ກົງສູນໃຫຍ່ຫວຽດນາມ ປະຈຳພາກໃຕ້ລາວອວຍພອນເຈົ້າແຂວງຈຳປາສັກ ໂອກາດປີໃໝ່ລາວ

09/04/2024

ກົງສູນໃຫຍ່ຫວຽດນາມ ປະຈຳພາກໃຕ້ລາວອວຍພອນເຈົ້າແຂວງຈຳປາສັກ ໂອກາດປີໃໝ່ລາວ

        ໃນວັນທີ 8 ເມສາ 2024 ນີ້, ຢູ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍ ສະມາຄົມຫວຽດນາມ ແຂວງຈຳປາສັກ, ຜູ້ປະກອບການ ທີ່ດຳເນີນທູລະກິດ ຢູ່ແຂວງຈຳປາສັກ ໄດ້ເຂົ້າອວຍພອນ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ຄະນະ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພ.ສ 2567.  ໂອກາດນີ້, ທ່ານ ຫງວຽນ ວັນ ຈຸງ ໄດ້ນຳເອົາຄຳອວຍພອນໄຊອັນປະເສີດ ມາຍັງ ທ່ານ ວິໄລວົງ ບຸດດາຄຳ ພ້ອມດ້ວຍ ບັນດາທ່ານ-ສະຫາຍ ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນຊາວແຂວງຈຳປາສັກ ໃນໂອກາດຂຶ້ນປີໃໝ່ລາວ ພ.ສ 2567 ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດໃນໜ້າທີ່ການງານທຸກປະການ, ຂໍໃຫ້ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງປະເທດ ໂດຍສະເພາະກໍ່ແມ່ນແຂວງຈໍາປາສັກ ກັບ ບັນດາແຂວງຂອງ ຫວຽດນາມ ຢ່າງເປັນຮູບປະທຳ ແລະມີປະສິດທິຜົນ.

ພ້ອມກັນນັ້ນ ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ກໍ່ໄດ້ລາຍງານເຖິງຄວາມພ້ອມໃນການກະກຽມ ບັນດາເນື້ອຄຳເຫັນຂອງ ຜູ່ແທນບັນດາແຂວງ ສສ ຫວຽດນາມ ທີ່ຈະເຂົ້າຮ່ວມ ກອງປະຊຸມ ຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ແລວທາງເສດຖະກິດ ຕາເວັນອອກ- ຕາເວັນຕົກ ແລະ ເຂດສາມຫຼ່ຽມພັດທະນາກໍາປູເຈຍ - ລາວ - ໄທ - ຫວຽດນາມ( CLTV) ທີ່ ຈະໄດ້ຈັດຂື້ນທີ່ແຂວງຈຳປາສັກໃນມໍ່ໆນີ້ດ້ວຍ.  ໂອກາດດຽວກັນ, ທ່ານເຈົ້າແຂວງຈຳປາສັກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄຳອວຍພອນ ຂອງ ທ່ານ ຫງວຽນ ວັນຈຸງ ແລະ ຄະນະ ເຊິ່ງຍາມໃດກໍເຫັນໄດ້ເຖິງຄວາມສໍາຄັນ ແລະ ໃຫ້ການຮ່ວມມືຢ່າງຮອບດ້ານຜ່ານມາ, ພ້ອມນັ້ນ ທ່ານ ໄດ້ ຕີລາຄາສູງຕໍ່ຜົນງານເປັນໃຈກາງ ປະສານງານ ຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບ ບັນດາແຂວງຂອງ ສສ ຫວຽດນາມ ໂດຍສະເພາະ ກັບ ແຂວງຈຳປາສັກ ແລະ ໃນໂອກາດປີໃໝ່ລາວ ພ.ສ 2567 ທີ່ຈະມາເຖິງ ຂໍອວຍພອນແດ່ ທ່ານກົງສູນໃຫຍ່, ການນຳພັກ-ລັດ ແລະ ປະຊາຊົນ ຫວຽດນາມ ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສຳເລັດໃນໜ້າທີ່ການງານທຸກປະການ, ອວຍພອນແດ່ ສາຍພົວພັນ, ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ໃຫ້ໝັ້ນຄົງ ຕະຫລອດໄປ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100