ປຶກສາຫາລື ຮ່ວມລະຫວ່າງ ອົງການປົກຄອງແຂວງ ກັບ ສະພາປະຊາຊົນແຂວງ ຈຳປາສັກ

12/01/2024

ປຶກສາຫາລື ຮ່ວມລະຫວ່າງ ອົງການປົກຄອງແຂວງ ກັບ ສະພາປະຊາຊົນແຂວງ ຈຳປາສັກ

        ກອງປະຊຸມ ຮ່ວມລະຫວ່າງ ອົງການປົກຄອງແຂວງ ກັບ ສະພາປະຊາຊົນແຂວງ ໄດ້ຈັດຂື້ນ ໃນວັນທີ 12 ມັງກອນ 2024 ນີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ, ມີ ບັນດາຮອງປະທານສະພາ, ປະທານຄະນະກໍາມະການສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ບັນດາຮອງເຈົ້າແຂວງ, ຫົວໜ້າພະແນກການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນໄດ້ຮ່ວມກັນຮັບຟັງການລາຍງານຄືນກ່ຽວກັບການກະກຽມຄວາມພ້ອມທາງດ້ານເນື້ອໃນຂອງແຕ່ລະພາກສ່ວນທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ II ຈາກຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ສານປະຊາຊົນແຂວງ, ອົງການໄອຍະການພາກໃຕ້, ອົງການກວດສອບພາກໃຕ້ ແລະ ຮັບຟັງການລາຍງານຂອງພະແນກການ ກ່ຽວກັບ:  ການຄຸ້ມຄອງ ທີ່ດິນເຂດອຸດສາຫະກຳຂອງແຂວງ; ລາຍງານຕໍ່ກັບໜັງສືແຈ້ງຕອບ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການສະເໜີອອກຂໍ້ຕົກລົງຫົວໜ່ວຍຊົດເຊີຍ ໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ; ຮັບຟັງການລາຍງານຜົນການແກ້ໄຂ ຕາມບົດບັນທຶກ ກອງປະຊຸມ ລະຫວ່າງ ສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ ໃນຄັ້ງວັນທີ 16 ສິງຫາ 2023 ກ່ຽວກັບ: ຜົນການແກ້ໄຂບັນຫາຮ້ານກິນດື່ມບັນເທິງ, ວຽກງານຄຸ້ມຄອງການທ່ອງທ່ຽວ ແລະ ແຜນການກະກຽມເປີດປີທ່ອງທ່ຽວຂອງແຂວງຈຳປາສັກ ໃນປີ 2024; ຜົນການແກ້ໄຂຮ້ານເກມອອນລາຍ; ຜົນການແກ້ໄຂບັນຫາຊິງຊັ່ງຜອງຕາມທ້ອງຕະຫຼາດ; ຜົນການແກ້ໄຂບັນຫາການເກັບເງິນຄ່າຜ່ານທາງ ແຕ່ເສັ້ນທາງເລກທີ 16W (ຂົວລາວ-ຍີ່ປຸ່ນ ເມືອງໂພນທອງ) ຫາ ເສັ້ນທາງເລກທີ 14A (ບ້ານພະພິນ ເມືອງຈໍາປາສັກ).  ພ້ອມນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮ່ວມກັນຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງສ້າງສັນ, ພາວະວິໄສ, ມີເຫດມີຜົນ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງຂອງແຂວງເຮົາ ເພື່ອເຮັດໃຫ້ບັນຫາດັ່ງກ່າວສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ. ເພື່ອຮ່ວມກັນຕົກລົງບາງວຽກງານທີ່ສຳຄັນຂອງທ້ອງຖິ່ນ ແລະ ເປັນການກະກຽມຄວາມພ້ອມ ກ່ອນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງທີ່ຈະໄຂຂຶ້ນໃນວັນທີ 15-17 ມັງກອນ 2024 ນີ້.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ