ເຈົ້າແຂວງຈຳປາສັກ ຢ້ຽມຢາມອວຍພອນ ບັນດາກົມກອງ ຂົງເຂດກໍາລັງປ້ອງກັນຊາດ

02/02/2024

ເຈົ້າແຂວງຈຳປາສັກ ຢ້ຽມຢາມອວຍພອນ ບັນດາກົມກອງ ຂົງເຂດກໍາລັງປ້ອງກັນຊາດ

        ໃນວັນທີ 2 ກຸມພາ 2024, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ປ້ອງກັນອາກາດ 645, ກອງບັນຊາການທະຫານແຂວງຈຳປາສັກ, ກອງພັນໃຫ່ຍ 611 , ກອງເສຍອົງຄະ 185, ອົງການໄອຍະການທະຫານພາກໃຕ້, ສານທະຫານພາກໃຕ້ ແລະ ໂຮງງານປະສານເຫຼົ່າ ພາກໃຕ້ ໂດຍມີຄະນະພັກ-ຄະນະນຳ ພ້ອມດ້ວຍ ນາຍ ແລະ ພົນທະຫານ ຂອງແຕ່ລະກົມກອງໃຫ້ການຕ້ອນຮັບ.  ໂອກາດສໍາຄັນດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງບັນບັນດາກົມກອງ ພ້ອມທັງອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະນຳ, ພະນັກງານ-ນັກຮົບກຳລັງປະກອບອາວຸດທົ່ວກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ພ້ອມກັນສືບຕໍ່ຮັກສາປະຕິບັດທາດແທ້ , ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ການຢ້ຽມຢາມນີ້, ນອກຈາກການນໍາເອົາເຄື່ອງອຸປະໂພກ - ບໍລິໂພກ, ວັດຖຸ - ເຄື່ອງໃຊ້ ມອບໃຫ້ແຕ່ລະກົມກອງ, ກໍ່ຍັງເປັນການສະແດງ ແລະ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຂອງຄະນະພັກທຸກຂັ້ນ, ບັນດານັກທຸລະກິດ, ຜູ້ປະກອບການ ເປັນຕົ້ນໃນຄັ້ງນີ້, ມີ ອົງການປົກຄອງແຂວງ ຮ່ວມກັບ ກົມ-ກອງ , ທະນາຄານແຫ່ງ ສ ປປ ລາວ ພາກໃຕ້, ກຸ່ມບໍລິສັດດາວເຮືອງ, ບໍລິສັດເບຍລາວ ກໍຄືປວງຊົນຊາວແຂວງຈຳປາສັກ ທີ່ມີຕໍ່ອ້າຍນ້ອງກອງທັບປະຊາຊົນປະຕິວັດລາວໂດຍສະເພາະເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ