ການຮ່ວມມືແຂວງຈຳປາສັກ ແລະ ແຂວງກວ້າງນາມ

01/12/2023

ການຮ່ວມມືແຂວງຈຳປາສັກ ແລະ ແຂວງກວ້າງນາມ

        ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ແຂວງກວ້າງນາມ. ໃນວັນທີ 23 ມິຖຸນາ ຜ່ານມາ, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ນຳພາ ຄະນະຜູ້ແທນຂັ້ນສູງແຂວງຈຳປາສັກ ຢ້ຽມຢາມ ພົບປະ ຄະນະຜູ້ແທນຂັ້ນສູງແຂວງກວ້າງນາມ ແຫ່ງ ສສ ຫວຽດນາມ ຊຶ່ງນໍາໂດຍທ່ານ ຟານ ຫວຽດເກື່ອງ ກໍາມະການສູນກາງພັກ ກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງກວ້າງນາມ; ທ່ານ ເລ ຈິ ເທັງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນແຂວງກວ້າງນາມ, ມີຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.  ການພົບປະນີ້, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ລາຍງານແລກປ່ຽນກ່ຽວກັບສະພາບເສດຖະກິດ-ສັງຄົມ, ບັນດາໝາກຜົນ ຜົນງານອັນພົ້ນເດັ່ນ ຂອງແຕ່ລະຝ່າຍ, ພ້ອມນັ້ນ ຄະນະຜູ້ແທນສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງແຂວງໄລຍະຜ່ານມາ ຊຶ່ງໄລຍະປີ 2016-2022, ສາຍພົວພັນການຮ່ວມມືລະຫວ່າງສອງແຂວງແມ່ນສືບຕໍ່ພັດທະນາຫຼາຍຂົງເຂດ, ໂດຍສະເພາະການຮ່ວມມືທາງດ້ານວັດທະນະທໍາ, ການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໄດ້ມີໝາກຜົນອັນສໍາຄັນ, ການນໍາຂັ້ນສູງສອງແຂວງຍາມໃດກໍຮັກສາໄດ້ການໄປຢ້ຽມຢາມ ແລະ ເຮັດວຽກ ເພື່ອແນໃສ່ການຮ່ວມມືລະຫວ່າງສອງຝ່າຍ, ໃນນັ້ນ, ສຸມໃສ່ຊຸກຍູ້ການຮ່ວມມືການລົງທຶນ, ຊຸກຍູ້ການຄ້າ, ການທ່ອງທ່ຽວ ໂດຍສະເພາະແມ່ນການດຶງດູດບັນດາວິສາຫະກິດແຂວງກວ້າງນາມມາລົງທຶນຢູ່ແຂວງຈໍາປາສັກ ແລະ ຜ່ານການປຶກສາຫາລື ແຜນການຮ່ວມມື ໃນໄລຍະຕໍ່ໜ້າ (2023-2025) ສອງຝ່າຍເຫັນດີເປັນເອກະພາບ ແລະ ພ້ອມກັນ ລົງນາມບົດບັນທຶກການຮ່ວມມື ໂດຍຕາງໜ້າແຂວງກວ້າງນາມ ລົງນາມແມ່ນ ທ່ານ ເລ ຈິ ເທັງ ປະທານຄະນະກໍາມະການປະຊາຊົນແຂວງ ແລະ ແຂວງຈຳປາສັກ ລົງນາມໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ຊຶ່ງສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ການຄ້າ, ທ່ອງທ່ຽວ, ການບໍລິການ, Logistics, ກະສິກໍາ-ປ່າໄມ້, ໂດຍສະເພາະການຮ່ວມມືລົງທຶນພັດທະນາວັດຖຸດິບຮັບໃຊ້ການຜະລິດສິນຄ້າກະສິກໍາສົ່ງອອກ, ເພີ່ມທະວີບັນດາກິດຈະກໍາຊຸກຍູ້ການລົງທຶນ, ການຄ້າ, ໂຄສະນາແນະນໍາຜະລິດຕະພັນສິນຄ້າເອກະລັກ ແນໃສ່ສົ່ງເສີມພັດທະນາກິດຈະກໍາພົວພັນການຄ້າລະຫວ່າງສອງຝ່າຍ; ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການທ່ອງທ່ຽວ ບັນດາກິດຈະກໍາແລກປ່ຽນວັດທະນະທໍາ, ການໂຄສະນາການທ່ອງທ່ຽວ, ຈັດກິດຈະກໍາການເຊື່ອມຈອດການທ່ອງທ່ຽວລະຫວ່າງສອງຝ່າຍ, ການຮ່ວມມືໃນຂົງເຂດການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ແຂວງກວ້າງນາມ ສືບຕໍ່ຊຸກຍູ້ໃຫ້ທຶນການສຶກສາ 100% ໃຫ້ແກ່ນັກຮຽນແຂວງຈໍາປາສັກມາຮຽນພາສາຫວຽດນາມ ແລະ ຮຽນວິຊາສະເພາະທີ່ມະຫາວິທະຍາໄລ, ຊັ້ນສູງທີ່ແຂວງກວ້າງນາມ 20 ທຶນຕໍ່ປີ, ແຂວງຈໍາປາສັກສືບຕໍ່ຮັບ ແລະ ໃຫ້ທຶນພະນັກງານແຂວງກວ້າງນາມມາຮຽນພາສາລາວທີ່ສູນພາສາລາວ ຢູ່ແຂວງຈຳປາສັກ 2 ທຶນຕໍ່ປີ.  ນອກຈາກນັ້ນ ສອງຝ່າຍຍັງເຫັນດີສືບຕໍ່ປະສານສົມທົບກັບບັນດາແຂວງພາກໃຕ້ຂອງລາວສັງລວມ ສະໜອງເອກະສານ, ຮູບພາບ, ວັດຖຸທີ່ລະນຶກຂອງບັນດາການນໍາ, ພະນັກງານນັກຮົບປະຕິວັດ ເຂດທີ່ໝັ້ນພາກໃຕ້ລາວ ທີ່ເມືອງຝຸນິງ ເພື່ອປະກອບສ່ວນພັດທະນາຮ່ອງຮອຍໃຫ້ກາຍເປັນສະຖານທີ່ການປະຕິວັດ ເພື່ອສຶກສາມູນເຊື້ອມິດຕະພາບພິເສດລະຫວ່າງສອງຊາດລາວ-ຫວຽດນາມ ແລະ ເຫັນດີ ປະສານສົມທົບການຈັດ ແລະ ເຂົ້າຮ່ວມບັນດາກິດຈະກໍາໃນການຊຸກຍູ້ການຈັດຕັ້ງປະຕິບັດ ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ເຂດເສດຖະກິດທີ່ສໍາຄັນ ເພື່ອແນໃສ່ຊ່ວຍເຫຼືອການເຊື່ອມຈອດ, ຊຸກຍູ້ພັດທະນາເສດຖະກິດ-ສັງຄົມບັນດາທ້ອງຖິ່ນໃນພາກພື້ນ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ