ອະດີດປະທານປະເທດ ໂອ້ລົມການນໍາບັນດາແຂວງ ພາກໃຕ້

18/03/2024

ອະດີດປະທານປະເທດ ໂອ້ລົມການນໍາບັນດາແຂວງ ພາກໃຕ້

        ທ່ານ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນຳ 3 ແຂວງ ພາກໃຕ້, ໃນວັນທີ 13 ມີນາ 2024 ຜ່ານມານີ້, ທີ່ຫ້ອງວ່າການແຂວງຈຳປາສັກ.ໂດຍການຕ້ອນຮັບ ຂອງ  ທ່ານ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຄະນະນຳ, ການນຳແຂວງ ສາລະວັນ, ເຊກອງ ແລະ ແຂວງ ຈຳປາສັກ ເຂົ້າຮ່ວມ.  ໂອກາດນີ້, ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ຍ້ອງຍໍຊົມເຊີຍຄະນະພັກ - ອົງການປົກຄອງແຂວງ ເຫັນໄດ້ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ການປະຕິບັດ ວາລະແຫ່ງຊາດ ທີ່ມີຫຼາຍດ້ານປະຕິບັດໄດ້ດີ,

ພ້ອມນັ້ນ, ທ່ານ ອະດີດເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສ ປປ ລາວ ຍັງໄດ້ ເນັ້ນໃຫ້ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ອົງຄະນະພັກແຂວງຂອງພວກສະຫາຍໃຫ້ເຂົ້າສູ່ລວງເລິກ; ຖື ເປັນເຄື່ອງມືສຳຄັນ ເພື່ອແກ້ໄຂບັນຫາ. ສືບຕໍ່ຕັ້ງໜ້າບຸກບືນສ້າງການຫັນປ່ຽນ ທີ່ແຂງແຮງ ແລະຮອບດ້ານໃນທຸກຂົງເຂດວຽກງານ; ເອົາໃຈໃສ່ດ້ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍັງຍາກດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ການພັດທະນາເສດຖະກິດ-ສັງຄົມ  ຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ການດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ຕິດພັນກັບການປຸງແຕ່ງ, ການຕະຫຼາດ ຕາມທ່າແຮງຕົວຈິງຂອງແຂວງ ໂດຍກຳນົດຕາມຈຸດພິເສດ, ຊຸກຍູ້ການພັດທະນາຫົວໜ່ວຍທຸລະກິດ ເລີ່ມຈາກເສດຖະກິດຄອບຄົວ ສ້າງເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ໄປຕາມມາດຕະຖານເງື່ອນໄຂຂອງແຕ່ລະ ທ້ອງຖິ່ນ. 

ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ການນຳແຂວງ ສາລະວັນ ແລະ ເຊກອງ ໄດ້ລາຍງານໃຫ້ ທ່ານອະດີດເລຂາທິການໃຫ່ຍ ອະດີດປະທານປະເທດ ໄດ້ຮັບຟັງກ່ຽວກັບ ສະພາບລວມ ການນຳພາຊຸກຍູ້ທຸກພາກສ່ວນ ສ້າງຂະບວນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ແລະ ຂອງແຂວງ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ