ສະຫາຍ ເລຂາທິການໃຫຍ່ ຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5

16/01/2024

ສະຫາຍ ເລຂາທິການໃຫຍ່ ຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5

        ໃນວັນທີ 15 ມັງກອນ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍ ລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມພະນັກງານ-ນັກຮົບ ກອງພົນທີ 5 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍມີສະຫາຍ ພົນໂທ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວມຕິດຕາມ, ມີການນໍາແຂວງຈໍາປາສັກ, ຄະນະພັກ-ຄະນະບັນຊາກອງພົນທີ 5 ພ້ອມດ້ວຍພະນັກງານຫລັກແຫລ່ງ ໃຫ້ການຕ້ອນຮັບ.  ໃນພິທີ, ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານ ກອງພົນທີ 5 ໄດ້ລາຍງານໂດຍຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫລອດໄລຍະຜ່ານມາ. ກອງພົນທີ 5 ສືບທອດມາຈາກກອງທະຫານເຂດລາວໃຕ້ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 17 ກຸມພາ 1982, ມີພາລະບົດບາດເປັນກຳລັງຫລວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງ ຮອບດ້ານຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງໃນການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງ ກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຮັບຜິດຊອບ ແບບທາງກວ້າງ ແລະ ທາງເລິກ, ປະສານສົມທົບກັບກອງບັນຊາການທະຫານ 4 ແຂວງພາກໃຕ້ ປົກປັກຮັກສາຊາຍແດນ ໃນພື້ນທີ່ 4 ແຂວງພາກໃຕ້ ເຮັດໃຫ້ສະພາບພາຍໃນຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍພື້ນຖານ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນໃຫ້ມີຄວາມຮັດກຸມ, ໜັກແໜ້ນເຂັ້ມແຂງ, ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ສ້າງພະລາທິການກັບທີ່ຕາມທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະ ລິດຜົນ ປູກຝັງ-ລ້ຽງສັດ ເພື່ອຮັບປະກັນການແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນ. ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຂົງເຂດວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການກໍ່ສ້າງກອງປອດໃສ, ປອດໄພ, ປອດຄະດີ; ເອົາໃຈໃສ່ກໍ່ສ້າງພະນັກງານ ເພື່ອຮັບປະກັນພະນັກງານ 3 ຮຸ່ນສືບທອດປ່ຽນແທນ ແລະ ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການ ເມືອງ ຂອງກົມກອງ ໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງຫລາຍດ້ານ. 
 
 
ໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ກໍໄດ້ມີຄໍາເຫັນໂອ້ລົມຫລາຍບັນຫາສໍາຄັນ ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫລອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 5 ຈົ່ງພ້ອມກັນເຮັດວຽກງານປ້ອງກັນຊາດ-ກັນຄວາມສະຫງົບ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດ ທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ເຊີດຊູສະຕິລະວັງຕົວສູງ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງ ຕໍ່ພາລະກິດຂອງພັກ ແລະ ປະເທດຊາດ, ຕ້ອງປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດເໝາະຕົວຈິງ ແລະ ໂປ່ງໃສ; ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສົມທົບຢ່າງກົມກຽວ ລະຫວ່າງບົດບາດ-ຄວາມສາມາດນຳພາຂອງໝູ່ຄະນະ ກັບ ບົດບາດ-ຄວາມສາມາດນໍາພາຂອງບຸກຄົນໃນຄະນະ, ແບບແຜນນຳພາຕ້ອງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕໍ່ຜົນໄດ້ ຜົນເສຍ ໃນວຽກງານຕົວຈິງ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ, ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ທັງຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນໃຫ້ເຂັ້ມງວດ. 
 
 
ສະຫາຍ ເລຂາທິການໃຫຍ່ ຍັງໄດ້ເນັ້ນຢ້ຳໃຫ້ຕັ້ງໜ້າປະກອບສ່ວນຊ່ວຍເຫລືອ ກໍາລັງທ້ອງຖິ່ນ ຢູ່ຂັ້ນຮາກຖານໃນການ ປັບປຸງລະບົບການຈັດຕັ້ງ, ອົບຮົມ-ຫັດແອບ, ວຽກງານສຶກສາປ້ອງກັນຊາດ ໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າສາມາດເຮັດລ້ອນໜ້າທີ່ ໃນການປົກປັກຮັກສາທ້ອງຖິ່ນຂອງຕົນ; ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂ ຄວາມຫຍຸ້ງຍາກຝືດເຄືອງດ້ານຊີວິດການເປັນຢູ່ ໂດຍສຸມໃສ່ການປູກຝັງ-ລ້ຽງສັດ ໃຫ້ເປັນຂະບວນກວ້າງຂວາງ, ຂະຫຍາຍດ້ານການບໍລິການ ທີ່ຕິດພັນກັບຂົງເຂດວຽກງານປ້ອງກັນຊາດ ໃຫ້ຄ່ອຍເພີ່ມຂຶ້ນຕາມເງື່ອນໄຂ. ພ້ອມກັນນັ້ນ, ກໍຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ໃນການກໍ່ສ້າງກິດຈະກຳດ້ານເສດຖະກິດ-ສັງຄົມຕ່າງໆ ຢູ່ທ້ອງຖິ່ນ, ອອກ ແຮງຊ່ວຍເຫລືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານ ວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ນັບດີຂຶ້ນ; ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ) ແລະ ຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ ເພື່ອຍາດແຍ່ງເອົາການຊ່ວຍເຫລືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບ ກໍຄື ກົມກອງ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່. 
 
 
ໃນໂອກາດທີ່ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລົງເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ຍັງໄດ້ມອບວັດຖຸປັດໄຈຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າ ໃນການປັບປຸງພັດທະນາກອງພົນ ແລະ ມອບອຸປະກອນກິລາ ໃຫ້ກອງພົນທີ 5 ຕື່ມອີກ. ຈາກນັ້ນ, ກໍໄດ້ລົງຢ້ຽມຢາມພະນັກງານ-ນັກຮົບກອງພັນໃຫຍ່ 611 ທີ່ຂຶ້ນກັບກອງພົນທີ 5 ພ້ອມທັງໄດ້ມອບວັດຖຸປັດໄຈ ແລະ ອຸປະກອນກິລາ ໃຫ້ກອງພັນໃຫຍ່ດັ່ງ ກ່າວອີກດ້ວຍ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ