ກຸ່ມບໍລິສັດ ຕັງຈະເລີນ ມອບວັດຖຸ-ປັດໃຈໃຫ້ແຂວງຈຳປາສັກ ໂອກາດວັນສ້າງຕັ້ງກອງທັບ

18/01/2024

ກຸ່ມບໍລິສັດ ຕັງຈະເລີນ ມອບວັດຖຸ-ປັດໃຈໃຫ້ແຂວງຈຳປາສັກ ໂອກາດວັນສ້າງຕັ້ງກອງທັບ

        ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ ມອບ ເງິນສົດ, ວັດສະດຸ ແລະ ເຄື່ອງບໍລິໂພກ ລວມມູນຄ່າ 500 ລ້ານກີບ ໃຫ້ແຂວງຈຳປາສັກ ໃນວັນທີ 18 ມັງກອນ 2024 ເພື່ອປະກອບສ່ວນໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ, ຕາງໜ້າມອບໂດຍ ທ່ານ ນາງ ເພັດສະໄໝ ແສງອາລຸນ ຮອງປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຜູ້ດຽວ ແລະ ຮັບໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຈຳປາສັກ, ມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.  ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງຄະນະນຳຂອງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຜູ້ດຽວ ທີ່ໄດ້ປະກອບສ່ວນວັດຖຸ-ປັດໄຈ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງປະກອບມີ ເງິນສົດ 200 ລ້ານກີບ ແລະ ວັດສະດຸ -ເຄື່ອງບໍລິໂພກ ມູນຄ່າ 300 ລ້ານກີບ ລວມເປັນ ມູນຄ່າ 500 ລ້ານກີບ ໂດຍອົງການປົກຄອງແຂວງຈຳປາສັກ ຈະນຳເຂົ້າໃນກິດຈະກຳການອວຍພອນ ເພື່ອເປັນກຳລັງໃຈໃຫ້ກຳລັງ ນາຍ ແລະ ພົນທະຫານ ລວມທັງປັບປຸງໂຄງລ່າງພື້ນຖານ ຢູ່ຈຸດຫ່າງໄກສອກຫລີກ, ຄຽງຄູ່ກັບການພັດທະນາກໍາລັງໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ສຸມໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ບໍລິເວນຊາຍແດນ ແລະ ວຽກງານ ອື່ນໆ. ທັງເປັນການປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ອີກດ້ວຍ.  ໄລຍະຜ່ານມາ, ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຜູ້ດຽວ ໄດ້ປະກອບສ່ວນຢ່າງຫລວງຫລາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເປັນຕົ້ນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ກຸ່ມບໍລິສັດ ຕັງຈະເລີນ ໄດ້ປະກອບສ່ວນ ເປັນວັດຖຸ ແລະ ເງິນສົດ ເຂົ້າໃນວຽກງານດັ່ງກ່າວ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ