ໜ້າທີ່ ຂອງຂະແໜງອະນຸສາວະລີ ປະທານໄກສອນ ພົມວິຫານ

21/12/2022

ໜ້າທີ່  ຂອງຂະແໜງອະນຸສາວະລີ ປະທານໄກສອນ ພົມວິຫານ

ໜ້າທີ່  ຂອງຂະແໜງອະນຸສາວະລີ ປະທານໄກສອນ ພົມວິຫານ

 

  1. ເປັນເສນາທິການ ໃນຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດວຽກງານຮອບດ້ານ ກ່ຽວກັບວຽກງານອະນຸສາວະລີ

ປະທານໄກສອນ ພົມວິຫານ ທົ່ວແຂວງ.

  1. ຄົ້ນຄວ້າຜັນຂະຫຍາຍບັນດານິຕິກຳຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວພັນກັບວຽກງານຂອງຕົນ ເພື່ອຫັນເປັນແຜນງານ, ໂຄງການ ອັນລະອຽດໃນແຕ່ລະໄລຍະຢ່າງເໝາະສົມ ພ້ອມທັງສະຫຼຸບລາຍງານ.
  2. ເປັນເຈົ້າການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດອະນຸສາວະລີປະທານໄກສອນ ພົມວິຫານ ແລະ ຜູ້ນຳພັກ-ລັດ ທ່ານອື່ນໆພາຍໃນແຂວງ, ຢູ່ກາງແຈ້ງ, ໃນຮົ່ມໃຫ້ກາຍເປັນການສຶກສາອົບຮົມຄຸນສົມບັດສິນທຳປະຕິວັດ, ຄຸນງາມຄວາມດີ ແລະ ແບບແຜນດຳລົງຊີວິດອັນດີເດັ່ນ ໃຫ້ແກ່ພະນັກງານ-ລັດຖະກອນ,

 ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ.

  1. ໃຫ້ຄຳແນະນຳວິທີການນຳໃຊ້ ແລະ ປົກປັກຮັກສາຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ແລະ ການນຳພັກ-ລັດ ອື່ນໆທີ່ສະຖິດໄວ້ ຢູ່ຫໍຜາສາດກາງແຈ້ງ, ສະໂມສອນ ແລະ ຫ້ອງປະຊຸມ ໃຫ້ບັນດາເມືອງ, ນະຄອນ, ພະແນກການ, ກົມກອງອ້ອມຂ້າງແຂວງ ປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້ໃນທົ່ວປະເທດ.
  2. ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ທີ່ດິນ ທີ່ແຂວງກຳນົດໄວ້ເປັນເຂດປຸກສ້າງອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ການນຳພັກ-ລັດ ອື່ນໆ ໃນທົ່ວແຂວງໃຫ້ຍືນຍົງຕະຫຼອດໄປ.
  3. ເກັບກຳຂໍ້ມູນ, ປົກປັກຮັກສາປະຫວັດ, ຮູບພາບການເຄື່ອນໄຫວຕ່າງໆແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາພັກ-ລັດ ທ່ານອື່ນໆ  ໃຫ້ເປັນລະບຽບຮຽບຮ້ອຍ.
  4. ຂື້ນແຜນ, ຕິດຕາມການກໍ່ສ້າງ, ບູລະນະປະຕິສັງຂອນ, ປົກປັກຮັກສາ ແລະ ເສີມຂະຫຍາຍຂອບເຂດອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ຜູ້ນຳພັກ-ລັດທ່ານອື່ນໆ ໃນທົ່ວແຂວງ.
  5. ຕິດຕາມຄະນະຜູ້ແທນ, ອົງການຈັດຕັ້ງມະຫາຊົນ, ຊັ້ນຄົນຕ່າງໆພາຍໃນ ແລະ ຕ່າງປະເທດ ເຂົ້າວາງກະຕ່າດອກໄມ້ ທີ່ຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ແລະ ວາງພວງມະລາ ອະນຸສາວະລີ ຜູ້ນຳພັກ-ລັດທ່ານອື່ນໆ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງພັກ-ຂອງຊາດ.
  6. ສ້າງແຜນໃນການເຄື່ອນໄຫວວຽກງານ ແລະ ຄຸ້ມຄອງ ນຳໃຊ້ວັດຖຸອຸປະກອນພາຍໃນຂະແໜງໃຫ້ສອດຄ່ອງກັບກົດ ໝາຍ ແລະ ລະບຽບການ.
  7. ສົມທົບກັບຄະນະໂຄສະນາອົມຮົມແຂວງ, ໂຮງຮຽນການເມືອງ-ການປົກຄອງແຂວງ ຈັດຕັ້ງການເຜີຍແຜ່ຜົນງານການເຄື່ອນໄຫວ, ປະຫວັດມູນເຊື້ອ, ຄຸນສົມບັດສີນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ຜູ້ນຳພັກ-ລັດ ທ່ານອື່ນໆ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງພັກ, ຂອງຊາດ.
  8. ສະຫຼຸບສັງລວມ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຂະແໜງປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ໃຫ້ຂັ້ນເທິງຮັບຊາບ ໃນແຕ່ລະໄລຍະ.

ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ