ນະຄອນດານັງ ແລະ ແຂວງກວາງບິງ ສສ ຫວຽດນາມ ອວຍພອນການນຳແຂວງຈຳປາສັກ

03/04/2024

ນະຄອນດານັງ ແລະ ແຂວງກວາງບິງ ສສ ຫວຽດນາມ ອວຍພອນການນຳແຂວງຈຳປາສັກ

        ໃນວັນທີ 1 ເມສາ 2024 ຜ່ານມາ, ທີ່ຫ້ອງວ່າການແຂວງ ຈໍາປາສັກ. ຄະນະຜູ້ແທນນະຄອນດານັງ ສສ ຫວຽດນາມ ນຳໂດຍ ທ່ານ ເລ ຈຸງ  ຈິງ ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນດານັງ ໄດ້ເດີນທາງມາຢ້ຽມຢາມແຂວງຈຳປາສັກ ແລະ ຖືໂອກາດດັ່ງກ່າວ ອວຍພອນປີໃໝ່ປະເພນີລາວ ພສ 2567 ໂດຍມີ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ການນຳແຂວງຈຳປາສັກ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.  ໂອກາດນີ້, ທ່ານ ສະນັ່ນ ສີພາພົມມະຈັນ ໄດ້ສະແດງການຕ້ອນຮັບ ພ້ອມທັງຂອບໃຈຕໍ່ການມາຢ້ຽມຢາມ, ອວຍພອນ ຂອງ ຄະນະຜູ້ແທນນະຄອນດານັງ ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ເລ ຈຸງ  ຈິງ ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນດານັງ ເປັນການນໍາເອົາພອນໄຊອັນປະເສີດ ມາສູ່ແຂວງຈໍາປາສັກຂອງພວກເຮົາ ສະແດງໃຫ້ເຫັນເຖິງ ໄມຕີຈິດ ມິດຕະພາບ, ໃກ້ຊິດສະໜິດແໜ້ນ, ພ້ອມນັ້ນ ຜູ້ແທນສອງຝ່າຍ ຍັງໄດ້ຕີລາຄາສູງ ການຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມືເຊີ່ງສະແດງອອກເຖິງຄວາມສໍາເລັດໃນການພົວພັນຮ່ວມມືມິດຕະພາບ ຢ່າງຮອບດ້ານ 

ແລະ ເນື່ອງໃນໂອກາດປີໃໝ່ປະເພນີລາວ, ພສ 2567 ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ ຂອງປວງຊົນລາວທັງຊາດ ຂໍອວຍພອນໄຊອັນປະເສີດມາຍັງຄະນະຜູ້ແທນນະຄອນດານັງ ແລະ ສາຍພົວພັນມິດຕະພາບ, ຄວາມສະມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ນະຄອນດານັງ ຈົງໝັ້ນຄົງທະນົງແກນ ຕະຫຼອດການລະນາ ແລະ ໃນວັນດຽວກັນນັ້ນ, ການນຳແຂວງຈຳປາສັກ ຍັງໄດ້ຕ້ອນຮັບ ການມາຢ້ຽມຢາມ ແລະ ອວຍພອນປີໃໝ່ລາວ ຂອງ ຄະນະຜູ້ແທນແຂວງ ກວາງບິງ ເຊິ່ງນຳໂດຍ ສະຫາຍ ເຈີ່ນ ຮ່າຍເຈົາ ຮອງເລຂາຜູ້ປະຈໍາການ ຄະນະພັກແຂວງ ປະທານສະພາປະຊາຊົນແຂວງກວາງບິງ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ