບປຸງລະບົບການເມືອງ ຢູ່ຮາກຖານສຳນັກງານ, ອົງການ, ໂຮງຮຽນ, ໂຮງໝໍ, ວິສະຫະກິດຕ່າງໆຢູ່ອ້ອມຂ້າງແຂວງ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ຂອງບັນດາເມືອງໃນທົ່ວແຂວງ.  ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານສາມສ້າງ: ສ້າງບ້ານພັດທະນາ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມນະໂຍບາຍຂອງພັກໃນແຕ່ລະໄລຍະ.  ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ສຶກສາອົບຮົມການມືອງ-ແນວຄິດ ໃຫ້ປະຊາຊົນຊັ້ນຄົນຕ່າງໆ ເພື່ອເພີ່ມສະຕິຄວາມເປັນເຈົ້າໃນການພັດທະນາຕົນເອງ ແລະ ປະເທດຊາດ, ສະຕິເຄົາລົບ ແລະ ປະຕິບັດລະບຽບ, ກົດໝາຍ  ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ ລະຫວ່າງ ປະຊາຊົນບັນດາເຜົ່າ.  ເກັບກຳ, ສັງລວມ, ຄຸ້ມຄອງສະຖິຕິ ຂໍ້ມູນຕ່າງໆ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ທົ່ວແຂວງ, ສະຫຼຸບລາຍງານໃຫ້ຫ້ອງວ່າການແຂວງ ແລະ ສູນກາງ ປະຈຳ 3 ເດືອນ, 6 ເດືອນ ແລະ 1 ປີ.  ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ານວິຊາການ ວຽກງານກໍ່ສ້າງຮາກຖານການເມືອງ  ໃຫ້ແກ່ພະນັກງານ-ລັດຖະກອນ, ອາສາສະໝັກ ທີ່ລົງຮາກຖານ ແລະ ສ້າງບຸກຄະລາກອນກັບທີ່ ໃຫ້ອຳນາດການປົກຄອງບ້ານ ໃຫ້ເຂັ້ມແຂງ.  ຂຶ້ນແຜນງົບປະມານປະຈໍາປີ, ຄຸ້ມຄອງ, ນໍາໃຊ້ງົບປະມານທີ່ຂັ້ນເທິງອະນຸມັດ ແລະ ຊັບສົມບັດ ຂອງລັດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ຕາມລະບຽບການທີ່ໄດ້ກຳນົດໄວ້.  ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ