ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 12 ສະໄໝທີ VIII

09/02/2024

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 12 ສະໄໝທີ VIII

        ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງຈໍາປາສັກ ຄັ້ງທີ 12 ສະໄໝທີ VIII, ໄດ້ຈັດຂື້ນໃນ ວັນທີ 7 ກຸມພາ 2024 ຜ່ານມາ, ທີ່ຫ້ອງວ່າການແຂວງຈຳປາສັກ. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີ ສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກ-ໜ່ວຍພັກຮາກຖານ ພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.  ໃນໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄຳ ກ່າວວ່າ ກອງປະຊູມນີ້ ພວກເຮົາຈະໄດ້ພ້ອມກັນຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ VIII, ໂດຍສະເພາະແມ່ນການນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປະຈຳປີ 2023 ທີ່ຜ່ານມາ, ຄົ້ນຄວ້າ ຕີລາຄາການນຳພາ ແລະ ໃຫ້ທິດຊີ້ນໍາຕໍ່ກັບວຽກງານໃນບາງຂະແໜງການ ຈຳນວນໜຶ່ງ; ເຊິ່ງບັນດາເນື້ອໃນ ຫົວຂໍ້ ທີ່ນຳເຂົ້າລາຍງານ ໃນກອງປະຊຸມຄັ້ງນີ້ ເຫັນວ່າມີຄວາມສໍາຄັນ ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງ ຂອງອົງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ.        ພ້ອມນີ້, ບັນຫາທີ່ສໍາຄັນ ພວກເຮົາຈະໄດ້ພ້ອມກັນ ດຳເນີນຊີວິດການເມືອງ, ສໍາຫຼວດ ກວດກາ, ການນໍາພາ-ຊີ້ນໍາລວມ, ສໍາຫຼວດກວດກາຄວາມຮັບຜິດຊອບການເມືອງຂອງບຸກຄົນ ໃນການນຳພາ-ຊີ້ນຳ ຜັນຂະຫຍາຍ ແລະການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄືມະຕິ, ຄໍາສັ່ງ ຂອງສູນກາງພັກ, ຂອງອົງຄະນະພັກແຂວງ ເພື່ອຊີ້ໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງປັບປຸງແກ້ໄຂໃນຕໍ່ໜ້າ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດວຽກງານ. ກອງປະຊຸມ ຄົບຄະນະໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 3 ວັນ (7-9 ກຸມພາ 2024);  

ເພື່ອເຮັດໃຫ້ກອງປະຊຸມ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄົບຄະນະຂອງພວກເຮົາໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ພ້ອມກັນປະກອບຄໍາຄິດ ຄຳເຫັນຢ່າງກົງໄປກົງມາ, ຕໍ່ບັນດາຮ່າງ ເອກະສານ ແລະ ບົດລາຍງານໃນຫົວຂໍ້ຕ່າງໆ, ໂດຍຍົກໃຫ້ເຫັນຜົນສຳເລັດ, ບັນຫາທີ່ຄົງຄ້າງ, ທິດທາງວຽກງານຈຸດສຸມ, ຄາດໝາຍ ແລະ ມາດຕະການ, ວິທີການຈັດຕັ້ງປະຕິບັດລະອຽດຕົວຈິງໃນແຕ່ລະຂົງເຂດວຽກງານ; ຕິດພັນກັບທິດທາງ ແຜນການ ໃນປີ 2024 ນີ້ ຢາກໃຫ້ແຕ່ລະຂະແໜງການ ລົງເລິກກໍານົດລະອຽດວຽກຈຸດສຸມຕົ້ນຕໍ ແຜນວຽກຕົວຈິງ ທີ່ຈະຕ້ອງຈັດຕັ້ງປະຕິບັດ ມີຫຍັງແດ່, ມີຈັກວຽກ, ມີການແບ່ງຄວາມຮັບຜິດຊອບແນວໃດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕີບັດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ