ເຈົ້າແຂວງຈໍາປາສັກຕ້ອນຮັບ ຮອງລັດຖະມົນຕີກະຊວງການເງິນ

02/07/2024

ເຈົ້າແຂວງຈໍາປາສັກຕ້ອນຮັບ ຮອງລັດຖະມົນຕີກະຊວງການເງິນ

      ວັນທີ 28 ມິຖຸນາ, ທີ່ສໍານັກງານ ຫ້ອງວ່າການແຂວງ ຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ຕ້ອນຮັບ ທ່ານ ພູວົງ ກິດຕິວົງ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມຄະນະ ທີ່ມາເຄື່ອນໄຫວວຽກງານຢູ່ແຂວງ ຈໍາປາສັກ.  ໂອກາດດັ່ງກ່າວ,ທ່ານ ພູວົງ ກິດຕິວົງ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບ ພ້ອມທັງ, ສະແດງຄວາມຍິນດີ ຊົມເຊີຍ ຕໍ່ການຮັບໜ້າທີ່ການນໍາພາ ອັນສໍາຄັນ ແລະ ໄດ້ກ່າວໃຫ້ຮູ້ເຖິງຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້, ກໍ່ແມ່ນເພື່ອຊຸກຍູ້ສົ່ງເສີມ ການຄຸ້ມຄອງ ລະບົບການເງິນແຫ່ງລັດເພື່ອຫັນໄປສູ່ທັນສະໄໝ ເພື່ອຮັບປະກັນ ການຄຸ້ມຄອງດ້ານ ລະບົບງົບປະມານທັງໝົດ ການຈັດເກັບລາຍຮັບ-ລາຍຈ່າຍ, ເຊິ່ງ ໃນພາກໃຕ້ ແມ່ນໄດ້ເລືອກເອົາ ແຂວງຈໍາປາສັກ ເປັນແຂວງ ທີ່ຈະສ້າງ ສູນຄຸ້ມຄອງລະບົບຂ່າວສານການເງິນ ໃນທິດທາງຕໍ່ໜ້າ.  ນອກນັ້ນ, ການຄຸ້ມຄອງ ລາຍຈ່າຍ ການອະນຸມັດງົບປະມານ ຈະໄດ້ພ້ອມກັນຈັດຕັ້ງປະຕິບັດ ເພື່ອຫັນໄປສູ່ທັນສະໄໝ ເປັນກ້າວໆ ໃນແຕ່ລະຂັ້ນ, ການນໍາໃຊ້ລະບົບລາຍເຊັນ ເອເລັກໂທນິກ,ການຄຸ້ມຄອງຈັດເກັບລາຍຮັບ ລວມສູນເປັນລະບົບດຽວ ຮັບປະກັນ ການຈັດຕັ້ງປະຕິບັດ ວຽກງານການເງິນໃຫ້ມີຄວາມຄ່ອງຕົວຍິ່ງຂື້ນ.  ໃນໂອກາດດຽວກັນນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການເຄື່ອນໄຫວ ອັນມີເນື້ອໃນ ສໍາຄັນຕໍ່ການຊຸກຍູ້ວຽກງານ ການເງິນຂອງແຂວງ, ເຊິ່ງໃນປະຈຸບັນ ຄະນະພັກ-ຄະນະນໍາ ກໍ່ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ພະແນກການເງິນແຂວງ ຢ່າງໃກ້ຊິດໃນໄລຍະທີ່ກໍາລັງສຸມໃສ່ ເພີ່ມທະວີ ການແກ້ໄຂ ບັນຫາເສດຖະກິດການເງິນ ຢ່າງຕັ້ງໜ້າ ເຮັດໃຫ້ສະພາບການເງິນຂອງແຂວງມີຄວາມໝັ້ນທ່ຽງຂື້ນເລື້ອຍໆ, ແຂວງຈໍາປາສັກ ມີຕົວເລກການຈັດເກັບລາຍຮັບ, ທີ່ມີທ່າແຮງພື້ນຖານມາຈາກ ຂົງເຂດກະສິກໍາ, ການທ່ອງທ່ຽວ, ສືບຕໍ່ການຫັນໄປສູ່ລະບົບທັນສະໄໝເທື່ອລະກ້າວ ໂດຍສະເພາະແມ່ນ ດ່ານສາກົນ ທີ່ກໍາລັງຈະເລີ່ມປະຕິບັດ, ພ້ອມນັ້ນ ຍັງຕ້ອງໄດ້ເອົາໃຈໃສ່ ກໍ່ສ້າງ ຈັດວາງພະນັກງານ ເພື່ອການປະຕິບັດໜ້າທີ່ຢ່າງມີປະສິດທິພາບ,ສືບຕໍ່ ຢ່າງຕັ້ງໜ້າ ໃນການເກັບກໍາ ຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການ ໃຫ້ເຂົ້າສູ່ລະບົບ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100