ເຈົ້າແຂວງຈຳປາສັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງປາກຊ່ອງ

15/06/2024

ເຈົ້າແຂວງຈຳປາສັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງປາກຊ່ອງ

        ວັນທີ​ 14​ ມິຖຸນາ​ 2024, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ​ ຢູ່ເມືອງປາກຊ່ອງ.​ ມີທ່ານ ສະນັ່ນ​ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານຂົງເຂດກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ,​ ທ່ານ​ ພິມພອນ ພັນດານຸວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າ​ເມືອງ​ປາກຊ່ອງ, ​ບັນດາການນຳແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.​  ທ່ານ​ ພິມພອນ ພັນດານຸວົງ ເຈົ້າ​ເມືອງ​ປາກຊ່ອງ​ ໄດ້ລາຍງານສະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ​ ຂັ້ນເມືອງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​ - ສັງຄົມຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ວຽກງານກໍ່ສ້າງຮາກຖານ -​ ພັດທະນາຊົນນະບົດຮອບດ້ານ ແລະ​ ການແກ້ໄຂວາມທຸກຍາກຂອງປະຊາຊົນ ຢູ່ພາຍໃນເມືອງດັ່ງກ່າວ.​  ຈາກນັ້ນ,​ ທ່ານ ອາລຸນໄຊ ສູນນະລາດ​ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ​ ກໍມີຄໍາເຫັນ​ໂອ້ລົມ​ ໂດຍເນັ້ນໃຫ້ຄະນະພັກ​ -​ ອົງການປົກຄອງເມືອງ​ ເອົາໃຈໃສ່​ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ຊອກຫາວິທີປັບປຸງແກ້ໄຂພື້ນຖານໂຄງລ່າງ​ ເສັ້ນທາງ​ເຂົ້າບ້ານພັດທະນາທົ່ງກາຫຼົງ ແລະ​ ເສັ້ນທາງເຊື່ອມຕໍ່​ ແຕ່ເມືອງປາກຊ່ອງ ຫາ ເມືອງເລົ່າງາມ ແຂວງສາລະວັນ​ ທີ່ມີລວງຍາວ 17 ກິໂລແມັດ​ ໃຫ້ສໍາເລັດ; ສືບຕໍ່ເດັດດ່ຽວປົກປັກຮັກສາມູນເຊື່ອອັນດີງາມຂອງເມືອງວິລະຊົນ,​ ສືບຕໍ່ເພີ່ມທະວີຄວາມສາມັກຄີ​ ຕິດພັນກັບຄວາມເປັນເອກະພາບ ພາຍໃນຄະນະພັກແຕ່ລະຂັ້ນ ໃຫ້ເປັນປຶກແຜ່ນແໜ້ນໜາ ໂດຍສະເພາະແມ່ນການກໍານົດທິດທາງໃນການເຄື່ອນໄຫວວຽກງານຕ່າງໆ ແລະ​ ການກໍານົດຈັດວາງບຸກຄະລາກອນ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຂອງອົງຄະນະພັກເມືືອງ,​ ຄວາມເປັນເອກະພາບ​ທາງດ້ານເສດຖະກິດ ຕ້ອງລະອຽດ​ຈະ​ແຈ້ງ,​ ເປີດເຜີຍ,​ ວາມາດກວດສອບໄດ້ ແລະ​ ມີຄວາມເປັນເອກະພາບໃນການຈັດວາງງົບປະມານ​ ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ; ສືບຕໍ່ອອກແຮງແຂ່ງຂັນຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ​ XI ຂອງພັກ​ ແລະ​ ແຜນພັດທະນາເສດຖະກິດ -​ ສັງຄົມ​ ທ້າຍສະໄໝ ໄປຄຽງຄູ່ກັບການເພີ່ມທະວີການສຶກສາອົບຮົມການເມືອງ -​ ແນວຄິດ​ ໃຫ້ສະມາຊິກພັກ,​ ພະນັກງານ​ ໃນທຸກຂົງເຂດວຽກງານ,​ ທຸກການຈັດຕັ້ງ ແລະ​ ທຸກໆຄົນ.​ ນອກນີ້​ ກໍໃຫ້ເອົາໃຈໃສ່ການແກ້ໄຂບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ​ ດ້ວຍການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.​ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ໂດຍສະເພາະໃນຖັນແຖວສະມາຊິກພັກ -​ ພະນັກງານ,​ ທະຫານ,​ ຕຳຫຼວດ​ ຕິດພັນກັບບັນຫາຕົວຈິງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100