ເຈົ້າແຂວງຈໍາປາສັກ ຕ້ອນຮັບ ກົງສູນກິດຕິມະສັກແຫ່ງ ສປປ ລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ

29/12/2023

ເຈົ້າແຂວງຈໍາປາສັກ ຕ້ອນຮັບ ກົງສູນກິດຕິມະສັກແຫ່ງ ສປປ ລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ

        ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ໂອຫາຣະ ຢາຊູຢູກິ (Yasuyuki OHARA) ກົງສູນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ໃນວັນທີ 28 ທັນວາ 2023, ທີ່ຫ້ອງວ່າການແຂວງ.ໃນໂອກາດມາຢ້ຽມຢາມ ແຂວງຈຳປາສັກ.  ໃນໂອກາດນິ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ກ່າວຕ້ອນຮັບ ທ່ານ ໂອຫາຣະ ຢາຊູຢູກິ ກົງສູນກິດຕິມະສັກລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແຂວງຈຳປາສັກ ໃນເທື່ອນີ້. ພ້ອມນັ້ນ ກໍ່ຊົມເຊີຍຕໍ່ການ ເຄື່ອນໄຫວຢ່າງຫ້າວຫັນ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການຮ່ວມມື ລະຫວ່າງປະຊາຊົນຍີ່ປຸ່ນ-ຊາວນາໂກຢາ ແລະ ປະຊາຊົນລາວ-ຊາວແຂວງຈໍາປາສັກ, ການຮ່ວມມື ແລະ ຊ່ວຍເຫລືອ ຜ່ານມາ ໄດ້ນຳເອົາວັດຖຸບູຮານລາວ ທີ່ເປັນຊັບສົມບັດອັນມີຄຸນຄ່າ ທາງດ້ານວັດທະນະທຳ ຂອງ ປະເທດລາວ (ສຽນພະພຸດທະຮູບເກົ່າແກ່) ທີ່ຖືກລັກໄປ ກັບຄືນປະເທດ ແລະ ນຳມາປະດິດສະຖານໄວ້ ທີ່ ຫໍພິພິທະພັນວັດພູຈຳປາສັກ.  ທ່ານ ໂອຫາຣະ ຢາຊູຢູກິ ກົງສູນກິດຕິມະສັກລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກ ແລະ ການພົບປະນີ້ ແມ່ນໄດ້ມີການປຶກສາຫາລື ໂດຍສະເພາະ ແຜນການຮ່ວມມືໃນຕໍ່ໜ້າກ່ຽວກັບການ ປະດິດສະຖານ ວັດຖຸບູຮານລາວ, ສຽນພະພຸດທະຮູບເກົ່າແກ່ ຊຶ່ງຖືກຄົນບໍ່ດີ ລັກຈາກວັດພູ ຈຳປາສັກ ແລະ ຂາຍໄປ ປະເທດຍີ່ປຸ່ນ, ຊຶ່ງຄົນຍີ່ປຸ່ນ ໄດ້ຊື້ ແລະ ເກັບຮັກສາໄວ້ ຢູ່ປະເທດຍີ່ປຸ່ນ, ເຊິ່ງຫ້ອງການກົງສູນກິດຕິມະສັກ ທີ່ນາໂກຢາ ໄດ້ນໍາສົ່ງກັບຄືນ ໃຫ້ ສປປ ລາວ ແຕ່ປີ 2013, ປະຈຸບັນສຽນ ພະພຸດທະຮູບ ໄດ້ເກັບຮັກສາໃວ້ທີ່ຫໍພິພິທະພັນວັດພູຈຳປາສັກ ເພື່ອສ້າງເປັນ ສະຖານທີ່ທ່ຽວຊົມ, ສັກກະລະບູຊາ ແລະ ທັງເປັນສັນຍາລັກຂອງການຮ່ວມມື ຂອງ ຊາວພຸດລາວ ແລະ ຍີ່ປຸ່ນ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ