ປະທານປະເທດ ຢ້ຽມຢາມຊຸກຍູ້ ກຸ່ມການຜະລິດກະສິກຳ ແລະ ສະຫະກອນຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ

01/12/2023

ປະທານປະເທດ ຢ້ຽມຢາມຊຸກຍູ້ ກຸ່ມການຜະລິດກະສິກຳ ແລະ ສະຫະກອນຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ

        ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈຳປາສັກ ໃນວັນທີ 26 ມີນາ ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມພົບປະ, ຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງບ້ານໂພນສະອາດ ເມືອງໂຂງ, ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ, ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ ພ້ອມຄະນະນຳຂອງເມືອງ, ຕະຫຼອດຮອດ ພໍ່ແມ່ປະຊາຊົນ ເຂດດັ່ງກ່າວ ໃຫ້ການຕ້ອນຮັບ.  ໃນການເຄື່ອນໄຫວຄັ້ງນີ້, ທ່ານປະທານປະເທດ ພ້ອມຄະນະໄດ້ຢ້ຽມຢາມ ກຸ່ມການຜະລິດເຂົ້າ ແລະ ແນວພັນເຂົ້າ ຂອງ ປະຊາຊົນ ບ້ານນາ ເມືອງໂຂງ, ໂດຍ ທ່ານ ຄຳພັນ ສິດມະນີ ນາຍບ້ານໆນາ ໄດ້ລາຍງານສະພາບໂດຍລວມຂອງ ກຸ່ມການຜະລິດເຂົ້າ ແລະ ແນວພັນເຂົ້າ ຂອງ ປະຊາຊົນ ບ້ານນາ ເມືອງໂຂງ ຊຶ່ງໄດ້ສ້າງຕັ້ງກຸ່ມການຜະລິດເຂົ້າ ໂດຍມີການຜູກພັນສັນຍາສອງສົ້ນ ກັບບໍລິສັດ ໄອດີພີ ແລະ ບໍລິສັດພູນເງິນ ເປັນຜູ້ສົ່ງເສີມການຜະລິດເຂົ້າເປັນສິນຄ້າ, ການປູກເຂົ້າເປັນສິນຄ້າ ມີຈຳນວນ 51 ຄອບຄົວ, ມີ 4 ກຸ່ມການຜະລິດ, ການຜະລິດນາປີ ມີເນື້ອທີ່ແຜນການທັງໝົດ 232 ເຮັກຕາ ໃນນັ້ນ ປະຕິບັດໄດ້ 215 ເຮັກຕາ ເທົ່າກັບ 92,67%, ຜະລິດເຂົ້າເປັນສິນຄ້າ 90 ເຮັກຕາ, ທຽບໃສ່ການຈັດຕັ້ງປະຕິບັດຕົວຈິງເທົ່າກັບ 41,86%, ຕົ້ນທຶນການຜະລິດທັງໝົດ 392 ລ້ານກວ່າກີບ, ຄາດຄະເນສະມັດຖະພາບຜົນຜະລິດ 3,73 ໂຕນຕໍ່ເຮັກຕາ, ສາມາດ ຜະລິດເຂົ້າໄດ້ທັງໝົດ 335,7 ໂຕນ, ຂາຍໄດ້ທັງໝົດເປັນເງິນ 1,77 ຕື້ກວ່າກີບ ສ້າງລາຍຮັບໃຫ້ປະຊາຊົນພາຍໃນບ້ານນາ ໄດ້ 1,38 ຕື້ກວ່າ ກີບ, ເນື້ອທີ່ແຜນການຜະລິດລະດູແລ້ງ 85 ເຮັກຕາ ປະຕິບັດໄດ້ 100% ມີແນວພັນເຂົ້າຜະລິດເປັນສິນຄ້າມີ 2 ຊະນິດແນວພັນຄື: ເຂົ້າທ່າດອກຄຳ 8 ແລະ ເຂົ້າແອວທີດີເຄ 151, ການຜະລິດເຂົ້າ ນຳໃຊ້ທຶນການຜະລິດທັງໝົດ 539 ລ້ານກີບ, ຄາດຄະເນສະມັດຕະພາບຜົນຜະລິດ 4,5 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດໄດ້ທັງໝົດ 283,5 ໂຕນ, ຄາດຄະເນຈາກການຂາຍເຂົ້າ 1,78 ຕື້ກວ່າກີບ ສາມາດສ້າງລາຍຮັບໃຫ້ປະຊາຊົນພາຍໃນບ້ານນາ ໄດ້ 1,73 ຕື້ກວ່າກີບ, ນອກຈາກນັ້ນ ຍັງໄດ້ທົດລອງແນວພັນເຂົ້າ ຊຶ່ງມີຈໍານວນແນວພັນເຂົ້າ 8 ຊະນິດ. ຫຼັງຈາກນັ້ນ, ທ່ານປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມ ເບິ່ງໜອງປາ ທ້າວ ຄຳຈັນ ໄຊສົມບັດ ຄອບຄົວຕົບແບບ ໃນການລ້ຽງປາ ທີ່ບ້ານຊົນລະວຽງ ເມືອງໂຂງ ຊຶ່ງໄດ້ເລີ່ມສຳຫຼວດ ແລະ ບຸກເບີກ ໃນປີ 2018 ໃນເນື້ອທີ່ 30 ເຮັກຕາ, ມາຮອດປີ 2021 ແມ່ນສາມາດກໍ່ສ້າງໜອງ ໄດ້ທັງໝົດ 50 ໜອງ ແລະ ໄດ້ເລີ່ມລົງມືປ່ອຍປາ, ປັດຈຸບັນ ມີປາ ຈຳນວນ 17 ຊະນິດ, ລວມທັງໝົດ 1.30 ລ້ານກວ່າໂຕ, ໃນໄລຍະຜ່ານມາ ແມ່ນສາມາດສະໜອງປາ ອອກສູ່ຕະຫຼາດໄດ້ ຈຳນວນ 12 ໂຕນ ແລະ ໄດ້ເກັບໄວ້ເປັນພໍ່ພັນ ແມ່ພັນ ເພື່ອຜະລິດລູກປາລ້ຽງຕໍ່ໄປອີກຈຳນວນໜຶ່ງ ຊຶ່ງໃນການຈໍາໜ່າຍແມ່ນມີແມ່ຄ້າມາຮັບຊື້ຢູ່ກັບທີ່ ແລະ ສົ່ງຕາມ ການສັ່ງຈອງ ຕາມທ້ອງຕະຫຼາດພາຍໃນເມືອງ, ພາຍໃນແຂວງ ແລະ ຕ່າງແຂວງ.  ໃນຕອນບ່າຍຂອງວັນດຽວກັນ ທ່ານ ປະທານປະເທດ ພ້ອມຄະນະ ໄດ້ລົງ ຢ້ຽມຢາມພົບປະປະຊາຊົນ ກຸ່ມການຜະລິດຫັດຖະກຳຈັກສານໄມ້ປ່ອງບ້ານໂພນສະອາດ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະຊາຊົນ ເຂດດັ່ງກ່າວ, ທ່ານ ຄຳເຜືອກ ຫານຊະນະ ນາຍບ້ານ ໄດ້ລາຍງານສະພາບລວມຂອງກຸ່ມ ຊຶ່ງໄດ້ສ້າງຕັ້ງຂຶ້ນໃນ ປີ 2019 ໂດຍຄະນະພັກ - ອົງການປົກຄອງເມືອງ ໄດ້ມີນະໂຍບາຍສົ່ງເສີມຈັດຕັ້ງເປັນກຸ່ມການຜະລິດ ການຜະລິດແມ່ນໄດ້ເອົາໃຈໃສ່ເພີ່ມປະລິມານ ແລະ ເນັ້ນໃສ່ຄຸນນະພາບ, ຜະລິດຕະພັນມີເຄື່ອງໝາຍໂລໂກ້ຕິດເປັນເອກະລັກສະເພາະ ໄດ້ຮັບນາມມະຍົດເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) ຈາກກະຊວງອຸດສາຫະກຳ ແລະ ການຄ້າ ໃນປີ 2021, ຈາກນັ້ນມາ ກຸ່ມການຜະລິດໄດ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນສະຫະກອນ ໃນປີ 2022 ໂດຍມີຊື່ວ່າ: ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງບ້ານໂພນສະອາດ, ມີສະມາຊິກທັງໝົດ 150 ຄອບຄົວ, ຈາກຜົນສຳເລັດດັ່ງກ່າວ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ, ສາມາດເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເປັນກ້າວໆ.  ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ໝັ້ນໃຈຕໍ່ການນໍາພາຂອງຄະນະນໍາພາຍໃນບ້ານ ກໍຄື ປະຊາຊົນ ທີ່ພ້ອມກັນສ້າງສາພັດທະນາຊີວິດ ແລະ ເສດຖະກິດ ພາຍໃນບ້ານ ນັບມື້ນັບດີຂຶ້ນ ສາມາດໝູນໃຊ້ທ່າແຮງທີ່ມີຢູ່ໃຫ້ເກີດຜົນ, ນໍາໃຊ້ພື້ນທີ່ເພື່ອເຮັດການກະເສດ ການປູກພືດກະເສດລົ້ມລຸກ ໃຫ້ເປັນສິນຄ້າ ທົດແທນການເຮັດນາ ແລະ ການລ້ຽງສັດ, ພ້ອມນັ້ນ ທ່ານໄດ້ເນັ້ນໃຫ້ ສືບຕໍ່ຮັກສາມູນເຊື້ອການດໍາລົງຊີວິດ ດຸໝັ່ນຂະຫຍັນພຽນ ກຸ້ມຕົນເອງ ສ້າງລາຍຮັບໃຫ້ແກ່ຄອບຄົວ, ສົ່ງເສີມໃຫ້ລູກຫຼານໃຫ້ໄດ້ຮັບການສຶກສາ, ສ້າງວິຊາອາຊີບທີ່ແນ່ນອນ ໝັ້ນຄົງ ເພື່ອເປັນທ່າແຮງໃຫ້ແກ່ບ້ານ ແລະ ປະກອບສ່ວນໃນການພັດທະນາສັງຄົມ, ຄຽງຄູ່ກັນນັ້ນ ຕ້ອງສ້າງໜ່ວຍພັກທີ່ເຂັ້ມແຂງ ເພື່ອນໍາພາປະຊາຊົນພາຍໃນບ້ານ ສ້າງລາຍຮັບທີ່ກຸ້ມກິນໃນແຕ່ລະຄອບຄົວ ແລະ ໃຫ້ຄວາມສໍາຄັນໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສຶກສາອົບຮົມໃຫ້ລູກຫຼານ ຮູ້ເຖິງຜົນຮ້າຍ ຫ່າງໄກຈາກຢາເສບຕິດ ແລະ ອື່ນໆ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ