ກອງປະຊຸມອົງການປົກຄອງແຂວງເປີດກ້ວາງ ຄັ້ງທີ I ປະຈໍາປີ 2024

02/07/2024

ກອງປະຊຸມອົງການປົກຄອງແຂວງເປີດກ້ວາງ ຄັ້ງທີ I ປະຈໍາປີ 2024

        ກອງປະຊຸມອົງການປົກຄອງແຂວງ ເປີດກ້ວາງ ຄັ້ງທີ I ປະຈໍາປີ 2024 ໄດ້ຈັດຂື້ນໃນວັນທີ 27-28 ມີຖຸນາ  ທີ່ສໍານັກງານຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາສັກ, ມີບັນດາ ຮອງເຈົ້າແຂວງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງ, ອົງການທຽບເທົ່າຂັ້ນແຂວງ, ເຈົ້ານະຄອນປາກເຊ ແລະ ເຈົ້າເມືອງ ເຂົ້າຮ່ວມ.  ທ່ານ ອາລຸນໄຊ ສຸນນະລາດ ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສະຫຼຸບ-ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ແລະ ລົງເລິກຄົ້ນຄວ້າປຶກສາຫາລື ທິດທາງແຜນການຕໍ່ໜ້າ ໃນຂົງເຂດວຽກງານ ຕາມຫົວຂໍ້ທີ່ກໍານົດໃນວາລະຂອງກອງປະຊຸມທີ່ພະແນກການ, ກົມກອງ, ນະຄອນ ແລະ ບັນດາເມືອງ ໄດ້ກະກຽມເນື້ອໃນລາຍງານ ຕໍ່ກອງປະຊຸມ ສະນັ້ນ ຜູ້ແທນກອງປະຊຸມ ຈົ່ງໄດ້ເອົາໃຈໃສ່ຕິດຕາມ ແລະ ສຸມໃສ່ການປະກອບຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ.  ກອງປະຊຸມຄັ້ງນີ້, ຈະໄດ້ລົງເລິກຄົ້ນຄວ້າປຶກສາຫາລື , ພິຈາລະນາ, ຮັບຮອງ ແລະ ຕົກລົງບັນຫາ ສໍາຄັນ , ບັນດາຄໍາຖາມເຈາະຈີ້ມ ຕໍ່ ການລາຍງານການຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ ຈຸດສຸມ 6 ເດືອນທ້າຍປີ 2024 ຂອງບັນດາຂະແໜງການຕ່າງໆ, ເພື່ອລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບ ການປະຕິບັດວາລະແຫ່ງຊາດ, ການປະຕິບັດຄໍາສັ່ງ 13/ນຍ ການເພີ່ມທະວີ ແກ້ໄຂບັນຫາເຄັ່ງຮ້ອນເສດຖະກິດການເງິນ, ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການແກ້ໄຂ ບັນຫາໜີ້ສິນຂອງເເຂວງ (ໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ), ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ,ການຄຸ້ມຄອງລົດລັດ, ມາດຕະການ ຕ້ານການຟຸຍເຟືອຍ,ການຄຸ້ມຄອງເງິນຕາ, ອັດຕາແລກປ່ຽນເງິນເຟີ້ ແລະ ການສໍາລະຜ່ານລະບົບທະນາຄານ, ຈັດຕັ້ງປະຕິບັດການປັບປຸງ ລັດວິສາຫະກິດ, ການຜະລິດ ເປັນສິນຄ້າແທນ ການນໍາເຂົ້າ ແລະ ສົ່ງອອກ, ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ, ລາຄາສິນຄ້າ ແລະ ຄ່າບໍລິການພາຍໃນແຂວງ, ການຄຸ້ມຄອງ ການຈໍາໜ່າຍນໍ້າມັນເຊື້ອໄຟ, ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 93/ນຍ ວ່າດ້ວຍນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນຢູ່ທ້ອງຖິ່ນ ຂັ້ນແຂວງ, ການຈັດຕັ້ງປະຕິບັດ ຄໍາສັ່ງ 11/ນຍ ການເພີ່ມທະວີຄວາມເຂັ້ມງວດ ການຄຸ້ມຄອງປົກປັກຮັກສາປ່າໄມ້ ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ປະຕິບັດການຄຸ້ມຄອງການນໍາໃຊ້ທີ່ດິນ ( ການເຊົ່າສໍາປະທານດິນລັດ ) ແລະ ການຂື້ນທະບຽນທີ່ດິນ, ການປະຕິບັດ ແລະ ຄຸ້ມຄອງ ກວດກາ, ການປະເມີນໂຄງການບໍ່ແຮ່, ບັນດາໂຄງການພັດທະນາພະລັງງານໄຟຟ້າ, ຕິດຕາມຄຸ້ມຄອງໂຄງການກໍ່ສ້າງດ່ານສາກົນວັງເຕົ່າ, ການບໍລິການ ດ່ານທ່າບົກວັງເຕົ່າ, ການແກ້ໄຂບັນຫາ ແຮງງານ,ການສົ່ງເສີມ ຈັດຫາ ອາຊີບໃຫ້ ປະຊາຊົນ , ການປະຕິບັດບັນດາຄາດໝາຍບູລິມະສິດຂອງ ຂະແໜງການສຶກສາ ແລະ ກິລາ, ບັນດາຄາດໝາຍຕົວຊີ້ວັດດ້ານສາທາລະນະສຸກ,ຜົນການຈັດຕັ້ງປະຕິບັດຂອງສະພາປະຊາຊົນແຂວງ ໃນການຈັດຕັ້ງປະຕິບັດກວດກາຜົນການກວດສອບ.  ນອກຈາກການລາຍງານແລ້ວ, ຜູ້ແທນກອງປະຊຸມກໍໄດ້ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບເພື່ອປັບປຸງແຜນພັດທະນາຮອບດ້ານເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100