ຍ່າງເພື່ອສຸຂະພາບເພື່ອເປັນການສະເຫຼີມສະຫຼອງວັນເກີດປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ

09/02/2024

ຍ່າງເພື່ອສຸຂະພາບເພື່ອເປັນການສະເຫຼີມສະຫຼອງວັນເກີດປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ

        ແຂວງຈຳປາສັກ ໄດ້ຈັດພີທີຍາງເພື່ອສຸຂະພາບເພື່ອເປັນການສະເຫຼີມສະຫຼອງວັນເກີດທ່ານຄຳໄຕ ສີພັນຕອນ ຄົບຮອບ100ປີ.(8/2/1924-8/2/2024) ເຊິ່ງພິທີໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 8 ກຸມພາ 2024 ນີ້,ໂດຍການເຂົ້າຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ຫົວໜ້າພະແນກການ ກົມກອງ, ຕະຫຼອດຮອດ ພະນັກງານ ລັດຖະກອນ ແລະ ມວນຊົນພາຍໃນແຂວງຈຳປາສັກ ເຂົ້າຮ່ວມຢາງພ້ອມພຽງ.  ໃນພິທີ, ທ່ານ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ກ່າວວ່າ: ຈຸດປະສົ່ງຂອງການຍ່າງເພື່ອສຸຂະພາບໃນຄັ້ງນີ້ແມ່ນເພື່ອສະເຫຼີມສະຫຼອງວັນເກີດຂອງປະທານຄຳໄຕ ສິພັນດອນຄົບຮອບ100ປີ, ເຊິ່ງ ປະທານຄຳໄຕ ສີພັນດອນແມ່ນໜື່ງໃນບັນດາຜູ້ນໍາຮຸ້ນທຳອິດຂອງການປະຕິວັດລາວໄດ້ຮ່ວມກັບຜູ້ນໍາທ່ານອື່ນໆນໍາພາພາລະກິດຕໍ່ສູ້ປົດປອຍປະເທດຊາດອອກຈາກແອກປົກຄອງຂອງຈັກກະພັດລາເມືອຂື້ນແບບເກົ່າແລະແບບໃໝ່ກໍຄືພາລະກິດປົກປັກຮັກສາແລະສ້າງສາປະເທດຊາດ ເພີ່ນເປັນຜູ້ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ເສຍສະຫຼະທຸກສິ່ງຢ່າງ ອຸທິດສະຕິປັນຍາແລະກຳລັງວັງຊາຢ່າງບໍຮູ້ອິດ ຮູ້ເໜື່ອຍ, ຄຽງບ່າຄຽງໄລກັບປະທານໄກສອນພົມວິຫານແລະຜູ້ນໍາຄົນອື່ນໆຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫ່ຍຂະຫຍາຍຕົວແລຍາດໄດ້ໄຊ້ຊະນະຢ່າງຕໍ່ເນື່ອງແລະຍາດໄດ້ຜົນສຳເລັດຢ່າງມີໄຊແລະນໍາພາປະເທດຊາດກ້າວຂື້ນສູ່ຈຸດໜາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ