ເຈົ້າແຂວງຈຳປາສັກ ຕ້ອນຮັບກຳມະການຜູ້ຈັດການ ບໍລິສັດ ຊີພີ ອໍລ ຈໍາກັດ ມະຫາຊົນ

22/12/2023

ເຈົ້າແຂວງຈຳປາສັກ ຕ້ອນຮັບກຳມະການຜູ້ຈັດການ ບໍລິສັດ ຊີພີ ອໍລ ຈໍາກັດ ມະຫາຊົນ

        ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ທາຕຼີ ຈິຣະບັນຈົງຈິດ ກຳມະການຜູ້ຈັດການ, ບໍລິສັດ ຊີພີ ອໍລ ຈໍາກັດ (ມະຫາຊົນ), ໃນຕອນບ່າຍຂອງວັນທີ 20 ທັນວາ 2023 ຜ່ານມາ, ທີ່ຫ້ອງວ່າການແຂວງ. ໃນໂອກາດເຂົ້າພົບ ເພື່ອຂໍຄຳແນະນໍາກ່ຽວກັບແນວທາງການ ດຳເນີນທຸລະກິດ ທີ່ແຂວງຈຳປາສັກ.  ໂອກາດນິ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍ ຄະນະນຳ ບໍລິສັດ ຊີພີ ອໍລ ຈໍາກັດ ມະຫາຊົນ ຕໍ່ແຜນຂະຫຍາຍ ສາຂາໃນແຂວງຈຳປາສັກ ເຊິ່ງ ເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ພັດທະນາການຄ້າພາຍໃນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ແລະ  ເພື່ອອຳນວຍຄວາມສະດວກ ໃຫ້ກັບປະຊາຊົນ ໂດຍເນັ້ນຄຸນນະພາບ, ມາດຕະຖານ ທັງສິນຄ້າອຸປະໂພກ ແລະ ບໍລິໂພກ ນອກນີ້, ກໍໄດ້ນັ້ນຢ້ຳໃຫ້ ທາງ ບໍລິສັດ ຊີພີ ອໍລ ລາວ ຕ້ອງມີການຮ່ວມມືກັນ ທ້ອງຖິ່ນ ໂດຍການຊຸກຍູ້ສົ່ງເສີມການຜະລິດພາຍໃນ ໃຫ້ເຂັ້ມແຂງ, ໃຫ້ມີຄຸນນະພາບສູງຂຶ້ນ ຕົ້ນທຶນຕ່ຳລົງ ແລະ ນຳເອົາສິນຄ້າຂອງ ລາວ, ໂດຍສະເພາະ ສິນຄ້າກະສິກຳ (ສະອາດ), ສິນຄ້າພາຍໃນແຂວງຈຳປາສັກ ເຂົ້າມາວາງຈຳໜ່າຍຢູ່ພາຍໃນຮ້ານໃຫ້ຫລາຍຂຶ້ນ.  ທ່ານ ທາຕຼີ ຈິຣະບັນຈົງຈິດ ໄດ້ກ່າວເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເຈົ້າແຂວງຈຳປາສັກ ພ້ອມທັງ ນຳສະເໜີໃຫ້ຮູ້ເຖິງ ການເຄື່ອນໄຫວດຳເນີນທຸລະກິດ, ວິໄສທັດ ຂອງ ຊີພີ ອໍລ ຈໍາກັດ, ພ້ອມນັ້ນ ກໍ່ໄດ້ ຂໍຄຳແນະນໍາກ່ຽວກັບແນວທາງການ ດຳເນີນທຸລະກິດທີ່ແຂວງຈຳປາສັກ, ເຊີ່ງບໍລິສັດ ຊີພີ ອໍລ ລາວ ມີແຜນຈະຂະຫຍາຍສາຂາຮ້ານສະດວກຊື້ເຊເວັ່ນ ອີເລຟເວັ່ນ (7-Eleven) ຢູ່ພາຍໃນແຂວງຈຳປາສັກ ໃນຊ່ວງໄຕມາດທໍາອິດຂອງປີ 2024. ເຊເວັ່ນ ອີເລຟເວັ່ນ ມຸ່ງໝັ້ນອໍານວຍຄວາມສະດວກໃຫ້ກັບຊຸມຊົນ ສ້າງຄວາມຜູກພັນກັບລູກຄ້າດ້ວຍສິນຄ້າ ແລະ ບໍລິການ ໂດຍໃຫ້ຄວາມສໍາຄັນກັບບຸກຄະລາກອນລູກຫຼານຄົນລາວເຂົ້າມາຮ່ວມທີມ ເສີມສັກກະຍະພາບຂັບເຄື່ອນທຸລະກິດ ເພື່ອຕອບສະໜອງ ຄວາມຕ້ອງການຂອງປະຊາຊົນລາວຕັ້ງແຕ່ຕົ້ນ ແລະ ກ້າວຍ່າງໄປພ້ອມໆກັນຢ່າງໝັ້ນຄົງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ