ຈໍາປາສັກສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

20/03/2024

ຈໍາປາສັກສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

        ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ  ທົ່ວແຂວງຈໍາປາສັກ ປະຈຳປີ 2023 ໄດ້ຈັດຂຶ້ນ ໃນວັນທີ 18 ມີນາ 2024 ທີ່ສະໂມສອນແຂວງ, ໂດຍພາຍໃຕ້ການເປັນປະຂອງ ທ່ານ ວິໄລວົງ ບຸດດາຄຳ  ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີ ບັນດາຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ບັນດາການນຳແຂວງ, ນະຄອນ-ເມືອງ, ຄະນະກໍ່ສ້າງຮາກຖານຂັ້ນແຂວງ ປະຈຳແຕ່ລະເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.  ທ່ານ ວິໄລວົງ ບຸດດາຄຳ  ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ກ່າວເປີດກອງປະຊຸມວ່າ: ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ແມ່ນບັນຫາພື້ນຖານທີ່ເປັນແນວຮົບຍຸດທະສາດສຳຄັນຂອງພັກເຮົາ ທັງສະເພາະໜ້າ ແລະ ຍາວນານ; ວຽກງານທັງ 3 ຢ່າງນີ້ ບໍ່ສາມາດຕັດແຍກຈາກກັນໄດ້ໃນຂະ ບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”; ເປັນພື້ນຖານໃຫ້ແກ່ການສ້າງຄວາມໝັ້ນຄົງ ແກ່ລັດປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.ທຸກຮາກຖານໃນລະບົບການເມືອງ ຂອງລະບອບປະຊາຕິປະໄຕປະຊາຊົນ ຂອງພວກເຮົາ ມີຜົນກະທົບເຊິ່ງກັນ ແລະ ກັນ; ຮາກຖານການເມືອງ ບໍ່ພຽງແຕ່ຢູ່ຂັ້ນຮາກຖານບ້ານເທົ່ານັ້ນ ຫາກ ລວມໄປເຖິງຮາກຖານຂອງສຳນັກງານ, ອົງການ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ຮາກຖານໃນກຳລັງ ປກສ-ປກຊ, ບັນດາຫົວໜ່ວຍການຜະລິດ, ທຸລະກິດ, ໂຮງຈັກ, ໂຮງງານ ແລະ ການຈັດຕັ້ງສັງຄົມອື່ນໆ; ຖ້າຫາກຮາກຖານເຫຼົ່ານັ້ນ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຈະສ້າງໄດ້ກຳລັງແຮງປະຕິວັດ ທີ່ຮັບປະກັນ ໃນການປະຕິບັດໜ້າທີ່ການເມືອງ ໃຫ້ສຳເລັດຜົນຕາມລະດັບຄາດໝາຍ.  ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນຕົວຊີ້ບອກທີ່ສຳຄັນ, ຖ້າຊົນນະບົດບໍ່ມີການພັດທະນາ, ບໍ່ມີການຫັນປ່ຽນ ຢ່າງເປັນຮູບປະທຳ, ປະຊາຊົນບໍ່ຫຼຸດພົ້ນຈາກຄວາມທຸກຍາກ ແມ່ນບົ່ງບອກເຖິງຄຸນນະພາບການນຳພາ-ຊີ້ນຳຂອງຄະນະພັກ ຢູ່ບ່ອນນັ້ນອ່ອນແອ, ສ່ອງແສງໃຫ້ເຫັນຄວາມຮັບຜິດຊອບຂອງຜູ້ນຳພາຢູ່ບ່ອນນັ້ນ ບໍ່ທັນສູງເທົ່າທີ່ຄວນ, ນີ້ແມ່ນຄວາມຮັບຜິດຊອບການເມືອງຂອງພວກເຮົາ ທີ່ມີຕໍ່ປະຊາຊົນ ເຊິ່ງຕ້ອງກວດກາ ແລະ ລົງເລິກແຕ່ລະຂົງເຂດວຽກງານ, ແຕ່ລະຂະແໜງການຢ່າງລະອຽດຖີ່ຖ້ວນ. ວຽກງານ 3 ສ້າງ ແມ່ນການປະຕິວັດອັນເລິກເຊິ່ງເຖິງຖອງໃນເງື່ອນໄຂໃໝ່, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນເຮົາ ໃຫ້ສົມບູນຍິ່ງຂຶ້ນ, ສ້າງຄວາມເຂັ້ມແຂງ, ໜັກແໜ້ນແຕ່ຮາກຖານຂຶ້ນມາ; ການຜັນຂະຫຍາຍວຽກງານ 3 ສ້າງ ແມ່ນການເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ບັນ ດາຮາກຖານ, ແມ່ນການແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງ, ເມືອງ, ບ້ານ ທີ່ຈະແຈ້ງ, ຂາດຕົວ ບົນພື້ນຖານຄວາມຮັບຜິດຊອບ ຕິດພັນກັບການແບ່ງຜົນປະໂຫຍດອັນສົມຄູ່ ໃຫ້ແຕ່ລະຮາກຖານ.  ສະນັ້ນ, ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາເຖິງບັນດາໝາກຜົນຂອງການນຳພາຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ຂອງພັກ-ລັດ ໃນ 1 ປີ  ຜ່ານມາ ເປັນຕົ້ນ: ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 056/ຄບສພ (ປີ 2018) ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ; ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 097/ກມສພ (ປີ 2020) ວ່າດ້ວຍການເພີ່ມທະວີການນຳ ພາ-ຊີ້ນຳຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ມະຕິວ່າດ້ວຍການປັບປຸງການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະ ໃໝ່ ສະບັບເລກທີ 076/ກມສພ (ປີ 2019) ແລະ ເປັນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນຈິດໃຈ ແລະ ການຊີ້ນຳຂອງກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ ຄັ້ງວັນທີ 14-15 ກັນຍາ 2022 ໃນປີຜ່ານມາ. ໄປພ້ອມກັນນັ້ນ, ພວກເຮົາຈະໄດ້ຄົ້ນຄວ້າຄວາມເປັນເອກະພາບ ຕໍ່ການກໍານົດບັນດາທິດທາງ, ແຜນການ ທີ່ຕ້ອງສູ້ຊົນຈັດຕັ້ງປະຕິບັດທັງ 3 ວຽກດັ່ງກ່າວ ໃນປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100