ຈຳປາສັກ ເປີດວາງສະແດງ-ຈໍາໜ່າຍສິນຄ້າໃນສັບປະດາທ່ອງທ່ຽວຈໍາປາສັກ ປີ 2024

23/02/2024

ຈຳປາສັກ ເປີດວາງສະແດງ-ຈໍາໜ່າຍສິນຄ້າໃນສັບປະດາທ່ອງທ່ຽວຈໍາປາສັກ ປີ 2024

        ພະແນກອຸດສາຫະກຳ ແລະ ການຄ້າແຂວງຈໍາປາສັກ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນສັບປະດາທ່ອງທ່ຽວຈໍາປາສັກ ປີ 2024 ໃນວັນທີ 19 ກຸມພາ 2024 ຢູ່ສະໜາມແດງ ນະຄອນປາກເຊ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າ ແຂວງຈໍາປາສັກ, ທ່ານ ສາຍທອງ ໄຍຊະວົງ ປະທານສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວ ຂ້ອງ, ນັກທຸລະກິດ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້, ເປັນກິດຈະກຳໜຶ່ງທີ່ນອນໃນການເປີດປີທ່ອງທ່ຽວ 2024 ທີ່ແຂວງຈໍາປາສັກ ແນໃສ່ໂຄສະນາ ຜະລິດຕະພັນສິນຄ້າ, ກະຕຸ້ນການຕະຫລາດ ພາຍໃນໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງທາງດ້ານການປຸງແຕ່ງ, ການຜະລິດ, ການອອກແບບ ແລະ ອື່ນໆ.
 
 
ງານຄັ້ງນີ້ ມີຫ້ອງວາງສະແດງສິນຄ້າ ທັງໝົດ 60 ຫ້ອງ ປະກອບມີ: ອາຫານທົ່ວໄປ 25 ຫ້ອງ, ອາຫານ-ເຄື່ອງດື່ມ ແລະ ຟັງເພງ (ໂຟກຊອງ) 15 ຫ້ອງ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) 20 ຫ້ອງ, ມີ 16 ຫົວໜ່ວຍ ຄື: ຫ້ອງວາງສະແດງຕ່າງປະເທດ 1 ຫ້ອງ ຈາກຣາຊະອານາຈັກກຳປູເຈຍ, ພະແນກຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 2 ຫ້ອງ, ຫ້ອງວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) 10 ຫ້ອງ, ຫ້ອງວາງສະແດງໂຮງງານອຸດສາຫະກຳປຸງແຕ່ງພາຍໃນແຂວງ 4 ຫ້ອງ ປະກອບມີໂຮງງານຜະລິດກະເບື້ອງ ກາມ້າຄຳ, ໂຮງງານທໍ່ຫົງຄຳ, ໂຮງງານປາສຕິກ ແລະ ຫ້ອງວາງສະແດງສະມາຄົມຫັດຖະກຳແຂວງ 3 ຫ້ອງ.
 
 
ສໍາລັບ ສິນຄ້າທີ່ເຂົ້າມາຮ່ວມວາງສະແດງ ແລະ ຈໍາໜ່າຍໃນງານຄັ້ງນີ້ ປະກອບມີ: ຜະລິດຕະພັນສິນຄ້າກະສິກໍາ-ອຸດສາຫະກໍາປຸງແຕ່ງ ເຊັ່ນ: ກາເຟ, ຊາ, ພືດຜັກ, ອາຫານ, ນໍ້າດື່ມ, ເຄື່ອງຫັດຖະກໍາຈັກສານໄມ້ປ່ອງ-ຫວາຍ, ຜ້າຝ້າຍ, ຝ້າໄໝ, ສິນຄ້າໂອດັອບ, ໂຄສະນາແຫລງທ່ອງທ່ຽວ, ພ້ອມດ້ວຍສິນຄ້າທີ່ເປັນທ່າແຮງຂອງແຂວງ ແລະ ອື່ນໆ ລວມມູນຄ່າປະມານ 2,5 ຕື້ກີບ, ຄາດຄະເນຈະມີເງິນໝູນວຽນ ໃນແຕ່ລະວັນ ປະມານ 250 ລ້ານກີບ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ