ການນໍາແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ ການນໍານະຄອນໂຮ່ຈິມິນ ແລະ ແຂວງດົ່ງນາຍ

30/01/2024

ການນໍາແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ ການນໍານະຄອນໂຮ່ຈິມິນ ແລະ ແຂວງດົ່ງນາຍ

       ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນຂອງແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນຄະນະນໍາ ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນວັນທີ 29 ມັງກອນ ຜ່ານມາ, ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024, ໂດຍການຕ້ອນຮັບຂອງ ທ່ານ ຟານວັນມາຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ພ້ອມຄະນະໃຫ້ການຕ້ອນຮັບ.  ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າອົງຄະນະພັກ-ອົງການປົກຄອງ, ສະພາປະຊາ ຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງຈຳປາສັກ ນຳເອົາຄຳອວຍພອນອັນປະເສີດ ມາຍັງສະຫາຍ ພ້ອມດ້ວຍຄະນະນຳ, ອົງຄະນະພັກ, ອົງການການປົກ ຄອງສະພາປະຊາຊົນ, ແນວໂຮມປະເທດຊາດ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຊາວນະຄອນໂຮ່ຈິມິນ ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024 ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ, ເປັນປາງບຸນໃຫຍ່ ຂອງປວງຊົນຫວຽດນາມທັງຊາດ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຢ່າງຄຶກຄື້ນມ່ວນຊື່ນ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ວັດທະນະຖາວອນ ແລະ ປະສົບຜົນສຳເລັດໃນພາລະກິດສ້າງສາພັດທະນາ ໃຫ້ນັບມື້ເຂັ້ມແຂງຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ຍັງໄດ້ເຊື້ອເຊີນການນຳນະຄອນໂຮ່ຈິມິນ ຮ່ວມງານບຸນນະມັດສະການຜາສາດຫີນວັດພູ 2024 ເມືອງຈຳປາສັກ, ງານບຸນມະໂຫລານ ກາເຟ - ຊາ ພູພຽງບໍລະເວນ ປະຈໍາປີ, ຮ່ວມຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນ ໃນບັນຍາກາດປີທ່ອງທ່ຽວລາວ 2024 ທີ່ ແຂວງຈຳປາສັກ ນຳອີກ.  ໃນໂອກາດດຽວກັນ, ທ່ານ ຟານວັນມາຍ ໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ທີ່ເຫັນເພື່ອນມິດສະຫາຍ ສະໜິດສະໜົມ ມາຢ້ຽມຢາມໃນວັນອັນສຳຄັນນີ້, ປີໃໝ່ປະເພນີຫວຽດນາມ ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ ຂອງປວງຊົນຫວຽດນາມທັງຊາດ ແລະ ໃນຊຸມປີຜ່ານມາ, ການຮ່ວມມື ລະຫ່ວາງ ແຂວງຈຳປາສັກ ແລະ ນະຄອນໂຮ່ຈິມິນ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫຼາຍໆດ້ານ ແລະ ມີການເຊັນບົດທຶກຊ່ວຍຈຳຮ່ວມກັນຢ່າງເປັນຮູບປະທຳ, ພ້ອມທັງໄດ້ອວຍພອນແດ່ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີແບບພິເສດ, ຄວາມສະໜິດສະໜົມ ແລະ ເຊື່ອໝັ້ນຕໍ່ກັນ ລະຫວ່າງ ແຂວງຈຳປາສັກ ກັບ ນະຄອນໂຮ່ຈິມິນ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. 

ໃນວັນດຽວກັນນີ້, ທ່ານ ວິໄລວົງ ບຸດດາຄຳ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ຄະນະນໍາແຂວງດົ່ງນາຍໂດຍການຕ້ອນຮັບຂອງ ທ່ານ ຫງວຽນຮົ່ງລິງ ກຳມະການສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງດົ່ງນາຍ  ພ້ອມຄະນະ ໃຫ້ການຕ້ອນຮັບ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ