ຄະນະຜູ້ແທນແຂວງກວາງຈິ ສສ ຫວຽດນາມ ຢ້ຽມຢາມແຂວງຈໍາປາສັກ

21/03/2024

ຄະນະຜູ້ແທນແຂວງກວາງຈິ ສສ ຫວຽດນາມ ຢ້ຽມຢາມແຂວງຈໍາປາສັກ

        ໃນວັນທີ 19 ມີນາ 2024 ຜ່ານມານີ້. ທ່ານ ເລ ກວາງ ຕຸ່ງ ກໍາມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ໄດ້ນຳພາຄະນະຜູ້ແທນແຂວງກວ້າງຈິ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຈໍາປາສັກ ແລະ ຖືໂອກາດດັ່ງກ່າວ ອວຍພອນປີໃໝ່ລາວ ພສ 2567 ທີ່ໃກ້ຈະເຖິງນີ້, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງທີ່ຕ້ອນຮັບ ຄະນະຜູ້ແທນແຂວງກວ້າງຈິ ສສ ຫວຽດນາມ ທີ່ນຳໂດຍ ທ່ານ ເລ ກວາງ ຕຸ່ງ ກໍາມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ໄດ້ສະແດງໃຫ້ເຫັນເຖິງ ໄມຕີຈິດ ມິດຕະພາບ, ຄວາມໃກ້ຊິດສະໜິດແໜ້ນ, ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງການຈັດຕັ້ງປະຕິບັດ ການພົວພັນຮ່ວມມືມິດຕະພາບ ຢ່າງຮອບດ້ານ ລະຫວ່າງ ແຂວງຈຳປາສັກ ສປປ ລາວ ແລະ ແຂວງກວ້າງຈິ ສສ ຫວຽດນາມ. ຜ່ານມາ ແມ່ນມີການພົວພັນ ຮ່ວມມືກັນ ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ທີ່ມີໃນຂົງເຂດຕ່າງໆ ເພື່ອຮ່ວມມືກັນຊຸກຍູ້ການພັດທະນາ ບໍ່ວ່າຈະເປັນ ດ້ານການເມືອງ, ການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ານການລົງທຶນ-ການຄ້າ ລະຫວ່າງສອງຝ່າຍ. ແລະ ໃນໂອກາດປີໃໝ່ລາວ ພສ 2567 ທີ່ໃກ້ຈະເຖິງນີ້, ໃນການພົບປະ  ຜູ້ແທນສອງຝ່າຍ ຍັງໄດ້ອວຍພອນໄຊອັນປະເສີດເຊິ່ງກັນ ແລະ ກັນ ແລະ ອວຍພອນແດ່ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ສປປ ລາວ ແລະ ແຂວງກວ້າງຈິ ສສ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກນ ຕະຫຼອດການລະນາ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ