ແຂວງຈໍາປາສັກ ສືບຕໍ່ຈັດຕັ້ງປະຕິບັດທິດທາງວຽກງານການເມືອງ-ແນວຄິດທີ່ເປັນຈຸດສຸມ

17/12/2022

ແຂວງຈໍາປາສັກ ສືບຕໍ່ຈັດຕັ້ງປະຕິບັດທິດທາງວຽກງານການເມືອງ-ແນວຄິດທີ່ເປັນຈຸດສຸມ

ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນສໍາເລັດ ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ກໍຄືການສືບຕໍ່ປັບປຸງວຽກງານໂຄສະນາອົບຮົມ ຕິດພັນກັບການບໍາລຸງສ້າງພະນັກງານໃນຂົງເຂດວຽກງານການເມືອງ-ແນວຄິດຢູ່ແຂວງຈໍາປາສັກ ໂດຍຈະສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດທິດທາງວຽກງານທີ່ເປັນຈຸດສຸມ. ສະຫາຍ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ກ່າວວ່າ: ແຂວງຈຳປາສັກ ຈະສືບຕໍ່ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ຕິດພັນສະໜິດແໜ້ນກັບວຽກງານການເມືອງ-ແນວຄິດ ຂອງພັກ, ວຽກງານກໍ່ສ້າງ ແລະ ປັບປຸງພັກບົນພື້ນຖານໜ້າທີ່ການເມືອງ ຂອງພັກໃນແຕ່ລະໄລຍະ ດ້ວຍການສືບຕໍ່ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ ຂອງຄະນະພັກ, ສະມາຊິກພັກ, ພະນັກງານ ຕາມມະຕິກອງປະຊຸມ ຄັ້ງທີ XI ຂອງພັກ, ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ການເຮັດວຽກງານໂຄສະນາອົບຮົມ ຕ້ອງເລັ່ງໃສ່ການປຸກລະດົມ, ສຶກສາອົບຮົມ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນສ້າງຄວາມເຊື່ອໝັ້ນ ຕໍ່ບົດບາດການນໍາພາ ຂອງພັກ, ການຄຸ້ມຄອງ ຂອງລັດ ແລະ ບາດກ້າວເດີນ ຂອງປະເທດຊາດ ຕິດພັນກັບການປັບປຸງເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ ໃຫ້ກວ້າງຂວາງທົ່ວເຖິງ. ການປັບປຸງວຽກງານໂຄສະນາອົບຮົມ ຕ້ອງເນັ້ນໜັກ ແລະ ຖືສໍາຄັນຄຸນນະພາບ, ປະສິດທິຜົນ ໂດຍເລີ່ມຈາກການຍົກສູງຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນ, ທຸກຂະແໜງການຕໍ່ວຽກງານດັ່ງກ່າວ, ດ້ວຍການເອົາໃຈໃສ່ສ້າງເປັນແຜນການ, ໂຄງການເຮັດໃຫ້ວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະສຸມໃສ່ປັບປຸງເອກະສານໂຄສະນາ-ປາຖະກະຖາ ວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ ໂດຍຍົກໃຫ້ເຫັນສະພາບຄວາມເປັນຈິງໃນປັດຈຸບັນ, ທັງຈັດຕັ້ງການປາຖະກະຖາ, ຕິດພັນກັບການເຜີຍແຜ່ມະຕິ ຂອງສູນກາງພັກຢ່າງເປັນຂະບວນກວ້າງຂວາງ.

ສະ​ຫາຍ ວິໄລວົງ ບຸດດາຄຳ ກ່າວ​ອີກວ່າ: ແຂວງ​ຈຳ​ປາ​ສັກ ຈະຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໃນການນໍາພາ-ຊີ້ນໍາປັບປຸງເຮັດໃຫ້ວຽກງານໂຄສະນາສຶກສາອົບຮົມໃຫ້ຮັບປະກັນຄວາມເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ, ມີຄວາມເຊື່ອໝັ້ນ ສະໜັບສະໜູນເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຢ່າງຕັ້ງໜ້າຕໍ່ແນວທາງ, ແຜນນະໂຍບາຍ ແລະ ການນໍາພາຂອງພັກ, ເຮັດໃຫ້ວຽກງານດັ່ງກ່າວມີຄຸນນະພາບ ມີຊີວິດຊີວາ ທັງຕິດພັນກັບໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມແຕ່ຂັ້ນແຂວງ, ຂັ້ນເມືອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີກົນໄກການເຄື່ອນໄຫວປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການເຕົ້າໂຮມຍາດແຍ່ງແນວຄວາມຄິດ ສະຕິປັນຍາ ແລະ ທຶນຮອນຈາກຊັ້ນຄົນຕ່າງໆໃນສັງຄົມ ເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕິດພັນກັບການກໍ່ສ້າງຍົກລະດັບຖັນແຖວພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມ, ວຽກງານການ ເມືອງ-ແນວຄິດໃຫ້ມີຄວາມຮູ້, ຄວາມສາມາດ ດ້ານທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງ ແລະ ຄວາມຮູ້ວິຊາການ, ມີຄວາມສໍານານງານເພີ່ມຂຶ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີປະສິດທິຜົນສູງຂຶ້ນ ແລະ ເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການທີ່ເຮັດວຽກງານການເມືອງ-ແນວຄິດ ວຽກງານໂຄສະນາອົບຮົມຂອງບັນດາແຂວງ, ນະຄອນ ຂອງປະເທດເພື່ອນມິດ ໂດຍສະເພາະແມ່ນ ສສ ຫວຽດນາມ, ສປ ຈີນ ເພື່ອແລກປ່ຽນບົດຮຽນ, ຍາດແຍ່ງການຊ່ວຍເຫຼືອ ເພື່ອພັດທະນາຍົກລະດັບເຮັດໃຫ້ວຽກງານໂຄສະນາອົບຮົມ ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ