ກອງປະຊຸມ ຄົບຄະນະບໍລິຫານພັກແຂວງຈໍາປາສັກ ຄັ້ງທີ 13 ສະໄໝທີ VIII

26/07/2024

ກອງປະຊຸມ ຄົບຄະນະບໍລິຫານພັກແຂວງຈໍາປາສັກ ຄັ້ງທີ 13 ສະໄໝທີ VIII

        ກອງປະຊຸມຄົບຄະນະບໍລິຫານພັກແຂວງຈໍາປາສັກ ຄັ້ງທີ 13 ສະໄໝທີ VIII ໄດ້ຈັດຂື້ນ ໃນວັນທີ 18-20 ກໍລະກົດ 2024, ທີ່ຫ້ອງວ່າການແຂວງຈໍາປາສັກ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ມີຮອງເລຂາພັກແຂວງ, ບັນດາ ສະຫາຍ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກ-ໜ່ວຍພັກ ຮາກຖານ ພະແນກການກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.  ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວເປີດກອງປະຊຸມ ບາງຕອນວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ແຜນດຳເນີນງານຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 12 ສະໄໝທີ VIII, ການປະຕິບັດ 2 ວາລະແຫ່ງຊາດ, ວາລະຂອງແຂວງ ມະຕິ 04 ຂອງກົມການເມືອງສູນກາງພັກ,ທິດຊີ້ນຳ ແນວຄິດຂອງ ສະຫາຍ ເລຂາ ທິການໃຫຍ່ ທີ່ໄດ້ຮັບຮອງຢູ່ໃນມະຕິຄະນະບໍລິຫານງານສູນກາງພັກ ເລກທີ 04 ກ່ຽວກັບເສດຖະກິດເປັນເອກກະລາດ ເປັນເຈົ້າຕົນເອງ ຫຼື “ສອຈ” ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ ໃນທົ່ວສັງຄົມ, ມາດຕະການຂອງຄະນະສະເພາະກິດ 19  ກໍ່ຄື ຄະນະແກ້ໄຂບັນຫາເສດຖະກິດ-ການເງິນຂອງປະເທດ, ການຄຸ້ມຄອງແຮງງານ, ຄ່າແຮງຂັ້ນພື້ນຖານ, ຄ່າຄອງຊີບ ໂດຍສະເພາະກໍ່ແມ່ນ ພະນັກງານລັດ, ເລັງໃສ່ການຜະລິດເພື່ອກຸ້ມຕົນເອງ ແລະ ເພື່ອຜະລິດສົ່ງອອກ, ຫຼຸດຜ່ອນການນຳເຂົ້າ, ການຄຸ້ມຄອງເງິນຕາ,ການຄຸ້ມຄອງຖານລາຍຮັບ, ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການພາຍໃນ, ດຶງດູດນັກລົງທຶນຕ່າງປະເທດ, ການຄວບຄຸມກະແສເງິນ, ການແລກປ່ຽນໂດຍການຫັນການແລກປ່ຽນເຂົ້າສູ່ລະບົບ, ຫຼຸດຜ່ອນການແລກ ປ່ຽນເງິນຕາທີ່ບໍ່ຈຳເປັນໂດຍຈະໄປຊື້ສິນຄ້າຢູ່ຕ່າງປະເທດ.

ກອງປະຊຸມນີ້ ໄດ້ຮັບຟັງການລາຍງານເຜີຍແຜ່ເອກະສານສໍາຄັນຕ່າງໆ ຄໍາຖາມເຈາະຈີ້ມ ພ້ອມທິດຊີ້ນໍາຂອງປະທານ ເຊິ່ງຈະໄດ້ເຜີຍແຜ່ ຜົນສໍາເລັດກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2024, ຜົນສໍາເລັດກອງປະຊູມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ພລສພ,ວ່າດ້ວຍການຄາດຄະເນຄວາມຮັບຜິດຊອບຂອງຄະນະປະຈໍາພັກແຂວງ ແຕ່ລະຂັ້ນ, ການສະຫຼຸບຕີລາຄາການນໍາພາ - ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນເດືອນ 6 ຕົ້ນປີ ແລະ ທິດທາງແຜນການນໍາພາ 6 ເດືອນ ທ້າຍປີ 2024, ລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ທິດທາງວຽກງານຈຸດສຸມນໍາພາ ແຕ່ນີ້ຮອດກອງປະຊຸມໃຫ່ຍ IX, ການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ການກະກຽມດໍາເນີນກອງປະຊຸມ ສະພາປະຊາຊົນແຂວງ ສະໄໝສາມັນເທື່ອທີ 7 ຊຸດທີ II,  ລາຍງານວຽກງານ ໃນບາງຂົງເຂດ ແລະ ວຽກງານຈຸດສຸມຕ່າງໆ, ສືບຕໍ່ ປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຕິດພັນກັບການນໍາພາ ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100