ເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈໍາລາວ ຢ້ຽມຢາມແຂວງຈຳປາສັກ

30/11/2023

ເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈໍາລາວ ຢ້ຽມຢາມແຂວງຈຳປາສັກ

        ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ຄະນະສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈຳປາສັກ ໃນວັນທີ 6 ກັນຍາ ນີ້, ໂດຍການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ.  ໂອກາດນີ້, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງການຕ້ອນຮັບອັນອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານເອກອັກຄະລັດຖະທູດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ປະຈຳລາວ ທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກ, ໂດຍສະເພາະໄດ້ໃຫ້ກຽດເລືອກແຂວງຈຳປາສັກ ໃນການຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 75 ປີ, ທີ່ມີເນື້ອໃນສຳຄັນ ແລະ ມີຄວາມໝາຍເລິກເຊິ່ງກ່ຽວກັບຜົນງານຂອງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ພາຍໃຕ້ການຊີ້ນຳ-ນຳພາຂອງ ຜູ້ນໍາທີ່ຍິ່ງໃຫຍ່, ໃນພາລະກິດປະຕິວັດຂອງພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ, ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນປັດຈຸບັນ. ພ້ອມນັ້ນ ທ່ານເຈົ້າແຂວງຈຳປາສັກ ຍັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ປະຊາຊົນ ລາວ ແລະ ປະຊາຊົນ ສປປ ເກົາຫຼີ ຈົ່ງຍືນຍົງໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ.  ທ່ານທູດຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ໃຫ້ກຽດຮ່ວມຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສປປ ເກົາຫຼີ ຄົບຮອບ 75 ປີ ທີ່ແຂວງຈຳປາສັກ, ພ້ອມນັ້ນ ສອງຝ່າຍຍັງໄດ້ເນັ້ນຢ້ຳເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ສອງປະເທດ ແລະ ສອງຝ່າຍມີຄວາມຍິນດີໃນພັດທະນາ ການພົວພັນຮ່ວມມືໃນຂັ້ນທ້ອງຖິ່ນນຳກັນຕື່ມ ແລະ ໃນໂອກາດມາຢ້ຽມຢາມແຂວງຈຳປາສັກ, ທ່ານເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈໍາລາວ ພ້ອມດ້ວຍຄະນະສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ຍັງໄດ້ຢ້ຽມຢາມພື້ນຖານເສດຖະກິດຂອງແຂວງ.  ຂ່າວໃຫ້ຮູ້ອີກວ່າ: ອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບ ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ໄດ້ມອບເສົາໄຟປະດັບ ຈຳນວນ 20 ຊຸດ ລວມມູນຄ່າ 300 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແຂວງຈຳປາສັກ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ