ກອງປະຊຸມສະຫຼຸບການການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024

05/06/2024

ກອງປະຊຸມສະຫຼຸບການການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024

        ກອງປະຊຸມສະຫຼຸບການການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈາປີ 2024, ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2024 ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ,ເຂົ້າຮ່ວມມີຄະນະປະຈຳພັກແຂວງ,ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ,ມີພະແນກການອອມຂ້າງແຂວງ,ຫົວໜ້າ ແລະ ຮອງຫ້ອງວ່າການເມືອງ,ນະຄອນ,ຫົວໜ້າ ແລະ ຮອງຂະແໜງ, ແລະ ພະນັກງານຫ້ອງ ວ່າການແຂວງ ເຂົ້າຮ່ວມ.  ໃນວາລະດຳນີນກອງປະຊຸມ ທ່ານ ທອງລີ ສີສຸລິດ ກຳມະການພັກແຂວງ,ຫົວໜ້າຫ້ອງວ່າການແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍກ່າວວ່າ: ກອງປະຊຸມໃນຄັ້ງນີ້ ມີຄວາມໝາຍສໍາຄັນຢ່າງຍິ່ງ ຕິດພັນກັບການສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາປີ 2023 ຖືເປັນການທົບທວນການປະຕິບັດບົດບາດການເປັນເສນາທິການ, ການປະສານງານ ແລະ ການບໍລິການຮັບໃຊ້ຂອງຫ້ອງວ່າການ ແລະ ກຳນົດທິດທາງແຜນການປະຈຳປີ 2024; ຈະໄດ້ຮັບຟັງການປະກອບຄຳເຫັນກ່ຽວກັບການເປັນເສນາທິການ, ການປະສານງານ ແລະ ການບໍລິການຮັບໃຊ້ ຈາກບັນດາທ່ານຜູ້ແທນກອງປະຊຸມທີ່ມາຈາກພະແນກການ, ອົງການທຽບເທົ່າ,ພະແນກການຂັ້ນແຂວງ, 9 ເມືອງ, 1 ນະຄອນ. ດັ່ງນັ້ນ ການປະຕິບັດໜ້າທີ່ ໃນຖານະເປັນເສນາທິການຮັບໃຊ້ການນໍາ ຈຶ່ງບໍ່ແມ່ນວຽກສະເພາະແຕ່ຂອງຫ້ອງວ່າການແຂວງ, ຫ້ອງວ່າການເມືອງ/ນະຄອນ,ອົງການດຽວເທົ່ານັ້ນ ແຕ່ຫາກເປັນພາລະກິດລວມ ຂອງອົງການຈັດຕັ້ງພັກ-ລັດ ແລະ ກົມກອງອ້ອມຂ້າງແຂວງ ໂດຍສະເພາະການຍົກສູງຄຸນນະພາບການເປັນເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ.ພິເສດ ເປັນໂອກາດທີ່ດີທີ່ສຸດກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານເລຂາພັກແຂວງ, ເຈົ້າແຂວງ ທີ່ເພີ່ນເປັນຜູ້ທີ່ມີປະສົບການ, ມີຜົນງານໃນຫຼາຍຂົງເຂດວຽກງານ ແລະ ໜື່ງໃນນັ້ນກໍ່ຄືການປະຕິບັດໜ້າທີ່ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ເຊິ່ງພວກເຮົາຈະໄດ້ຮຽນຮູ້ບົດຮຽນທີ່ສຳຄັນ ແລະ ພົ້ນເດັ່ນໃນ 3 ວຽກຫຼັກ ຂອງຫ້ອງວ່າການ ຈາກຂັ້ນສູນກາງ ແລະ ທັງເປັນການສ້າງຂວັນກຳລັງໃຈໃຫ້ຄອບຄົວຫ້ອງວ່າການໃນທົ່ວແຂວງ ເພື່ອສືບຕໍ່ປັບປຸງຍົກລະດັບການປະຕິບັດຫນ້າທີ່ຂອງຕົນ.  ເພື່ອຕອບສະໜອງ ບັນດາຄາດໝາຍດັ່ງກ່າວ ໃຫ້ສໍາເລັດຜົນ ພວກເຮົາຕ້ອງມີ ຄວາມເຂົ້າໃຈ, ເປັນເອກະພາບກັນທາງດ້ານແນວຄິດ ແລະ ການກະທຳ, ມີຄວາມສະດຸ້ງໄວ, ຕັ້ງໜ້າປະສານສົມທົບຢ່າງແໜ້ນແຟ້ນກົມກຽວ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນສໍາເລັດພາລະກິດລວມ, ກໍ່ຄືໜ້າທີ່ການເມືອງຂອງຕົນເປັນຢ່າງດີ.   ຈາກນີ້ ທ່ານ ທອງຄູນ ເຮືອງວົງສ່າ ຮອງຫົວໜ້າຫ້ອງວ່າການແຂວງ, ກໍໄດ້ຜ່ານບົດສະຫຼຸບການການຈັດຕັ້ງປະຕິບັດວຽກງານຫ້ອງວ່າການແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024,ມີການແລກປ່ຽນ ປະກອບຄຳຄິດຄຳເຫັນ ເພື່ອປັບປຸງວຽກງານຫ້ອງວ່າການໃຫ້ມີການພັດທະນາຂື້ນໄປເລື້ອຍໆ.ໂອກາດດຳເນີນກອງປະຊຸມ,ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ພະນັກງານ ແລະ ກົມກອງ ທີ່ມີຜົນງານດີເດັ່ນ, ພິເສດຫ້ອງວ່າການແຂວງກໍຍັງໄດ້ມອບຄອມພິວເຕີ ແລະ ປິນເຕີເພຶອຊຸກຍູ້ວຽກງານ ໃຫ້ຫ້ອງວ່າການເມືອງ ແລະ ນະຄອນຕື່ມອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100