ຊາວໜຸ່ມ ຫສນຍ ແລກປ່ຽນບົດຮຽນ ກັບ ຊາວໜຸ່ມຮາກຖານຫ້ອງວ່າການແຂວງ ຈຳປາສັກ

16/01/2024

ຊາວໜຸ່ມ ຫສນຍ ແລກປ່ຽນບົດຮຽນ ກັບ ຊາວໜຸ່ມຮາກຖານຫ້ອງວ່າການແຂວງ ຈຳປາສັກ

      ໃນວັນທີ 16 ມັງກອນ 2024, ທີ່ແຂວງຈຳປາສັກ. ຄະນະຊາວໜຸ່ມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເຊິ່ງນຳໂດຍ ທ່ານ ສົມຄວນ ມາສຸວັນ ຮອງຫົວໜ້າກົມເລຂາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ), ເລຂາຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນປະຕິວັດລາວ ຫສນຍ ໄດ້ມາຢ້ຽມຢາມ ເພື່ອພົບປະ ແລກປ່ຽນບົດຮຽນ ກັບ ຊາວໜຸ່ມຮາກຖານຫ້ອງວ່າການແຂວງ ຈຳປາສັກ ໂດຍການຕ້ອນຮັບ ຂອງ ທ່ານ ນາງໄຊຍະລິດ ວົງສາລະວັນ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ລຳພອນ ໂຈມປານີ ຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ, ຫ້ອງວ່າການແຂວງ, ເລຂາຄະນະບໍລິຫານງານ ຊາວໜຸ່ມຮາກຖານ ຫ້ອງວ່າການແຂວງຈຳປາສັກ, ມີບັນດາ ຄະນະຊາວໜຸ່ມຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມ ຫສນຍ ແລະ ຫ້ອງວ່າການແຂວງ ຈໍາປາສັກ ເຂົ້າຮ່ວມ.  ກອງປະຊຸມພົບປະນິ້ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນ ກ່ຽວກັບ ວຽກງານຊາວໜຸ່ມ ທີ່ຕິດພັນກັບວຽກງານວິຊາສະເພາະໃນການເປັນເສນາທິການ ໃຫ້ຄະນະພັກ-ຄະນະນໍາ, ເປັນຕົ້ນແມ່ນ ວຽກງານປະສານງານ ແລະ ການສະໜອງຂໍ້ມູນຕ່າງໆ ໃຫ້ແກ່ຄະນະນໍາ ແລະ ການເຄື່ອນໄຫວນີ້ ຍັງເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກ ຫສນຍ ອີກດ້ວຍ. ແລະ ໃນໂອກາດດັ່ງກ່າວ, ຄະນະຊາວໜຸ່ມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ເຂົ້າພົບການນໍາແຂວງຈຳປາສັກ ເພື່ອລາຍງານສະພາບລວມ ລວມທັງຈຸດປະສົງຂອງການມາເຄື່ອນໄຫວ ແລະ ເດີນທາງເບິ່ງພື້ນຖານເສດຖະກິດຂອງແຂວງ, ຢ້ຽມຢາມໂຮງງານຫົງຄຳ, ຢ້ຽມຢາມເຂດເສດຖະກິດພິເສດວັງເຕົ່າ ເມືອງໂພນທອງ ແລະ ຢ້ຽມຢາມປະຊາຊົນ-ອົງການປົກຄອງ ບ້ານສະໝິງ ເມືອງປະທຸມພອນ ແລະ ມອບເຄື່ອງຊ່ວຍເຫຼືອ ເພື່ອແຈກຢາຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ ໃນວັນທີ 2 ມີນາ 2023 ຜ່ານມາ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ