ໜ້າທີ່ ຂອງຂະແໜງຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ

21/12/2022

ໜ້າທີ່ ຂອງຂະແໜງຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ

ໜ້າທີ່ ຂອງຂະແໜງຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ ມີດັ່ງນີ້: ມີໜ້າທີ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ແຈ້ງການ, ແຜນ              ການ ຢູ່ໃນບັນດາຂະແໜງທີ່ຂື້ນກັບຫ້ອງວ່າການແຂວງ, ເປັນໃຈກາງປະສານສົມທົບກັບບັນດາຂະແໜງພາຍໃນຫ້ອງວ່າການແຂວງ.  ກະກຽມເນື້ອໃນກອງປະຊຸມຄະນະຫ້ອງວ່າການແຂວງ, ກອງປະຊຸມຄະນະຫ້ອງວ່າການແຂວງ ກັບຫົວໜ້າຂະແໜງ, ພ້ອມທັງບັນທຶກກອງປະຊຸມດັ່ງກ່າວ; ມີໜ້າທີ່ສະຫຼຸບການເຄື່ອນໄຫວ ແລະ ວາງແຜນການວຽກງານໃນແຕ່ລະໄລຍະ ຂອງຫ້ອງວ່າການແຂວງ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມ ຕາມແຜນການ ແລະ ວຽກງານຈຸດສຸມ ຂອງຫ້ອງວ່າການແຂວງ.  ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສ້າງແຜນການຮັບແຂກພາຍໃນ ແລະຕ່າງປະເທດ ທີ່ມາ ຢ້ຽມຢາມກໍ່ຄືການມາເຮັດວຽກກັບຄະນະພັກ-ອົງການປົກຄອງແຂວງ,  ຮັບຜິດຊອບດ້ານພິທີການ, ການບໍລິການໃຫ້ແກ່ ຄະນະຜູ້ແທນ ຫຼື ແຂກທີ່ເຂົ້າຢ້ຽມຂໍ່ານັບການນຳຂອງແຂວງ, ເລຂາພັກແຂວງ, ເຈົ້າແຂວງ.  ຮັບຜິດຊອບວຽກງານບໍລິການຮັບໃຊ້ການນຳ, ການບໍລິການດ້ານພິທີການ ແລະ ເປັນເຈົ້າການບໍໍລິ ການຮັບໃຊ້ກອງປະຊຸມຕ່າງໆ ຂອງຄະນະພັກ-ອົງການປົກຄອງ ແລະ ຫ້ອງວ່າການແຂວງ ຈັດຂື້ນ.  ຄຸ້ມຄອງ, ບໍລິຫານຮັບ ແລະ ຈັດສົ່ງເອກະສານຂາເຂົ້າ-ຂາອອກຂອງຄະນະບໍລິຫານງານພັກແຂວງຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ ແລະ ຫ້ອງວ່າການແຂວງ  ແຈກຢາຍໄປເຖິງເປົ້າໝາຍທີ່ກ່ຽວຂ້ອງໃຫ້ຖືກຕ້ອງ, ປອດໄພ, ວ່ອງໄວ ແລະ ທັນເວລາ.  ຄຸ້ມຄອງ ແລະ ນຳໃຊ້ກາປະທັບຂອງຫ້ອງວ່າການແຂວງ ແລະ ຂອງການນຳແຂວງ ໃຫ້ຖືກຕ້ອງ ຕາມລະບຽບການ.  ຄົ້ນຄວ້າສ້າງແຜນການ ແລະ ຄຸ້ມຄອງລາຍຈ່າຍງົບປະມານປະຈຳປີ, ປະຈຳງວດ ແລະ ປະຈຳເດືອນ ແຕ່ລະພາກ, ແຕ່ລະຮ່ວງ ຕາມກົດໝາຍງົບປະມານໄດ້ກຳນົດ. ເພື່ອຮັບໃຊ້ການເຄື່ອນໄຫວວຽກງານທາງລັດຖະການຂອງຫ້ອງວ່າການແຂວງ ແລະ ການນຳຂັ້ນສູງຂອງແຂວງ.  ສ້າງ, ສັງລວມແຜນ, ອອກແບບ, ຄິດໄລ່ໂຄງການກໍ່ສ້າງ, ສິ່ງປຸກສ້າງ, ສ້ອມແປງບຳລຸງຮັກສາສຳນັກງານຫ້ອງການ, ສະໂມສອນ, ເຮືອນຮັບແຂກ, ເຮືອນການນຳ, ເຮືືອນລວມຂອງຫ້ອງວ່າການແຂວງ ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ ແລະ ຄຸ້ມຄອງງົບປະມານການໃຊ້ຈ່າຍເຂົ້າໃນການກໍ່ສ້າງພື້ນຖານຕ່າງໆ.   ຄຸ້ມຄອງ, ວາງແຜນ, ຈັດຊື້-ຈັດຈ້າງ, ບຳລຸງຮັກສາ ແລະ ຕິດຕາມກວດກາການນຳໃຊ້ຊັບສົມບັດ ຂອງລັດ, ຂອງການນຳ, ຂອງຫ້ອງວ່າການແຂວງ ໃຫ້ມີປະສິດທິຜົນ, ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ, ມີຄວາມ ປອດໄພ ແລະ ນຳໃຊ້ໄດ້ຍາວນານ.  ຂື້ນແຜນ, ຈັດຊື້, ຄຸ້ມຄອງ ແລະ ເບິກຈ່າຍເຄື່ອງອຸປະກອນຮັບໃຊ້ຫ້ອງການ ໃຫ້ບັນດາຂະແໜງ, ການຂອງຫ້ອງວ່າການແຂວງ ແລະ ການນຳຂັ້ນສູງຂອງແຂວງ ຕາມລະບຽບການ.  ຄຸ້ມຄອງ, ຈັດຕັ້ງປະຕິບັດ, ສະຫລຸບລາຍຮັບ-ລາຍຈ່າຍງົບປະມານ ແລະ ລາຍຮັບ-ລາຍຈ່າຍທີ່ໄດ້ ຈາກແຫຼ່ງເງິນອື່ນໆ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈຳປີ ຕາມລະບຽບການຂອງການເງິນ.  ຄົ້ນຄວ້າປະຕິບັດນະໂຍບາຍຕໍ່ຄະນະປະຈໍາພັກແຂວງ, ເລຂາພັກແຂວງ-ເຈົ້າແຂວງ, ຮອງເຈົ້າ ແຂວງ ໃນການເຄື່ອນໄຫວ, ຢ້ຽມຢາມ-ພັກຜ່ອນ, ກວດສຸຂະພາບ ແລະ ວຽກງານອື່ນໆ ເພື່ອນຳສະເໜີຫ້ອງວ່າການແຂວງ ໃນແຕ່ລະໄລຍະໃຫ້ສອດຄ່ອງ.  ຮ່າງຂໍ້ຕົກລົງ, ບົດລາຍງານ, ບົດຄຳເຫັນ, ແຈ້ງການ ແລະ ເອກະສານທາງລັດຖະການອື່ນໆ ທີ່ກ່ຽວຂ້ອງກັບພາລະບົດບາດຂອງຂະແໜງຕົນ ຕາມການມອບໝາຍ ຂອງຫ້ອງວ່າການແຂວງ. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ