ເຈົ້າແຂວງຈໍາປາສັກ ອວຍພອນການນໍາແຂວງດົ່ງຖາບ ແລະ ແຂວງບິ່ງເຢືອງ

02/02/2024

ເຈົ້າແຂວງຈໍາປາສັກ ອວຍພອນການນໍາແຂວງດົ່ງຖາບ ແລະ ແຂວງບິ່ງເຢືອງ

        ທ່ານ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນແຂວງຈຳປາສັກ ຢ້ຽມຢາມ, ພົບປະອວຍພອນການນໍາແຂວງ ດົ່ງຖາບ ສສ ຫວຽດນາມ, ໃນວັນທີ 31 ມັງກອນ 2024 ຜ່ານມານີ້, ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ, ໂດຍການຕ້ອນຮັບຂອງ ທ່ານ ຟ້າມ ຖ້ຽນ ເງ້ຍ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງດົ່ງຖາບ ພ້ອມຄະນະ.  ການເຄື່ອນໄຫວດັ່ງກ່າວນິ້ ສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ຄວາມເອົາໃຈໃສ່, ຄິດຮອດຄິດເຖິງ ທັງເປັນການຮັດແໜ່ນສາຍພົວພັນອັນເປັນມູນເຊື້ອ, ເສີມຂະຫຍາຍເນື້ອໃນ ບົດບັນທຶກການຮ່ວມມືສອງຝ່າຍ ໂດຍສະເພາະການຮ່ວມມືທາງດ້ານການເມືອງ, ຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ.  ໃນໂອກາດອັນເປັນສີລິມຸງຄຸນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ເຕັດ ຫວຽດນາມ 2024 ນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຂໍນຳເອົາຄຳອວຍພອນໄຊ ອັນປະເສີດ ມາຍັງ ສະຫາຍ ຟ້າມ ຖ້ຽນ ເງ້ຍ ຮອງເລຂາພັກແຂວງ ພ້ອມດ້ວຍບັນດາສະຫາຍຄະນະນໍາຂັ້ນສູງ ແຂວງ ດົ່ງຖາບ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະພັກ-ອົງການປົກຄອງ, ພໍ່ແມ່ປະຊາຊົນຊາວແຂວງ ດົ່ງຖາບ ເນື່ອງໃນໂອກາດປີໃໝ່ ຟ້າໃໝ່ ຂໍໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ພັດທະນາປະເທດຊາດ ຫວຽດນາມ, ແຂວງ ດົ່ງຖາບ ວິລະຊົນ ໄດ້ຮັບການພັດທະນາ ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີ, ສັງຄົມສະມັກຄີປອງດອງ, ຍຸຕິທໍາ, ປະຊາທິປະໄຕ ແລະ ສີວິໄລ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສະມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແຂວງ ດົ່ງຖາບ-ຈໍາປາສັກ ຈົ່ງໝັ້ນຄົງທະນົງແກນ ຊົ່ວການລະນາ.

ຈາກນັ້ນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະຜູ້ແທນແຂວງ ໄດ້ຢ້ຽມຢາມ, ພົບປະອວຍພອນການນໍາແຂວງບິ່ງເຢືອງ, ໂດຍມີ ທ່ານ ວໍ້ ວັນ ມິງ ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພັດທະນາເສດຖະກີດ-ສັງຄົມ, ການພົວພັນຮ່ວມມືຂອງສອງຝ່າຍ, ໃນໄລຍະຜ່ານມາ, ແຂວງຈຳປາສັກ-ແຂວງບິ່ງເຢືອງ ໄດ້ມີການພົວພັນ ແລະ ໄດ້ເຊັນບົດບັນທຶກການຮ່ວມມື ຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ຕົກລົງ ມີຜົນສໍາເລັດຢ່າງມີປະສິດທິພາບ ປະສິດທິຜົນຢ່າງໜ້າພາກພູມໃຈ; ການແລກປ່ຽນຄະນະຜູ້ແທນເຄື່ອນໄຫວຢ້ຽມຢາມຢ່າງເປັນປົກກະຕິ ເພື່ອແນໃສ່ເພີ້ມທະວີ ສ້າງສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສະມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ;

ການຮ່ວມມືດ້ານການສຶກສາ ໃນການກໍ່ສ້າງຊັບພະຍາກອນມະນຸດ ແຂວງບິ່ງເຢືອງ ໄດ້ຊ່ວຍຮັບພະນັກງານ-ນັກຮຽນແຂວງຈໍາປາສັກໄປຮຽນພາສາຫວຽດນາມ ແລະ ສຶບຕໍ່ຮຽນວິຊາສະເພາະ ລະດັບ ປະຣິນຍາຕີ ແລະ ປະຣິນຍາໂທ ມາຮອດປະຈຸບັນ ລວມຈໍານວນ 50 ຄົນ ແລະ ແຂວງຈໍາປາສັກ ໄດ້ຮັບເອົາພະນັກງານແຂວງບິ່ງເຢືອງ ມາຮຽນພາສາລາວ; ການຊ່ວຍເຫຼືອທາງດ້ານສັງຄົມ ແຂວງບິ່ງເຢືອງ ໄດ້ສ້າງເງື່ອນໄຂຂໍ້ສະດວກ ໃຫ້ແກ່ພະນັກງານອາວຸໂສບຳນານ ຂອງແຂວງຈຳປາສັກ ໄດ້ໄປກວດເຊັນສຸຂະພາບ ແລະ ພັກຜ່ອນຢູ່ທີ່ແຂວງບິ່ງເຢືອງ ແລະ ຊ່ວຍເຫຼືອອຸປະກອນການແພດ ໃນວຽການການປ້ອງກັນ, ສະກັດກັ້ນ ແລະ ໄຂການລະບາດຂອງພະຍາດໂຄວິດ-19 ໃນຊຸມປີຜ່ານມາ; ດ້ານການຮ່ວມມືການຄ້າ-ການລົງທຶນ ສອງແຂວງ ໄດ້ສ້າງເງື່ອນໄຂໃຫ້ສະມາຄົມນັກທຸລະກິດ, ເຊິ່ງຜ່ານມາມີນັກລົງທຶນແຂວງບິ່ງເຢືອງ ລົງທຶນຢູ່ແຂວງ ຈຳປາສັກ 3 ໂຄງການ, ລົງທືນດ້ານກະສິກຳ ແລະ ການຊ່ວຍເຫຼືອດ້ານການພັດທະນາຕ່າງໆ ກໍໄດ້ຮັບການຈັດ ຕັ້ງປະຕິບັດຢ່າງມີປະສິດທິພາບປະສິດທິຜົນ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ