ປິດປະຕູນໍ້າ​ ໂຄງການຊົນລະປະທານ ອ່າງເກັບນ້ຳຫ້ວຍວັງເຫ ເມືອງໂພນທອງ ແຂວງຈຳປາສັກ

01/12/2023

ປິດປະຕູນໍ້າ​ ໂຄງການຊົນລະປະທານ ອ່າງເກັບນ້ຳຫ້ວຍວັງເຫ ເມືອງໂພນທອງ ແຂວງຈຳປາສັກ

        ວັນທີ​ 4 ສິງຫາ 2023,​ ໄດ້ມີພິທີປິດປະຕູນໍ້າໂຄງການຊົນລະປະທານ ອ່າງເກັບນ້ຳຫ້ວຍວັງເຫ ເມືອງໂພນທອງ ແຂວງຈຳປາສັກ.​ ພິທີຈັດຂຶ້ນຢູ່ບໍລິເວນຄູກັນນໍ້າ​ ອ່າງເກັບນໍ້າດັ່ງກ່າວ​ ໂດຍການເຂົ້າຮ່ວມຂອງ​ ທ່ານ ປອ.​ເພັດ ພົມພິພັກ​ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້,​ ທ່ານ​ ​ວິໄລວົງ​ ບຸດດາຄໍາ ເຈົ້າແຂວງຈໍາປາສັກ,​ ​ການກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.​ ໃນພິທີ​ ທ່ານ​ ວິນວິໄລ ໄຊຍະພອນ ຮອງຫົວໜ້າ​ກົມ​ຊົນລະປະທານ​ ໃນນາມເຈົ້າຂອງໂຄງການ​ ​ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ການກໍ່ສ້າງໂຄງການ ວ່າ: ໂຄງການຊົນລະປະທານອ່າງເກັບນໍ້າຫ້ວຍວັງເຫ ໄດ້ເລີ່ມສືກສາສໍາຫຼວດ​ - ອອກແບບ​ ໃນປີ 2010 ແລະ ໄດ້ສໍາເລັດການອອກແບບ,​ ການປະກອບເອກະສານທີ່ກ່ຽວຂ້ອງ ຂອງໂຄງການ ໃນປີ 2012; ຜ່ານການສຶກສາສໍາຫຼວດ​ - ອອກແບບ ເຫັນວ່າ ໂຄງການມີເງື່ອນໄຂເໝາະສົມໃນການກໍ່ສ້າງຫົວງານເປັນອ່າງເກັບນໍ້າດ້ວຍເຂື່ອນດິນ ແລະ ສ້າງລະບົບຄອງເໝືອງ ພ້ອມອາຄານຕາມຄອງເໝືອງດ້ວຍຄອງເບຕົງທັງໝົດລະບົບ ເພື່ອສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດຂອງປະຊາຊົນ ຈໍານວນ 2.500 ເຮັກຕາ (ໃນລະດູຝົນ)​ ແລະ 1.500 ເຮັກຕາ (ໃນລະດູແລ້ງ)​, ຄາດວ່າຈະມີປະຊາຊົນ 1.760 ຄອບຄົວ ໄດ້ຮັບຜົນປະໂຫຍດ; ຕາມການຄິດໄລ່ປະເມີນມູນຄ່າໂຄງການເບື້ອງຕົ້ນ ລວມທັງໝົດ 387 ຕື້ກີບ, ເນື່ອງຈາກໂຄງການມີມູນຄ່າສູງ ຈິ່ງໄດ້ການຈັດຕັ້ງປະຕິບັດໂຄງການ ອອກເປັນ 3 ໄລຍະ ຄື: ໄລຍະທີ​ 1 ແມ່ນສຸມໃສ່ກໍ່ສ້າງລະບົບຫົວງານ ໃຫ້ສໍາເລັດ​ ປະມານ 60%, ກໍ່ສ້າງຫ້ອງການ, ກໍ່ສ້າງຕາຄ່າຍໄຟຟ້າ ແລະ ວຽກປີ່ນອ້ອມຈໍານວນໜຶ່ງ ເຊິ່ງມີມູນຄ່າລວມ 120 ຕື້ກີບ; ໄລຍະທີ 2 ສືບຕໍ່ກໍ່ສ້າງລະບົບຫົວງານທີ່ຍັງເຫຼືອໃຫ້ສໍາເລັດ ແລະ ກໍ່ສ້າງຄອງເໝືອງຈໍານວນໜື່ງ ມີມູນຄ່າລວມ 130 ຕື້ກີບ; ໄລຍະທີ 3 ແມ່ນສູມໃສ່ກໍ່ສ້າງລະບົບຄອງເໝືອງທີ່ຍັງເຫຼືອໃຫ້ສໍາເລັດທັງໝົດ ເຊິ່ງມີມູນຄ່າຕາມການປະເມີນໃນເບື້ອງຕົ້ນແມ່ນ 137 ຕື້ກີບ​.​ ປະຈຸບັນ ອ່າງເກັບນໍ້າຊົນລະປະທານ​ ຫ້ວຍວັງເຫ ມີຄວາມພ້ອມ 100% ທີ່ຈະປິດປະຕູນໍ້າ ເພື່ອເກັບກັກນໍ້າ ໄວ້ຮັບໃຊ້ໃຫ້ແກ່ການຜະລິດຂອງປະຊາຊົນ ຕາມຈຸດປະສົງເປົ້າໝາຍຂອງໂຄງການທີ່ວາງໄວ້.​ ນອກນີ້​ ກໍ່ເພື່ອການປູກຝັງ, ການລ້ຽງສັດ, ການປະມົງ, ການທ່ອງທ່ຽວ ແລະ ຍັງມີເງື່ອນໄຂເໝາະສົມ ໃນການນໍາໃຊ້ເປັນບ່ອນຕິດຕັ້ງແຜງໂຊລາ ເພື່ອຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຕື່ມອີກ; ອ່າງດັ່ງກ່າວນີ້ ມີຄວາມສາມາດເກັບກັກນໍ້າໄດ້ ທັງໝົດ 47 ລ້ານແມັດກ້ອນ, ໃນນີ້: ນໍ້າທີ່ສາມາດນໍາໃຊ້ເຮັດການຜະລິດໄດ້ປະມານ 37 ລ້ານແມັດກ້ອນ ແລະ ນໍ້າທີ່ເຫຼືອໄວ້ໃນອ່າງປະມານ 10 ລ້ານແມັດກ້ອນ; ປະລິມານນໍ້າດັ່ງກ່າວນີ້ ຈະກາຍເປັນປັດໄຈການຜະລິດໜຶ່ງທີ່ສຳຄັນ ທີ່ຈະປະກອບສ່ວນເຂົ້າໃນການຜະລິດສະບຽງອາຫານ, ການຜະລິດກະສິກຳເປັນສີນຄ້າຂອງແຂວງຈຳປາສັກ ເວົ້າລວມ,​ ເວົ້າສະເພາະ ກໍ່ແມ່ນຂອງປະຊາຊົນຊາວເມືອງໂພນທອງໃນເຂດໂຄງການ.​  ຕໍ່ມາ,​ ທ່ານ ປອ.​ເພັດ ພົມພິພັກ​ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້​ ກໍ່ມີຄຳເຫັນວ່າ​: ພັກ ແລະ ລັດຖະບານ ຍາມໃດກໍໄດ້ມີຄວາມຕັດສິນໃຈສູງ,​ ສຸມທຶນຮອນເຂົ້າໃນການກໍ່ສ້າງໂຄງການ ຊົນລະປະທານ ເພື່ອເຮັດໃຫ້ການພັດທະນາກະສິກຳ ມີຄວາມຢືນຍົງ, ຮັບປະກັນການຜະລິດຂອງປະຊາຊົນ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ. ເພື່ອເຮັດໃຫ້ໂຄງການຊົນລະປະທານ ອ່າງເກັບນ້ຳຫ້ວຍວັງເຫ ມີຄວາມຍືນຍົງ ແລະ ສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດຂອງປະຊາຊົນ,​ ໃນດ້ານການຄຸ້ມຄອງ ແລະ ນຳໃຊ້ນັ້ນ ສະເໜີໃຫ້​ຄະນະພັກ​ -​ ອົງການປົກຄອງແຂວງແຕ່ງຕັ້ງພະນັກງານວິຊາການ​ ລົງປະຈຳ ສ້າງເປັນສູນບໍລິການດ້ານກະສິກຳຂັ້ນແຂວງ ເພື່ອຮັບປະກັນດ້ານການຄຸ້ມຄອງ,​ ນໍາໃຊ້ໃຫ້ມີຄວາມຍືນຍົງ ແລະ ເຮັດໃຫ້ເກີດຜົນປະໂຫຍດຕໍ່ການຜະລິດຂອງ ປະຊາຊົນ ຢ່າງແທ້ຈິງ; ພ້ອມນີ້​ ກໍ່ສະເໜີໃຫ້ ບໍລິສັດຮັບເໝົາກໍ່ສ້າງ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ກຳນົດໄວ້ ຕາມສັນຍາ ໃນໄລຍະ 2 ໃຫ້ສໍາເລັດຕາມແຜນການ ແລະ ທັນກັບເວລາໄດ້ທີ່ກໍານົດໄວ້; ສືບຕໍ່ສ້າງແຜນລະອຽດໃນການກໍ່ສ້າງຄອງເໝືອງ ເພື່ອສາມາດສະໜອງນ້ຳ ໃຫ້ແກ່ເນື້ອທີ່ ການຜະລິດກະສິກຳໃນລະດູແລ້ງ ແລະ ໃນລະດູຝົນ ໃຫ້ໄດ້ຕາທແຜນການທີ່ວາງໄວ້.​

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ