ຫົວພັນ ແລະ ຈໍາປາສັກ ພົບປະແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນສອງແຂວງ

27/06/2024

ຫົວພັນ ແລະ ຈໍາປາສັກ ພົບປະແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນສອງແຂວງ

        ໃນວັນທີ 21 ມີຖຸນາ ຜ່ານມານີ້ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍ ຄະນະພັກ-ຄະນະນໍາຂອງແຂວງ ມີບັນດາພະແນກການ ຮ່ວມຕ້ອນຮັບ ທ່ານ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ພ້ອມຄະນະ ຊຶ່ງມີບັນດາພະແນກການ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ ເພື່ອພົບປະ ປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ.  ໃນການພົບປະຄັ້ງນີ້, ທ່ານ ຄໍາແພງ ໄຊສົມແພງ ໄດ້ນໍາສະເໜີໃຫ້ຮູ້ເຖິງ ສະພາບລວມ ທີ່ຕັ້ງຂອງແຂວງ, ທີ່ຕິດພັນກັບປະຫວັດສາດ ເປັນເຂດດິນແດນ ເຂດທີ່ໝັ້ນຂອງການປະຕິວັດລາວ ແລະ ກອງທັບປະຊາຊົນ ປະຕິວັດລາວ, ບັນດາພື້ນຖານການພັດທະນາເສດຖະກິດ ແລະ ການຂະຫຍາຍຕົວທາງດ້ານວັດທະນະທໍາ-ສັງຄົມ, ບັນດາທ່າແຮງບົ່ມຊ້ອມ ຊັບພະຍາກອນທໍາມະຊາດ, ການທ່ອງທ່ຽວ, ການຮ່ວມມື ການຄ້າ-ການລົງທຶນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ.

ໂອກາດດຽວກັນນີ້, ທ່ານ ອາລຸນໄຊ ສູນທະລາດ ກໍໄດ້ ນໍາສະເໜີໃຫ້ຮູ້ ບັນດາທ່າແຮງ ຈຸດທີ່ຕັ້ງຍຸດທະສາດຂອງແຂວງທີ່ ເປັນແລວທາງເສດຖະກິດ ໂດຍສະເພາະແມ່ນ ກະສິກຳ, ການທ່ອງທ່ຽວ, ການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ ສືບຕໍ່ການແກ້ໄຂບັນຫາເຄັ່ງຮ້ອນ ໂດຍສະເພາະແມ່ນ ບັນຫາຢາເສບຕິດ ສິ່ງມຶນເມົາ ການລະເມີດກົດລະບຽບຂອງສະຖານບັນເທີງຕ່າງໆ ເພື່ອຮັກສາໄດ້ຄວາມສະຫງົບອັນເປັນພື້ນຖານຂອງການພັດທະນາ ຊຶ່ງການພົບປະໃນຄັ້ງນີ້, ທັງສອງແຂວງໄດ້ຮ່ວມກັນຕີລາຄາສູງ ເປັນການພົບປະແລກປ່ຽນ ສໍາຄັນເປັນໃບໜ້າອັນໃໝ່ຂອງການຮ່ວມມືຢ່າງຮັດແໜ້ນຂອງສອງແຂວງ ໃຫ້ກ້າວໄປສູ່ລວງເລິກ, ເປັນແຂວງແຮກສ່ຽວ ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂອງສອງແຂວງ, ການສະໜອງຂໍ້ມູນຂ່າວສານ, ສົ່ງເສີມການແລກປ່ຽນບົດຮຽນວຽກງານຮອບດ້ານໃນແຕ່ລະຂະ ແໜງການ ແລະ ທ້ອງຖິ່ນ ບັນຫາຂໍ້ຄົງຄ້າງ ແລະ ທິດທາງການແກ້ໄຂ, ມີບົດບັນທຶກການຮ່ວມມື ຕິດພັນກັບການປະຕິບັດ ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ກຸ້ມຕົນເອງ (ສອຈ), ຮ່ວມມືດ້ານວຽກງານສຶກສາອົບຮົມການບໍລິຫານຕິດພັນການຄ້າ, ການລົງທຶນ, ໂດຍສະເພາະ ຂະແໜງກະສິກຳ, ພະລັງສະອາດ, ໂລຈີສຕິກ (Logistics) ເພື່ອແຈກຢາຍ ແລະ ແລກປ່ຽນສິນຄ້າລະຫວ່າງສອງແຂວງ, ສົ່ງເສີມການທ່ອງທ່ຽວອັນເປັນເອກະລັກ ໂດຍສະເພາະລາວທ່ຽວລາວ ຕິດພັນຫວນຄືນມູນເຊື້ອອັນດີງາມຂອງແຂວງຈໍາປາສັກ ແລະ ແຂວງຫົວພັນ, ຕົກລົງເຫັນດີເປີດສາຍການບິນ ປາກເຊ-ຊຳເໜືອ ໃນທິດທາງຕໍ່ ໜ້າ, ເພື່ອສົ່ງເສີມການໄປມາຫາສູ່ ລະຫວ່າງສອງແຂວງ ພ້ອມທັງດຶງດູດການທ່ອງທ່ຽວ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100