ການນຳແຂວງຈໍາປາສັກ ວາງພວງມາລາ ອາໄລເຖິງດວງວິນຍານ ສະຫາຍ ຫວຽນຝູຈ້ອງ ເລຂາທິການໃຫ່ຍພັກ ກອມມູນິດ ຫວຽດນາມ

26/07/2024

ການນຳແຂວງຈໍາປາສັກ ວາງພວງມາລາ ອາໄລເຖິງດວງວິນຍານ ສະຫາຍ ຫວຽນຝູຈ້ອງ ເລຂາທິການໃຫ່ຍພັກ ກອມມູນິດ ຫວຽດນາມ

        ໃນວັນທີ 25 ກໍລະກົດ 2024  ທີ່ສະຖານກົງສູນໃຫ່ຍ ແຫ່ງ ສສ ຫວຽດນາມ ປະຈໍານະຄອນປາກເຊ. ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ເຊິ່ງນໍາໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈໍາປາສັກ ພ້ອມຄະນະນໍາແຂວງ ໄດ້ເຂົ້າວາງພວງມາລາ ໄຫວ້ອາໄລແດ່ ດວງວິນຍານຂອງ ສະຫາຍ ຫວຽນຝູຈ້ອງ ເລຂາທິການໃຫ່ຍ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 19 ກໍລະກົດ 2024 ຜ່ານມາ.  ຕາງໜ້າຄະນະພັກ - ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກ ຂໍສະແດງຄວາມເສົ້າໂສກ ເສຍໃຈ ຢ່າງສຸດຊື້ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຟູຈ້ອງ ເຊິ່ງເປັນການສູນເສຍອັນຫຍິ່ງໃຫ່ຍ ຂອງພັກ-ລັດຖະບານ ແລະ ປະຊາຊົນອ້າຍນ້ອງຫວຽດນາມ, ໄດ້ສະແດງຄວາມອາໄລອາວອນ ແລະ ແບ່ງປັນຄວາມທຸກໂສກມາຍັງ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະຊາຊົນຊາຊົນ ຫວຽດນາມ ອ້າຍນ້ອງ ພ້ອມດ້ວຍຄອບຄົວ ສະຫາຍ ຫງວຽນຟູຈ້ອງ ມານະໂອກາດນີ້ດ້ວຍ. ຕໍ່ຄຸນງາມຄວາມດີ ອັນງົດງາມ ແລະ ເປັນແບບຢ່າງຂອງ ສະຫາຍ ຫງວຽນຟູຈ້ອງ ຈະຄົງຢູ່ຄຽງຄູ່ກັບສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫຼອດໄປ ແລະ ຈະຢູ່ໃນດວງໃຈ ຊາວແຂວງຈໍາປາສັກຊົ່ວກາລະນານ.

ສະຫາຍ ຫງວຽນຟູຈ້ອງ ເປັນຜູ້ນໍາປະຕິວັດໃນຍຸກສະໄໝໃໝ່ ເຊິ່ງໃນຕະຫຼອດຊີວິດ ແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ, ພາລະກິດປົດປ່ອຍຊາດ, ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງ ພັກກອມມູນິດຫວຽດນາມ, ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງ, ປອດໃສ ກໍ່ຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງຖານະບົດບາດຂອງ ສສ ຫວຽດນາມກໍ່ໄດ້ຮັບການຍົກສູງຂື້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ, ສະຫາຍໄດ້ກາຍເປັນວິລະບູລຸດຜູ້ທີ່ໂດດເດັ່ນໃນຍຸກໃຫມ່ ເປັນຜູ້ສືບທອດ ພາລະກິດຂອງປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫ່ຍ, ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ, ການຈາກໄປຂອງ ສະຫາຍ ຫງວຽນຟູຈ້ອງ ເປັນການສູນເສຍເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100