ແຂວງຈຳປາສັກ ຈັດກິດຈະກຳຂີ່ລົດຖີບສົ່ງເສີມການທ່ອງທ່ຽວ ທີ່ດອນເດດ-ດອນຄອນ ເມືອງໂຂງ

02/07/2024

ແຂວງຈຳປາສັກ ຈັດກິດຈະກຳຂີ່ລົດຖີບສົ່ງເສີມການທ່ອງທ່ຽວ ທີ່ດອນເດດ-ດອນຄອນ ເມືອງໂຂງ

         ກິດຈະກຳຂີ່ລົດຖີບເພື່ອສົ່ງເສີມການທ່ອງທ່ຽວໃຫ້ມີບັນຍາກາດຄຶກຄື້ນຢູ່ເຂດດອນເດດ-ດອນຄອນ ເມືອງໂຂງ ທີ່ເປັນສະຖານທີ່ທ່ອງທ່ຽວໄດ້ຮັບຄວາມນິຍົມຂອງແຂກພາຍໃນ ແລະ ຕ່າງປະເທດສົນໃຈເຂົ້າມາທ່ຽວຊົມໃນປັດຈຸບັນ.  ກິດຈະກຳດັ່ງກ່າວມີຂຶ້ນໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2024 ນີ້ໃຫ້ກຽດເຂົ້າຮ່ວມກິດຈະກໍາຂອງທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມຄະນະນໍາຂອງແຂວງ, ມີທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໆໂຂງ, ມີຂະແໜງການກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມ.  ກິດຈະກຳຂີ່ລົດຖີບເພື່ອສົ່ງເສີມການທ່ອງທ່ຽວເລີ່ມຕົ້ນຈາກດອນເດດ ຂີ່ອ້ອມຮອບ ໄປຫາດອນຄອນ. ຈາກນັ້ນທ່ານ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງໂຂງ ໄດ້ສືບຕໍ່ຂີ່ລົດໄຟຟ້າ ທ່ຽວຊົມຈຸດທ່ອງທ່ຽວອ້ອມຮອບດອນເດດ ແລະ ດອນຄອນ, ໂດຍໃນໄລຍະທ່ຽວຊົມແມ່ນໄດ້ລົງເບິ່ງ, ພ້ອມຖ່າຍຮູບເປັນທີ່ລະນຶກຕາມສະຖານທີ່ທ່ອງທ່ຽວ ເຊັ່ນ: ທ່າກໍາປັ່ນ, ຫົວລົດໄຟ້ເກົ່າ, ຊົມທິວທັດທໍາມະຊາດອ້ອມດອນ, ຊົມນໍ້າຕົກຕາດສົມພະມິດ ໂດຍຢູ່ທີ່ນໍ້າຕົກຕາດສົມພະມິດມີບໍລິການຂີ່ສະລິງ, ຍ່າງຂົວອູ່ຜ່ານໜ້າຜານໍ້າຕົກຕາດທີ່ມີຄວາມສູງ. ໃນໂອກາດມາສະຖານທີ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດສົມພະມິດທ່ານ ເຈົ້າແຂວງຈໍາປາສັກ, ໄດ້ນໍາພາການນໍາຂອງແຂວງ, ພ້ອມທຸກທ່ານທີ່ເຂົ້າຮ່ວມກິດຈະກຳ ຍ່າງຜ່ານຂົວອູ່ຈໍານວນ 5 ເສັ້ນ, ທີ່ມີຄວາມທາທ້າຍດ້ານຄວາມສູງຂອງໜ້າຜາ, ແຕ່ມີຄວາມຮັບປະກັນເລື່ອງຄວາມປອດໄພ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100