ເຈົ້າແຂວງຈໍາປາສັກ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ

18/03/2024

ເຈົ້າແຂວງຈໍາປາສັກ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ

        ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 14 ມີນາ 2024 ນີ້, ທີ່ຫ້ອງວ່າການແຂວງ, ໃນໂອກາດ ທີ່ມາເຄື່ອນໄຫວວຽກງານທີ່ແຂວງຈໍາປາສັກ.  ໃນໂອກາດນີ້, ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງການຕ້ອນຮັບ ແລະ ສະແດງຄວາມຂອບໃຈ ມາຍັງການນຳກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໄດ້ເອົາໃຈໃສ່ ໃນການຊີ້ນໍາ-ນໍາພາ ຮອບດ້ານ, ຊຸກຍູ້ວຽກງານຊັບສິນທາງປັນຍາ, ສົ່ງເສີມ ການຮ້ອງຂໍຈົດທະບຽນ ແລະ ອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ, ພ້ອມນັ້ນ ທ່ານເຈົ້າແຂວງຈໍາປາສັກ ຍັງໃຫ້ຮູ້ເຖິງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະທີ່ຜ່ານມາ, ທ່າແຮງຂອງແຂວງ ວຽກງານອຸດສາຫະກຳປຸງແຕ່ງ, ໄຟຟ້າ, ການສົ່ງອອກສິນຄ້າ,ການຜະລິດກະສິກຳ ກຸ້ມຕົນເອງ ເຊິ່ງວຽກດັ່ງກ່າວ ແມ່ນວຽກສໍາຄັນທີ່ຊຸກຍູ້ສົ່ງເສີມໃຫ້ແກ່ການຂະຫຍາຍຕົວເສດຖະກິດສັງຄົມຂອງແຂວງ ດີຂື້ນເປັນກ້າວໆ. ແລະ ໃນໂອກາດ ມາ ເຄື່ອນໄຫວວຽກງານທີ່ແຂວງຈໍາປາສັກ ໃນຄັ້ງນີ້ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມ ຂອບໃຈ, ພ້ອມທັງກ່າວຈຸດປະສົງຂອງການເຄື່ອນໄຫວວຽກທີ່ແຂວງຈໍາປາສັກໃນຄັ້ງນີ້ ກໍ່ເພື່ອຊຸກຍູ້ສົ່ງເສີມ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຊັບສິນທາງປັນຍາ, ເຊິ່ງ ກົມຊັບສິນທາງປັນຍາຈະໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການແບ່ງຂັ້ນຄຸ້ມຄອງໃນການຮັບຄໍາຮ້ອງຂໍຈົດທະບຽນ ແລະ ອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ການແກ້ໄຂຂໍ້ຈັດແຍ້ງຊັບສິນທາງປັນຍາທາງດ້ານບໍລິຫານ ທີ່ແຂວງຈໍາປາສັກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ