ກົງສູນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍານະຄອນປາກເຊ ເຂົ້າອວຍພອນການນຳແຂວງຈຳປາສັກ

08/12/2023

ກົງສູນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍານະຄອນປາກເຊ ເຂົ້າອວຍພອນການນຳແຂວງຈຳປາສັກ

        ທ່ານ ກີ ໂມນີຣ໋ວດ ກົງສຸນໃຫຍ່ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາ ນະຄອນປາກເຊ ແຂວງຈຳປາສັກ ໄດ້ເຂົ້າອວຍພອນການນຳແຂວງຈໍາປາສັກ ໂດຍການຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໃນວັນທີ 8 ທັນວາ 2023 ທີ່ຫ້ອງວ່າການແຂວງ, ເນື່ອງໃນໂອກາດສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 2 ທັນວາ) ຄົບຮອບ 48 ປີ.  ໂອກາດດັ່ງກ່າວ, ທ່ານ ກົງສູນໃຫຍ່ ໄດ້ສະແດງຄວາມຂໍ່ານັບຊົມເຊີຍ ອວຍພອນວັນຊາດ ສປປ ລາວ ຄົບຮອບ 48 ປີ, ມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດ ແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກ-ລັດຖະບານ ແລະ ອວຍພອນໄຊໃຫ້ບັນດາການນຳຂັ້ນແຂວງຕະຫລອດຮອດປະຊາຊາຊົນບັນດາເຜົ່າແຂວງຈຳປາສັກ ຈົ່ງມີຄວາມສຸກຄວາມຈະເລີນ ມີສຸຂະພາບເຂັ້ມແຂງແຮງ ແລະ ມີຜົນສຳເລັດໃນໜ້າທີ່ທຸກໆດ້ານ.  ໂອກາດດຽວກັນນີ້, ທ່ານ ວິໄລວົງ ບຸດດາຄຳ ກໍໄດ້ສະແດງຄວາມຂອບໃຈ, ຊົມເຊີຍ ຕໍ່ທ່ານ ກີ ໂມນີຣ໋ວດ ພ້ອມທັງຕີລາຄາສູງ ໃນຜົນງານການປະສານງານ ຮັດແໜ້ນຄວາມສາມັກຄີ, ຜັນຂະຫຍາຍການຮ່ວມມື ມິດຕະພາບອັນເປັນມູນເຊື້ອ ລະຫວ່າງປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບບັນດາແຂວງທີ່ຮ່ວມມື ຂອງຣາຊະອານາຈັກ ກຳປູເຈຍ ເປັນຕົ້ນ ເສີມສ້າງຊາຍແດນມິດຕະພາບລາວ-ກຳປູເຈຍ, ການຮ່ວມມືດ້ານເສດຖະກິດ-ສັງຄົມ, ສົ່ງເສີມການຄ້າ, ການລົງທຶນ, ພ້ອມທັງຊຸກຍູ້ໃຫ້ມີການຈັດກິດຈະກຳ, ການພົບປະສ້າງສັນລະຫວ່າງປະຊາຊົນໃນເຂດຊາຍແດນ ແລະ ພັດທະນາການທ່ອງທ່ຽວບັນດາແຂວງຊາຍແດນ ແລະ ຂໍໃຫ້ສືບຕໍ່ເພີ່ມທະວີ ປະສານງານ ຮັດແໜ້ນຄວາມສາມັກຄີ, ຜັນຂະຫຍາຍການຮ່ວມມືມິດຕະພາບ ອັນເປັນມູນເຊື້ອ ດັ່ງກ່າວນັ້ນ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ