ການນໍາແຂວງຈຳປາສັກ ວາງພວງມາລາ ໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 69 ປີ

26/03/2024

ການນໍາແຂວງຈຳປາສັກ ວາງພວງມາລາ ໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 69 ປີ

        ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ, ໃນຕອນເຊົ້າວັນທີ 22 ມີນາ 2024 ທີ່ຜ່ານມານີ້, ຄະນະພັກ-ອົງການປົກຄອງແຂວງ ຈໍາປາສັກ ເຊິ່ງນໍາໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບ

ເພື່ອເປັນການສະແດງຄວາມເຄົາລົບຮັກ, ລະນຶກເຖິງຄຸນງາມຄວາມດີ ແລະ ຮູ້ບຸນຄຸນ ຕໍ່ຜູ້ນຳ, ສະຫາຍສະມາຊິກພັກ, ພະນັກງານນັກຮົບ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ສະຕິປັນຍາ ໃຫ້ແກ່ພາລະກິດປະຕິວັດ ແລະປະເທດຊາດ ອັນນຳຄວາມສົມບູນພູນສຸກ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ໄດ້ຊີ້ນໍາ - ນໍາພາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ  ເປັນແບບຢ່າງໃນການດຳລົງຊີວິດ ປອດໃສ ແລະ ຂ່າວສະອາດ, ເປັນບົດຮຽນອັນປະເສີດໃຫ້ຄົນລຸ້ນຫລັງ ໄດ້ຮຽນຮູ້ ແລະ ປະຕິບັດຕາມ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ