ເຈົ້າແຂວງຈໍາປາສັກ ອວຍພອນ ການນໍານະຄອນເກິ່ນເທີ ແລະ ແຂວງອານຢາງ

31/01/2024

ເຈົ້າແຂວງຈໍາປາສັກ ອວຍພອນ ການນໍານະຄອນເກິ່ນເທີ ແລະ ແຂວງອານຢາງ

        ທ່ານ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນ ເຄື່ອນໄຫວຢ້ຽມຢາມ, ອວຍພອນ ຄະນະນໍານະຄອນເກິ່ນເທີ ສສ ຫວຽດນາມ ໃນວັນທີ 30 ມັງກອນ 2024 ເນື່ອງໃນໂອກາດປີໃໝ່ຫວຽດນາມ ໂດຍການຕ້ອນຮັບຂອງ ທ່ານ ຫງວຽນ ວັນ ຫຽວ ກຳມະການສຳຮອງສູນກາງພັກກອມມູນິດຫວຽດນາມ, ເລຂາພັກນະຄອນເກິ່ນເທີ ພ້ອມຄະນະ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າອົງຄະນະພັກ-ອົງການປົກຄອງ, ສະພາປະຊາຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງຈຳປາສັກ ນຳເອົາຄຳອວຍພອນອັນປະເສີດ ມາຍັງສະຫາຍ ພ້ອມດ້ວຍຄະນະນຳ, ອົງຄະນະພັກ, ອົງການການປົກຄອງສະພາປະຊາຊົນ, ແນວໂຮມປະເທດຊາດ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຊາວ ນະຄອນເກິ່ນເທີ ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024 ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ, ເປັນປາງບຸນໃຫຍ່ ຂອງປວງຊົນຫວຽດນາມທັງຊາດ ທີ່ໄດ້ພ້ອມກັນສະເຫລີມສະຫລອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຢ່າງຄຶກຄື້ນມ່ວນຊື່ນ ແລະ ຂໍໃຫ້ມີແຕ່ຄວາມຈະເລີນຮຸ່ງເຮືອງ, ວັດທະນະຖາວອນ ແລະ ປະສົບຜົນສຳເລັດໃນພາລະກິດສ້າງສາພັດທະນາ ໃຫ້ນັບມື້ເຂັ້ມແຂງຍິ່ງໆຂຶ້ນ.  ໂອກາດດຽວກັນ, ທ່ານ ຫງວຽນ ວັນ ຫຽວ ກໍໄດ້ກ່າວຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ທ່ານ ວິໄລວົງ ບຸດດາຄຳ ພ້ອມດ້ວຍຄະນະ ເຊິ່ງສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ຄວາມເອົາໃຈໃສ່, ຄິດຮອດຄິດເຖິງ ແລະ ຍັງເປັນການເສີມຂະຫຍາຍເນື້ອໃນ ບົດບັນທຶກການຮ່ວມມືສອງຝ່າຍ ໂດຍສະເພາະການຮ່ວມມືທາງດ້ານການເມືອງ, ຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ. 
 
 
ຈາກນັ້ນ, ທ່ານ ວິໄລວົງ ບຸດດາຄຳ ພ້ອມຄະນະ ກໍໄດ້ເດີນທາງຢ້ຽມຢາມ ອວຍພອນ ການນຳແຂວງ ອານຢາງ ໂດຍມີ ທ່ານ ເລວັນນຶງ ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງອານຢາງ ພ້ອມຄະນະ ໃຫ້ການຕ້ອນຮັບ ໂດຍຄະນະຜູ້ແທນສອງຝ່າຍ ໄດ້ອວຍພອນເຊິ່ງກັນ ແລະ ກັນ, ພ້ອມທັງ ຕີລາຄາສູງ ໝາກຜົນການຮ່ວມມືໄລຍະປີຜ່ານມາ ເຊັ່ນ: ການຮ່ວມມືທາງດ້ານການເມືອງ, ການຮ່ວມມືລົງທຶນພັດທະນາເສດຖະກິດສອງຝ່າຍ, ສ້າງແຜນການຮ່ວມມືພັດທະນາບັນດາການລົງທຶນ, ການຄ້າ-ການບໍລິການ ການທ່ອງທ່ຽວ, ກະສິກຳ ແລະ ການປະມົງ ເປັນຕົ້ນ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ