ເປີດງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກມໍລະດົກໂລກ ປະຈຳປີ 2024

23/02/2024

ເປີດງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກມໍລະດົກໂລກ ປະຈຳປີ 2024

        ພິທີເປີດງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ມໍລະດົກໂລກ ປະຈໍາປີ 2024 ໄດ້ມີຂຶ້ນໃນຄໍ່າຄືນຂອງວັນທີ 22 ກຸມພານີ້.ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມພັນລະຍາ, ມີການນຳຈາກສູນກາງ, ການນໍາຂອງແຂວງຈໍາປາສັກ, ບັນດາທູດຕ່າງປະເທດ ປະຈໍາລາວ, ບັນດາແຂວງ ຈາກ ສສ ຫວຽດນາມ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ ຕະຫຼອດຮອດມວນຊົນ ເຂົ້າຮ່ວມ. ທ່ານ ວິໄລລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກ່າວໃນງານວ່າ: ງານບຸນນະມັດສະການ ຜາສາດຫີນວັດພູ ແມ່ນຈັດຂຶ້ນໃນທຸກໆ ປີ ໃນມື້ຂຶ້ນ 15 ຄ່ຳ ເດືອນ 3 ເຊິ່ງການຈັດງານປີນີ້ແມ່ນໃນທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ພວມຕັ້ງໜ້າ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກແຂວງ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຂວງ ຕິດພັນ ກັບການອອກແຮງແຂ່ງຂັນ ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະ ຫຼອງວັນເກີດຂອງ ທ່ານ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ການເປີດປີທ່ອງທ່ຽວ ລາວ ປີ 2024. ພັກ ແລະ ລັດຖະບານ ກໍຄືແຂວງຈໍາປາສັກ ໄດ້ເອົາໃຈ ໃສ່ ໃນການກະກຽມຈັດພິທີ ເປີດງານບຸນນະມັດສະການຜາສາດຫີນວັດ ພູໃນທຸກໆປີ, ເຊິ່ງສະຖານທີ່ດັ່ງກ່າວ ເປັນແຫຼ່ງອະລິຍະທຳບຸຮານທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າເປັນມໍລະ ດົກໂລກ ໃນຄັ້ງວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງຊາດລາວເຮົາ ມາແຕ່ສະໄໝບຸນຮານນະການ, ສະຖານທີ່ມໍລະດົກໂລກວັດພູຈຳປາສັກແຫ່ງນີ້ ແມ່ນໄດ້ ຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 5 ແຫ່ງຄິດຕະສັກກະຫຼາດ ເຊິ່ງໄດ້ມີການສືບຕໍ່ບູລະນະປະຕິສັງຂອນ ແລະ ຈັດງານສັກກາລະບູຊາມາໃນແຕ່ລະໄລຍະ ຈິ່ງໄດ້ຄ່ອຍປັບປ່ຽນມາເປັນງານບຸນ ສໍາຄັນທາງດ້ານພະພຸດທະສາສະໜາ ໂດຍເປັນວັນມາຄະບູຊາ ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ຈົນຮອດປັດຈຸ ບັນນີ້. ໃນໄລຍະຜ່ານມາ ທາງອົງການປົກຄອງແຂວງຈຳປາສັກ ໄດ້ປະຕິບັດຕາມທິດຊີ້ນໍາຂອງລັດດຖະບານ ແລະ ອົງການກ່ຽວ ຂ້ອງ ໄດ້ເອົາໃຈໃສ່ໃນການປົກປັກຮັກສາ, ເພີ່ມທະວີຄຸນຄ່າ ຂອງມໍຣະດົກໂລກວັດພູຈຳປາສັກ, ຄຸນຄ່າຮ່ອງຮອຍທາງດ້ານ ປະຫວັດສາດ ແລະ ບູລະນະປະຕິສັງຂອນ ສະຖານທີ່ວັດພູມໍລະ ດົກໂລກ ບໍ່ໃຫ້ມີການເປ້ເພ ແລະ ຊຸດໂຊມ ພ້ອມກັນນັ້ນກໍ່ໄດ້ ສົ່ງເສີມໃຫ້ມີການຈັດກິດຈະຕ່າງໆ ໃນຂອບເຂດວັດພູມໍລະດົກ ໂລກເມືອງບູຮານ ເປັນຕົ້ນ: ບຸນນະມັດສະການຜາສາດຫີນວັດພູ, ການຈັດພິທີສະເຫຼີມສະຫຼອງວັນໂຍຄະໂລກ ແລະ ອື່ນໆ ເພື່ອເປັນການໂຄສະນາໃຫ້ສາກົນໄດ້ຮັບຮູ້ ທັງເປັນການດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ກາບໄຫວ້ ສັກກາລະບູຊາ ໃນສະຖານທີ່ທີ່ມີຊື່ສຽງແຫ່ງນີ້; ພິເສດ ປີ 2024 ລັດຖະບານໄດ້ຮັບຮອງເອົາບຸນນະມັດສະການ ຜາສາດຫີນວັດພູ ມໍລະດົກໂລກ ເປັນການເປີດປີທ່ອງທ່ຽວລາວ ຂອງແຂວງຈຳປາສັກ. ພ້ອມນີ້ບັນດາທ່ານການນຳກໍຄືມວນຊົນ ຍັງໄດ້ຊົມການສະແດງສິລະປະວັນນະຄະດີ ແລະ ລະຄອນຢ້ອນຍຸກທີ່ມີເນື້ອໃນສະແດງໃຫ້ເຫັນເຖິງປະຫວັດການກໍ່ສ້າງວັດພູຈໍາປາສັກ ຊຶ່ງເປັນສະຖານບູຮານທີ່ສໍາຄັນແຫ່ງນີ້. ຈາກນັ້ນກໍເຂົ້າສູ່ພິທີທາງສາສະໜາເພື່ອເປັນສີລິມຸງຄຸນຕື່ມອີກ ແລະ ງານບຸນນະມັດສະການຜາສາດຫີນວັດພູ ຕິດພັນກັບການເປີດປີທ່ອງທ່ຽວລາວ ຂອງແຂວງຈຳປາສັກ ແມ່ນຈະດຳເນີນແຕ່ວັນທີ 22-24 ກຸມພາ 2024.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ