ແຕ່ງຕັ້ງ ທ່ານ ອາລຸນໄຊ ສູນນະລາດ ຮັກສາການ ເຈົ້າແຂວງຈໍາປາສັກ

10/05/2024

ແຕ່ງຕັ້ງ ທ່ານ ອາລຸນໄຊ ສູນນະລາດ ຮັກສາການ ເຈົ້າແຂວງຈໍາປາສັກ

        ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ,ຮັກສາການເຈົ້າແຂວງຈຳປາສັກ ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເລຂາ ຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ (ຜູ້ໃໝ່), ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ສະໂມສອນແຂວງໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ,ມີຄະນະຈັດຕັ້ງສູນກາງພັກ,ຄະນຳຂັ້ນສູນກາງ,ຂັ້ນແຂວງ ພະແນກການກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.  ໃນພິທີ ຄະນະຈັດຕັ້ງສູນກາງພັກໄດ້ ຜ່ານ ຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 30 ເມສາ 2024, ວ່າດ້ວຍການຍົກຍ້າຍພະນັກງານການນໍາສູງ ໄປຮັບໜ້າທີ່ໃໝ່.ຜ່ານ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 93/ຄລສພ, ລົງວັນທີ 30 ເມສາ 2024, ວ່າດ້ວຍການແຕ່ງຕັ້ງ ກຳມະການຄະນະບໍລິຫານງານພັກແຂວງ ແລະ ກຳມະການປະຈຳພັກ ແຂວງຈຳປາສັກ.ຜ່ານ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 07/ ກມສພ, ລົງວັນທີ 30 ເມສາ 2024, ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະ ບໍລິຫານງານພັກແຂວງຈຳປາສັກ.ຜ່ານ ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 103/ ລົງວັນທີ 02 ພຶດສະພາ 2024, ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່.  ເຊິ່ງແຕ່ງຕັ້ງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງພາຍໃນ,ໃນພິທີ ມີການສະຫຼຸບຜົນງານ ແລະ ເຊັນມອບ -ຮັບໜ້າທີ່ຂອງທ່ານ ເລຂາພັກແຂວງ,ເຈົ້າແຂວງຜູ້ເກົ່າແລະເລຂາພັກແຂວງ,ຮັກສາການເຈົ້າແຂວງຜູ້ໃໝ່  ໃນພິທີ, ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ເປັນກຽດໂອ້ລົມຫຼາຍບັນຫາ ເຊິ່ງກ່ອນອື່ນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຈຳປາສັກໃນໄລຍະ 4 ປີ ຜ່ານມາ ພາຍໃຕ້ການນຳພາຂອງ ທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ (ຜູ້ເກົ່າ) ເຮັດໃຫ້ເສດຖະກິດ ສັງຄົມຂອງແຂວງມີການຂະຫຍາຍຕົວ,ຈາກນີ້ກໍໄດ້ຊີ້ນຳ ຫຼາຍບັນຫາສຳຄັນຕື່ມອີກໃຫ້ເລຂາພັກແຂວງ ຮັກສາການເຈົ້າແຂວງຜູ້ໃໝ່ ນຳໄປຄົ້ນຄ້ວາເປັນບົດຮຽນ,ເປັນແບບແຜນ,ວິທີການ ເພື່ອສາມັກຄີຮ່ວມກັບກັບຄະນະພັກໄດ້ນຳໄປຈັດຕັ້ງປະຕິບັດ ແລະ ພັດທະນາແຂວງຈຳປາສັກໃກ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100