ການນຳແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ ການນໍາແຂວງບິ່ງເຝືອກ

30/01/2024

ການນຳແຂວງຈຳປາສັກ ຢ້ຽມຢາມ ອວຍພອນປີໃໝ່ ການນໍາແຂວງບິ່ງເຝືອກ

        ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນຂອງແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນຄະນະນໍາ ແຂວງບິ່ງເຝືອກ ສສ ຫວຽດນາມ ໃນວັນທີ 28 ມັງກອນ ຜ່ານມາ, ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024, ໂດຍໄດ້ການຕ້ອນຮັບຂອງ ທ່ານ ນາງ ເຈີ່ງ ຕື ຫຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນແຂວງບິ່ງເຝືອກ ພ້ອມຄະນະໃຫ້ການຕ້ອນຮັບ.   ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າ ອົງຄະນະພັກ-ອົງການປົກຄອງ, ສະພາປະຊາຊົນ, ແນວລາວສ້າງຊາດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຂໍນຳເອົາຄຳອວຍພອນອັນສຸດທີ່ປະເສີດມາຍັງສະຫາຍ ພ້ອມດ້ວຍຄະນະນຳ, ອົງຄະນະພັກ, ອົງການການປົກຄອງສະພາປະຊາຊົນ, ແນວໂຮມປະເທດຊາດ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຊາວແຂວງບິ່ງເຝືອກ ເນື່ອງໃນໂອກາດປີໃໝ່ປະເພນີຫວຽດນາມ 2024 ຊຶ່ງເປັນຮີດຄອງປະເພນີທີ່ສືບທອດມາແຕ່ດົນນານ, ເປັນປາງບຸນໃຫຍ່ ຂອງປວງຊົນຊາວຫວຽດນາມທັງຊາດ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຢ່າງຄຶກຄື້ນມ່ວນຊື່ນ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ວັດທະນະຖາວອນ ແລະ ປະສົບຜົນສຳເລັດໃນພາລະກິດສ້າງສາພັດທະນາໃຫ້ນັບມື້ເຂັ້ມແຂງຍິ່ງໆຂື້ນ.   ພ້ອມນັ້ນ, ສອງຝ່າຍຍັງ ຕີລາຄາສູງ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ດ້ວຍນໍ້າໃຈມິດຕະພາບອັນບໍລິສຸດຜຸດຜ່ອງ, ການພົວພັນອັນສະໜິດສະໜົມຈິງໃຈ ຂອງສອງຊາດ ສອງທ້ອງຖິ່ນພວກເຮົາ ໄດ້ຮັບການຖະນຸຖະໜອມ ແລະ ກາຍເປັນມູນເຊື້ອ, ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ຍາມໄດກໍຂຽວສົດງົດງາມ ແລະ ໄດ້ຮັບການພັດທະນາເພີ່ມພູນຄູນສ້າງ ນັບມື້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.   ໃນໄລຍະຜ່ານມາ ແຂວງຈຳປາສັກ-ແຂວງບິ່ງເຝືອກ ໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ຕົກລົງ ມີຜົນສໍາເລັດຢ່າງມີປະສິດທິພາບ ປະສິດທິຜົນຢ່າງໜ້າພາກພູມໃຈ; ໂດຍສະເພາະສອງແຂວງ ໄດ້ແລກປ່ຽນຄະນະຜູ້ແທນເຄື່ອນໄຫວຢ້ຽມຢາມຢ່າງເປັນປົກກະຕິ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ, ວຽກງານກະສິກຳ, ວຽກງານສາທາລະນະສຸກ, ລວມທັງວຽກງານການທ່ອງທ່ຽວ ແລະ ການຊ່ວຍເຫຼືອດ້ານການພັດທະນາຕ່າງໆ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.   ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງຈຳປາສັກ ຍັງໄດ້ເຊື້ອເຊີນ ການນຳແຂວງບິ່ງເຝືອກ ຮ່ວມງານ ບຸນນະມັດສະການຜາສາດຫີນວັດພູ 2024 ເມືອງຈຳປາສັກ, ງານບຸນມະໂຫລານ ກາເຟ - ຊາ ພູພຽງບໍລະເວນ ປະຈໍາປີ, ໃນບັນຍາກາດປີທ້ອງທ່ຽວ 2024 ທີ່ ແຂວງຈຳປາສັກ ນຳອີກ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ