ຈໍາປາສັກ-ກວາງຈິ ກຳນົດແຜນການຮ່ວມມືຕໍ່ໜ້າ (2024-2026)

01/12/2023

ຈໍາປາສັກ-ກວາງຈິ ກຳນົດແຜນການຮ່ວມມືຕໍ່ໜ້າ (2024-2026)

        ທ້າຍອາທິດຜ່ານມານີ້ ທີ່ແຂວງກວາງຈິ ສສ ຫວຽດນາມ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະພັກ ອົງການປົກຄອງແຂວງຈໍາປາສັກ ແຫ່ງ ສປປ ລາວ ແລະ ຄະນະພັກ ຄະນະກໍາມະການປະຊາຊົນແຂວງກວາງຈິ ແຫ່ງ ສສ ຫວຽດນາມ ຊຶ່ງຝ່າຍແຂວງຈຳປາສັກ ນຳໂດຍ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ແຂວງກວາງຈິ ແມ່ນນຳໂດຍ ທ່ານ ເລ ກວາງ ຕຸ່ງ ກໍາມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ທ່ານ ວໍ ວັນ ຮືງ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງກວາງຈິ, ມີທ່ານກົງສູນໃຫຍ່ຫວຽດນາມ ປະຈຳພາກໃຕ້ ລາວ, ທ່ານກົງສູນໃຫຍ່ລາວ ປະຈຳນະຄອນດານັງ, ພ້ອມດ້ວຍ ຄະນະຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມ.
ທ່ານ ເລ ກວາງ ຕຸ່ງ ໄດ້ກ່າວມີຄຳເຫັນຕ້ອນຮັບ ຄະນະຜູ້ແທນແຂວງຈຳປາສັກ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງການພົບປະນີ້, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ແລກປ່ຽນລາຍງານໃຫ້ກັນຮູ້ກ່ຽວກັບສະພາບເສດຖະກິດ-ສັງຄົມ ບັນດາໝາກຜົນ ຜົນງານອັນພົ້ນເດັ່ນ ແລະ ນຳສະເໜີ ຈຸດພິເສດ, ທ່າແຮງທີ່ເອື້ອອຳນວຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມື ຂອງສອງຝ່າຍ. ຈາກນັ້ນ ຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ເພື່ອກຳນົດບັນດາມາດຕາລວມ ແລະ ວາງທິດທາງແຜນການຮວ່ມມື ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງກວາງຈິ ດ້ວຍຄວາມຕ້ອງການຊຸກຍູ້ສາຍພົວພັນ ການຮວ່ມມືພັດທະນາໃຫ້ນັບມື້ກ້າວສູ່ລວງເລິກຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າໃນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມບົ່ມຊ້ອນ, ໂດຍເຫັນດີເປັນເອກະພາບວ່າດ້ວຍແຜນການການຮ່ວມມືອັນລວມ (ໄລຍະ 2024-2026) ໃນການຮ່ວມມືດ້ານການເມືອງ, ການຕ່າງປະເທດ ສືບຕໍ່ເພີ່ມທະວີພົວພັນດ້ານການເມືອງ ການແລກປ່ຽນຄະນະຜູ້ແທນສອງຝ່າຍ; ການຮ່ວມມືດ້ານການຄ້າ, ການລົງທຶນ ສອງຝ່າຍ ຊ່ວຍເຫຼືອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາວິສາຫະກິດ ຂອງແຕ່ລະຝ່າຍ ໄດ້ຜັນຂະຫຍາຍບັນດາກິດຈະກໍາການຮ່ວມມື ສ້າງເງື່ອນໄຂໃນການໂຄສະນາເຜີຍແຜ່, ສົ່ງເສີມການຄ້າ, ພິເສດແມ່ນບັນດາສິນຄ້າ, ຜະລິດຕະພັນທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງ; ການຮ່ວມມືດ້ານທ່ອງທ່ຽວ, ຄົມມະນາຄົມ ຂົນສົ່ງ ສອງແຂວງ ຈະຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໂຄສະນາເຜີຍແຜ່, ສົ່ງເສີມການທ່ອງທ່ຽວ; ການຂົນສົ່ງ ໂລຈິສຕິກ ແລະ ການບໍລິການຂົນສົ່ງທາງທະເລ, ຄຽງຄູ່ກັບແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (PARA EWEC) ເຊື່ອມຈອດກວາງຈິ-ສາລະວັນ-ຈໍາປາສັກ ແລະ ບັນດາແຂວງຕາເວັນອອກສ່ຽງເໜືອປະເທດໄທ. ນອກຈາກນັ້ນ ກໍໄດ້ກຳນົດການຮ່ວມມືການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໂດຍ ແຂວງກວາງຈິ ຈະມອບທຶນ 100% ຈຳນວນ 5 ທຶນ ໃຫ້ນັກສຶກສາແຂວງຈໍາປາສັກ ມາຮຽນພະຍາບານລະດັບຊັ້ນສູງ ທີ່ວິທະຍາໄລແພດແຂວງກວາງຈິ; ອີກ 5 ທຶນສຳລັບ ວິທະຍາໄລຄູ ແລະ 5 ທຶນ ທີ່ວິທະຍາໄລເຕັກນິກກວາງຈິ. ສ່ວນແຂວງຈຳປາສັກ ຈະໃຫ້ 2 ທຶນແກ່ພະນັກງານແຂວງກວາງຈິ ມາຮຽນພາສາລາວ ແລະ ພິຈາລະນາໃຫ້ ທຶນການສຶກສາແກ່ນັກສຶກສາແຂວງກວາງຈິມາຮຽນທີ່ສະຖາບັນການສຶກສາ ຂອງ ແຂວງຈໍາປາສັກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ