ໜ້າທີ່ ຂອງຂະແໜງຄົ້ນຄວ້າ-ສັງລວມ

21/12/2022

ໜ້າທີ່ ຂອງຂະແໜງຄົ້ນຄວ້າ-ສັງລວມ

ໜ້າທີ່ ຂອງຂະແໜງຄົ້ນຄວ້າ-ສັງລວມ ມີດັ່ງນີ້: ຊ່ວຍການນໍາ ຄົ້ນຄວ້າຫັນແນວທາງນະໂຍບາຍຂອງພັກ ແລະ ຜັນຂະຫຍາຍມະຕິກອງປະຊຸມ ຂອງພັກ, ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ເປັນອັນລະອຽດໃນແຕ່ລະໄລຍະ; ຕິດຕາມ, ກວດກາການຈັດຕັ້ງ ປະຕິບັດ ມະຕິ, ຄຳສັ່ງຂອງສູນກາງພັກ;  ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ມະຕິ, ຄຳສັ່ງ, ຄຳແນະນຳ ຂອງຄະນະປະຈຳພັກແຂວງ; ແຈ້ງການຕົກລົງ ແລະ ຄວາມເຫັນຊີ້ນຳຕ່າງໆຂອງຂັ້ນເທິງຕໍ່ບັນດາອົງການ, ຂະແໜງ ການອ້ອມຂ້າງແຂວງ ແລະບັນດາເມືອງໃນທົ່ວແຂວງ ເພື່ອສະຫລຸບລາຍງານ, ຂໍທິດຊີ້ນຳໃຫ້ທັນເວລາ ແລະ ຖືກຕ້ອງຊັດເຈນ.  ຊ່ວຍການນຳຄົ້ນຄວ້າຫັນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ຂອງແຂວງ ແຕ່ລະໄລຍະ ເປັນແຜນວຽກຈຸດສຸມ ແລະ ໂຄງການລະອຽດຂອງອົງການປົກຄອງ ແຂວງ, ພ້ອມທັງຕິດຕາມ, ຊຸກຍູ້ ແລະ ສັງລວມສະພາບການຈັດຕັ້ງປະຕິບັດແຜນວຽກຈຸດສຸມດັ່ງກ່າວ ຂອງບັນດາ ພະແນກການ, ອົງການລັດທຽບເທົ່າພະແນກ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງ ເພື່ອລາຍງານໃຫ້ຂັ້ນເທິງ ຕາມບັນດາຂົງເຂດວຽກງານ ດັ່ງນີ້:

ຂົງເຂດເສດຖະກິດ: ວຽກງານແຜນການ ແລະການລົງທຶນ, ການເງິນ, ທະນາຄານ, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ເຕັກໂນໂລຊີ ແລະ ການສື່ສານ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ຂົງເຂດວັດທະນະທຳ-ສັງຄົມ: ວຽກງານສຶກສາທິການ ແລະ ກິລາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ-ສັງຄົມ, ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ຍຸຕິທຳ.

ຂົງເຂດການເມືອງ:ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຕ່າງປະເທດ ແລະການປົກຄອງ.

ຂົງເຂດຕຸລາການ: ສະພາປະຊາຊົນແຂວງ, ສານ ແລະ ໄອຍະການປະຊາຊົນແຂວງ.

ວຽກງານຮອບດ້ານຂອງບັນດາເມືອງ ພາຍໃນແຂວງ.

ສ້າງແຜນການດຳເນີນກອງປະຊຸມຄະນະບໍລິຫານງານພັກແຂວງ, ກອງປະຊຸມສາມັນ ຫຼື ວິສາມັນຂອງ ຄະນະປະຈໍາພັກແຂວງ,  ອົງການປົກຄອງແຂວງ, ກອງປະຊຸມເລຂາພັກແຂວງ-ຮອງເລຂາພັກແຂວງ, ກອງປະຊຸມ ເຈົ້າແຂວງ-ຮອງເຈົ້າແຂວງ ແລະ ກອງປະຊຸມອື່ນໆ, ຕິດຕາມເປົ້າໝາຍເຊີນເຂົ້າຮ່ວມ, ພ້ອມທັງປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ກະກຽມເອກະສານເນື້ອໃນກອງປະຊຸມ ເປັນຕົ້ນ: ວາລະກອງປະຊຸມ, ບົດຄວາມເຫັນເຈາະຈີ້ມ, ບົດຄວາມເຫັນສະຫລຸບກ່ຽວກັບການພິຈາລະນາຕົກລົງ ຫຼື ຊີ້ນຳ, ທັງເຂົ້າຮ່ວມຕິດຕາມ, ຮ່າງບົດບັນທຶກ ແລະ ຮ່າງມະຕິຕົກລົງຂອງກອງປະຊຸມຕາມການມອບໝາຍ.  ສ້າງແຜນການເຄື່ອນໄຫວຂອງຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ, ສະຫາຍເລຂາພັກແຂວງ-ເຈົ້າແຂວງ, ຮອງເຈົ້າແຂວງ ໃຫ້ສອດຄ່ອງກັບທິດທາງວຽກງານທີ່ກຳນົດໄວ້ ໃນມະຕິຂອງກອງປະຊຸມໃຫຍ່ແຕ່ລະສະໄໝ ແລະ ທິດທາງວຽກງານຈຸດສຸມຂອງຄະນະພັກແຕ່ລະໄລຍະ; ຕິດຕາມ ຊຸກຍູ້ ແລະ ປະສານສົມທົບກັບພະແນກການ, ບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນ ດັ່ງກ່າວໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດທິຜົນ.  ເປັນເຈົ້າການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳ ຂອງລັດຖະບານ-ຂອງແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການຂອງລັດຖະບານ-ຂອງແຂວງ ແລະ ທິດຊີ້ນຳຂອງເລຂາພັກແຂວງ-ເຈົ້າແຂວງ, ແຈ້ງການ ແລະ ໜັງສືທາງລັດຖະການ ຂອງຫ້ອງວ່າການແຂວງ ທີ່ສົ່ງເຖິງບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ບັນດາເມືອງ.  ກະກຽມເນື້ອໃນ,  ບົດສະຫຼຸບຕີລາຄາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ,  ບົດລາຍງານຂອງອົງການປົກຄອງແຂວງ, ເຈົ້າແຂວງ ຕໍ່ຄະນະປະຈຳພັກແຂວງ, ສະພາປະຊາຊົນແຂວງ, ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ແລະ ຫ້ອງວ່າການສູນກາງພັກ.  ເກັບກຳ ແລະ ສະໜອງຂໍ້ມູນຂ່າວສານ ແລະ ຕົວເລກສະຖິຕິທີ່ຖືກຕ້ອງ ແລະ ຊັດເຈນ, ສະ   ໜອງຂ່າວປະຈຳວັນ, ອາທິດ ແລະ ເດືອນ, ຄົ້ນຄວ້າວິເຄາະ, ວິໄຈສະພາບການທັງພາຍໃນ ແລະ ຕ່າງ ປະເທດ, ສະເໜີຄວາມເຫັນ, ວິທີການແກ້ໄຂ ເພື່ອລາຍງານການນຳໃຫ້ທັນການ ແລະ ມີປະສິດທິຜົນສູງ.  ຄົ້ນຄວ້າ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກຽມບົດປາໄສ, ບົດໂອ້ລົມ, ຄວາມ ເຫັນຊີ້ນຳ, ບົດສຳພາດຂ່າວຕໍ່ພາຍໃນ ແລະ ຕ່າງປະເທດ, ກວດກາຕິດຕາມການຮັບແຂກ, ການເຂົ້າຢ້ຽມຂໍ່ານັບ, ການພົບປະ, ການເຂົ້າຮ່ວມງານລ້ຽງທາງການ, ການເຂົ້າຮ່ວມກອງປະຊຸມຂອງເລຂາພັກແຂວງ-ເຈົ້າແຂວງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແລະ ຄະນະຫ້ອງວ່າການແຂວງ. ກວດກາດ້ານເນື້ອໃນ, ນິຕິໃນ, ບັນດາເອກະສານລາຍງານ ແລະ ນິຕິກຳຂອງຫ້ອງວ່າການແຂວງ, ເອກະສານນິຕິກຳຕ່າງໆ  ທີ່ສະເໜີການນຳແຂວງລົງລາຍເຊັນ: ຄົ້ນຄວ້າ, ສັງລວມຫຍໍ້ ແລະ ສະເໜີວິທີແກ້ໄຂຕໍ່ຂໍ້ສະເໜີຂອງບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕໍ່ຂັ້ນເທິງພິຈາລະນາຊີ້ນຳ ແລະ ຕົກລົງ.  ກະກຽມເຂົ້າຮ່ວມ ແລະ ບັນທຶກກອງປະຊຸມສ່ອງແສງຂອງ ປກຊ ປກສ, ເມືອງ, ນະຄອນຄະນະພັກ, ປະຈຳເດືອນຂອງຫ້ອງວ່າການແຂວງ ກັບບັນດາອົງຄະນະພັກ, ພະແນກການ, ອົງການລັດທຽບເທົ່າພະແນກ, ອ້ອມຂ້າງແຂວງ ເພື່ອກະກຽມບົດລາຍງານ ສະພາບການທີ່ພົ້ນເດັ່ນ ປະຈຳເດືອນ ແລະ ແຜນວຽກຈຸດສຸມຮອບດ້ານ ຂອງຄະນະພັກ-ອົງການປົກຄອງແຂວງ ຢ່າງເປັນປົກກະຕິ.  ເຂົ້າຮ່ວມເຄື່ອນໄຫວກວດກາປະເມີນຜົນບັນຫາຕ່າງໆນຳພະແນກການ, ອົງການລັດທຽບເທົ່າ ແລະ ບັນດາເມືອງພາຍໃນແຂວງ.  ຮ່າງມະຕິ, ຄຳສັ່ງ, ຂໍ້ຕົກລົງ, ບົດລາຍງານ, ບົດຄວາມເຫັນ, ແຈ້ງການ ແລະ ເອກະສານທາງລັດ ຖະການອື່ນໆ ທີ່ກ່ຽວຂ້ອງກັບການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະປະຈຳ, ເຈົ້າແຂວງ ກ່ຽວກັບການອຳນວຍຄວບຄຸມ, ຄຸ້ມຄອງຂອງຄະນະພັກ, ອົງການປົກຄອງແຂວງ, ເຈົ້າແຂວງ ຕາມການມອບໝາຍຂອງຫົວໜ້າຫ້ອງວ່າການແຂວງ, ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຂັ້ນເທິງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ