ທິດທາງນໍາພາຮອດທ້າຍສະໄໝ VIII

ທິດທາງນໍາພາຮອດທ້າຍສະໄໝ VIII

 ທິດທາງນໍາພາຮອດທ້າຍສະໄໝທີ VIII ຂອງອົງຄະນະພັກແຂວງ
 
        ແຕ່ນີ້ຮອດທ້າຍສະໄໝທີ VIII, ສະພາບການພາກພື້ນ ແລະ ສາກົນຍັງຈະສືບຕໍ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ບວກກັບສະພາບເສດຖະກິດພາຍໃນປະເທດ ກໍ່ຄືພາຍໃນແຂວງ ຈະສົ່ງຜົນກະທົບບໍ່ນ້ອຍ ຕໍ່ການກຳນົດທິດທາງ ແລະ ແຜນການນຳພາ-ຊີ້ນຳໃນຕໍ່ໜ້າ; ແຕ່ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ທັງກະກຽມການດຳເນີນກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ຕ້ອງສຸມໃສ່ນຳພາຈັດຕັ້ງປະຕິບັດທິດທາງລວມ ແລະ ວຽກງານຈຸດສຸມຮອດທ້າຍສະໄໝ ດັ່ງນີ້:
  1. ທິດທາງລວມ.
  1. ສືບຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ບູລະນະລະບອບປະຊາທິປະໄຕປະຊາຊົນ,ຮັກສາບົດບາດ ແລະ ຍົກສູງຄວາມສາມາດນໍາພາ ຂອງຄະນະພັກແຕ່ລະຂັ້ນ, ເສີມຂະຫຍາຍຜົນສຳເລັດແຫ່ງການນຳພາ-ຊີ້ນຳ ໄປຄຽງຄູ່ກັບການນໍາພາແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃນທຸກຂົງເຂດວຽກງານ, ຕິດພັນກັບການຜັນຂະຫຍາຍຜົນສໍາເລັດຂອງການຈັດຕັ້ງປະຕິບັດວາລະຂອງແຂວງຕາມເນື້ອໃນວາລະແຫ່ງຊາດ ໃຫ້ມີການຫັນປ່ຽນຢ່າງແຂງແຮງ  ເລິກເຊິ່ງ, ຮອບດ້ານ ແລະ ມີປະສິດທິຜົນສູງກວ່າເກົ່າ.
  2. ສືບຕໍ່ເພີ່ມທະວີ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມຄົບຄະນະແຕ່ລະຄັ້ງ ແລະ ບັນດາຄາດໝາຍຈຸດສຸມ ເພື່ອເປັນເຄື່ອງມືໃຫ້ແກ່ການຊີ້ນຳ-ນໍາພາທີ່ແທດເໝາະກັບຕົວຈິງໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດສູງ.
  3. ສືບຕໍ່ນຳພາຄຸ້ມຄອງການບໍລິຫານລັດດ້ວຍກົດໝາຍ, ຮັບປະກັນສະຖຽນນະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂສະດວກ ແລະ ບັນຍາກາດທີ່ດີໃຫ້ແກ່ການພັດທະນາ.
  4. ສືບຕໍ່ເສີມສ້າງຄວາມເປັນເຈົ້າການ ແລະ ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນຂອງຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມໄປຕາມທິດສີຂຽວ ແລະ ຍືນຍົງ, ສ້າງ ແລະ ປະເມີນບ້ານພັດທະນາ, ບ້ານປະຊາຊົນຢູ່ດີກິນດີ ເພື່ອຄວາມມັ່ງຄັ້ງເຂັ້ມແຂງ, ຄວາມຜາສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ.
  1. ຈຸດສຸມການນຳພາໃນແຕ່ລະດ້ານ
  1. ຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກຢ່າງແຂງແຮງ
    1. ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ; ສືບຕໍ່ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ເລິກເຊິ່ງ ທົ່ວເຖິງທຸກເປົ້າໝາຍ; ຈັດຕັ້ງປາຖະກະຖາວັນສຳຄັນຕ່າງໆ ຂອງພັກ, ຂອງຊາດໃຫ້ເລິກເຊິ່ງກວ້າງຂວາງ ທົ່ວເຖິງທຸກເປົ້າໝາຍ, ໃຫ້ກາຍເປັນຂະບວນການທີ່ແຂງແຮງ ໃນທົ່ວການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ.
    2. ນຳພາເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ນິຕິກໍາຂອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທຳໄລຍະໃໝ່ ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໄລຍະໃໝ່ໃຫ້ເຂົ້າສູ່ຕົວຈິງ ແລະ ມີປະສິດທິຜົນສູງ.
    3. ສືບຕໍ່ຈັດຕັ້ງການອົບຮົມທິດສະດີການເມືອງຂອງພັກໃນໄລຍະສັ້ນ, ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ, ຂັ້ນກາງ, ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ໄດ້ທາງດ້ານປະລິມານ ແລະ ຮັບປະກັນຄຸນນະພາບ ແລະ ອົບຮົມໃຫ້ເປົ້າໝາຍຕ່າງໆໃຫ້ສໍາເລັດຕາມຄາດໝາຍ.
  2. ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ
  1. ສືບຕໍ່ປັບປຸງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງປອດໃສ ທາງດ້ານການຈັດຕັ້ງ ແລະ ມີແບບແຜນບັນຊາ-ຊີ້ນຳ ທີ່ຮັບປະກັນ ແລະ ທັນກັບສະພາບການ; ເພີ່ມທະວີສຶກອົບຮົມການເມືອງແນວຄິດ,​ ຍົກສູງສະຕິຮັກຊາດ, ສະຕິລະວັງຕົວຕໍ່ການເຄື່ອນໄຫວມ້າງເພ  ຂອງອິດທິກຳລັງປໍລະປັກ; ກຳແໜ້ນການຜັນແປຂອງສະພາບການ ເພື່ອສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໄປພ້ອມກັບການນໍາພາ ຍົກລະດັບບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ ດ້ວຍການປັບປຸງກຳລັງກອງຫຼອນ ແລະ ປກສ ບ້ານໃຫ້ໜັກແໜ້ນເຂັ້ມແຂງ.
  2. ສົມທົບແໜ້ນ ລະຫວ່າງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ເພື່ອຍົກລະດັບຄວາມອາດສາມາດ ແລະ ຮັບປະກັນໃນການປ້ອງກັນເຂດນ້ຳແດນດິນ, ຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ-ກຳປູເຈຍ ແລະ ລາວ-ໄທ; ເອົາໃຈໃສ່ປັບປຸງກຳລັງຊາຍແດນ ຕິດພັນກັບການປັບປຸງພື້ນຖານໂຄງລ່າງໃນເຂດຊາຍແດນໃຫ້ຮັບປະກັນ, ປັບປຸງຍົກລະດັບການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສະໜັບສະໜູນ ແລະໃຫ້ການຊ່ວຍເຫຼືອຄະນະກຳມະການຊາຍແດນແຫ່ງຊາດ ກຳນົດປັກຫຼັກໝາຍຊາຍແດນໂດຍໄວ ເພື່ອປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ; ສືບຕໍ່ເສີມຂະຫຍາຍບົດບາດ ກົນໄກການຮ່ວມມື ລະຫວ່າງ ແຂວງ ກັບ ແຂວງ ແລະ ກຳລັງປະກອບອາວຸດສອງຝ່າຍ ເພື່ອພ້ອມກັນແກ້ໄຂ ສະພາບການຕ່າງໆ ທີ່ເກີດຂື້ນຕາມບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.
  3. ສືບຕໍ່ຈັດຕັ້ງກຳລັງຫັນລົງຮາກຖານຢ່າງແຂງແຮງ ປະສານກົມກຽວ ກັບຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ, ໄປຄຽງຄູ່ກັບການສ້າງທ່າສະໜາມ 3 ຂັ້ນ, ຫັດແອບສີລະປະຍຸດ, ຍຸດທະວີທີ; ຕ້ານ, ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ ແລະ ໜໍ່ແໜງ ຄວາມບໍ່ສະຫງົບໃຫ້ທັນເວລາ ແລະຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.
  4. ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳການສະຫຼຸບ ແລະ ຜັນຂະຫຍາຍຜົນສໍາເລັດຂອງການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 02 ແລະ ຂອງຄະນະປະຈໍາພັກແຂວງເລກທີ 01 ວ່າດ້ວຍເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ຍົກສູງຄວາມຮັບຜິດຊອບ ແລະ ການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການໂຄສະນາເຜີຍແຜ່ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ໃຫ້ກວ້າງຂວາງທົ່ວເຖິງ, ໄປຄຽງຄູ່ກັບການສຸມໃສ່ການແກ້ໄຂບັນຫາຢາເສບຕິດ, ໂດຍຖືເປັນເນື້ອໃນໜຶ່ງແຫ່ງການນໍາພາຂອງໜ່ວຍພັກ, ເປັນມາດຕະຖານການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດໃຫ້ ບ້ານປອດຢາເສບຕິດ, ສຳນັກງານ-ອົງການ, ສະຖາບັນ-ໂຮງຮຽນ ທັງພາກລັດ ແລະ ເອກະຊົນ ເປັນສະຖານທີ່ປອດຢາເສບຕິດ ນັບມື້ນັບເພີ່ມຂຶ້ນ.
  1. ປັບປຸງ ແລະ ສືບຕໍ່ສ້າງການຫັນປ່ຽນໂຄງສ້າງເສດຖະກິດຢ່າງແຂງແຮງ ແລະ ໜັກແໜ້ນ
  1. ເພີ່ມທະວີການນຳພາຂອງຄະນະພັກແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດບັນດາຄາດ ໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນທ້າຍສະໄໝ  ບັນລຸຄາດໝາຍທີ່ວາງໄວ້, ເຮັດໃຫ້ອັດຕາການຂະຫຍາຍຕົວເສດຖະກິດ ເພີ່ມຂຶ້ນສະເລ່ຍ 5%, ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ທ້າຍສະໄໝ ໃຫ້ໄດ້ 60.370,4 ຕື້ກີບ, ສຳລັບ ປີ 2025 ໃຫ້ໄດ້ 28.993,24 ຕື້ກີບ, ສະເລ່ຍໃສ່ຫົວຄົນ ໃຫ້ໄດ້ 3.998 ໂດລາສະຫະລັດ, ໂຄງປະກອບເສດຖະກິດ ຂະຫຍາຍຕົວໄປຕາມທິດສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໃຫ້ກາຍເປັນຂະແໜງພື້ນຖານຂອງເສດຖະກິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນສະເລ່ຍ 2,44% ກວມ 18,96%,  ຂະແໜງອຸດສາຫະກໍາ ເພີ່ມຂຶ້ນສະເລ່ຍ 10,58% ກວມ 30,22% ແລະ ຂະແໜງບໍລິການ ເພີ່ມຂຶ້ນສະເລ່ຍ 3,71% ກວມ 50,81% ຂອງ GDP.
  2. ສືບຕໍ່ນຳພາ-ຊີ້ນຳການສະຫຼຸບ ແລະ ຜັນຂະຫຍາຍຜົນສໍາເລັດຂອງການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກເລກທີ 01 ແລະ  ຂອງຄະນະປະຈຳພັກແຂວງ ເລກທີ 02 ວ່າດ້ວຍ ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຕິດພັນກັບການປັບປຸງກົນໄກປະສານງານ, ການຕິດຕາມກວດກາໃນການຈັດຕັ້ງປະຕິບັດ ຂອງຂະແໜງການ, ນະຄອນ ແລະ ບັນດາເມືອງ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງ, ຍູ້ແຮງຂະບວນການຜະລິດສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ເກີດເປັນຮູບປະທຳ ແລະມີການຂະຫຍາຍຕົວ, ອັດທຸກຊ່ອງວ່າງຂອງການເກັບລາຍຮັບທີ່ມີການຮົ່ວໄຫຼ ໄປຕາມທິດທີ່ວາງໄວ້.
  3. ສືບຕໍ່ຊຸກຍູ້ສົ່ງເສີມບັນດາທ່າແຮງບົ່ມຊ້ອນ ໃຫ້ກາຍເປັນເສດຖະກິດປາຍແຫຼມ ເຊັ່ນ: ທີ່ດິນ, ປ່າໄມ້, ແຫຼ່ງນ້ຳ, ບໍ່ແຮ່, ທ່ອງທ່ຽວ ແລະ ດ້ານທີ່ຕັ້ງຂອງແຂວງ ທີ່ເປັນໃຈກາງຂອງບັນດາແຂວງພາກໃຕ້ ແລະ ມີຊາຍແດນຕິດຈອດກັບ 02 ປະເທດ  ເຊິ່ງສາມາດສ້າງເງື່ອນໄຂໃນການເຊື່ອມໂຍງເຊື່ອມຈອດກັບ ອະນຸພາກພື້ນ ຕ້ອງໄດ້ຮັບການສຳຫຼວດ, ຈັດສັນ, ຄຸ້ມຄອງ ແລະ ວາງແຜນຍຸດທະສາດພັດທະນາ  ພ້ອມກັບການກຳນົດນະໂຍບາຍອັນຖືກຕ້ອງ ເພື່ອຈັດຕັ້ງປະຕິບັດຢ່າງເປັນລະບົບ.
  4. ສືບຕໍ່ຊຸກຍູ້, ສະໜັບສະໜູນການຜະລິດອຸດສາຫະກໍາ ທີ່ມີທ່າແຮງໃນການສົ່ງອອກ ເຊັ່ນ: ອຸດສາຫະກຳປຸງແຕ່ງ,  ອຸດສາຫະກໍາໃນເຂດເສດຖະກິດພິເສດ, ການຜະລິດໄຟຟ້າ, ຕິດພັນກັບການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໃຫ້ມີຄວາມໝັ້ນທ່ຽງ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ, ສ້າງໃຫ້ແຂວງເປັນໃຈກາງທາງດ້ານໂລຈິດສະຕິກ ແລະ ບໍລິການຜ່ານ ເພື່ອເຊື່ອມຈອດຢ່າງມີຈຸດສຸມ ເຂົ້າສູ່ແລວທາງເສດຖະກິດພາຍໃນ, ພາກພື້ນ ແລະສາກົນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່​ລັດຖະບານ​ໄດ້​ຕົກລົງ ​ແລະ ບັນ​ຈຸ​ໃນ​ແຜນ​ແລ້ວ​ໃຫ້​ໄດ້ຮັບການຈັດຕັ້ງປະຕິບັດ ​ເພຶ່ອ​ເປັນ​ກຳລັງ​ແຮງ​ໃນ​ການ​ກະ​ຕຸ້ນ​ເສດຖະກິດ​ໃຫ້​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ; ສົ່ງເສີມຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ແລະ ຈຸນລະວິສາຫະກິດ, ສືບຕໍ່ພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ຕາມຍຸດທະສາດຫັນເປັນທັນສະໄໝ ເພື່ອຮັບປະກັນໃຫ້ແກ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ.
  1. ເພີ່ມທະວີການນຳພາວຽກງານພັດທະນາ ວັດທະນະທຳ-ສັງຄົມ ໃຫ້ມີຄຸນນະພາບ
  1. ສູ້ຊົນນຳພາປະຕິບັດ 15 ຄາດໝາຍບູລິມະສິດ ຂອງຂະແໜງການສຶກສາ ແລະກິລາ, ໂດຍສຸມໃສ່ຢ່າງແຂງແຮງ ບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ໄປພ້ອມກັບການຍົກລະດັບຄຸນນະພາບການສຶກສາຕາມ 3 ລັກສະນະ 5 ຫຼັກມູນ; ຖືເອົາການພັດທະນາຊັບພະຍາກອນມະນຸດເປັນກົກ ຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງການສຶກສາໃນເຂດທີ່ມີການຊຸດໂຊມ ແລະ ເຂດທີ່ມີຄວາມຈໍາເປັນ; ດຶງດູດທຸກຄວາມອາດສາມາດທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ຄຸນນະພາບການສຶກສາ ຢູ່ຕົວເມືອງ ແລະ ຊົນນະບົດໄດ້ຮັບການປັບປຸງດີຂຶ້ນ ແລະ ຫຍັບມໍ່ເຂົ້າຫາກັນເທື່ອລະກ້າວ; ເອົາໃຈໃສ່ຍົກລະດັບໂຮງຮຽນອາຊີວະສຶກສາ, ສູນຝຶກວິຊາຊີບ ເພື່ອດັດສົມການກໍ່ສ້າງຊັບພະຍາກອນມະນຸດ ໃນບັນດາຂະແໜງການທີ່ມີຄວາມຈຳເປັນ ໃຫ້ສາມາດສະໜອງແຮງງານທີ່ມີສີມື ເພື່ອສ້າງວຽກເຮັດງານທຳ ແລະມີລາຍຮັບທີ່ໝັ້ນຄົງ.
  2. ສືບຕໍ່ປະຕິບັດຍຸດທະສາດພັດທະນາຄົນ ດ້ານສຸຂະພາບ, ຮ່າງກາຍຢ່າງຕໍ່ເນື່ອງ ດ້ວຍການສ້າງລະບົບບໍລິການສຸຂະພາບໃຫ້ທົ່ວເຖິງ ແລະ ມີຄຸນນະພາບ; ສຸມໃສ່ຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ຂອງຂະແໜງການສາທາລະນະສຸກ; ສືບຕໍ່ສູ້ຊົນຍົກລະດັບໂຮງໝໍແຂວງໃຫ້ເປັນໂຮງໝໍພາກທີ່ມີຄວາມທັນສະໄໝ ດ້ວຍການດຶງດູດ ແລະ ຍາດແຍ່ງການຊ່ວຍເຫຼືອ ຈາກຕ່າງປະເທດ ແນໃສ່ຫລຸດຜ່ອນການໄປກວດສຸຂະພາບ ແລະປິ່ນປົວຢູ່ຕ່າງປະເທດ; ປັບປຸງສຸກສາລາ ໃຫ້ມີຄວາມພ້ອມບໍລິການປິ່ນປົວປະຊາຊົນຢ່າງທົ່ວເຖິງ; ເອົາໃຈໃສ່ ເຝົ້າລະວັງ 18 ອາການພະຍາດ  ຈາກສະຖານີບໍລິການຂອງລັດ ຂັ້ນແຂວງ-ຂັ້ນເມືອງ ໄປພ້ອມກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດຕາມລະດູການ;  ເພີ່ມທະວີດ້ານສຸຂະສຶກສາທີ່ພົວພັນເຖິງການຮັກສາສຸຂະພາບ, ການປ້ອງກັນພະຍາດ ແລະ ສະໜອງຄວາມຮູ້ດ້ານໂພຊະນາການໃຫ້ກວ້າງຂວາງ, ເລິກເຊິ່ງ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ ຕື່ນຕົວເປັນເຈົ້າການໃນການກັນພະຍາດ ແລະ ຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະ ຊຸມຊົນ.
  3. ເອົາໃຈໃສ່ອະນຸລັກ, ສົ່ງເສີມຄຸນຄ່າ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທຳອັນດີງາມຂອງຊາດ, ຂອງທ້ອງຖິ່ນ ດ້ວຍນະໂຍບາຍອັນຈະແຈ້ງ ແລະ ມີແຜນການປະຕິບັດທີ່ເປັນຮູບປະທຳ ພ້ອມກັບການຍົກລະດັບພູມປັນຍາບົ່ມຊ້ອນຂອງທ້ອງຖິ່ນ ເພື່ອປະດິດສ້າງ ແລະ ເສີມສ້າງຜະລິດຕະພັນວັດທະນະທຳທີ່ຫຼາກຫຼາຍ ຕອບສະ   ໜອງ ແລະ ກາຍເປັນກຳລັງແຮງໃຫ້ແກ່ການພັດທະນາຜະລິດຕະພັນອຸດສະຫະກຳທ່ອງທ່ຽວ. ສືບຕໍ່ປັບປຸງຍົກລະດັບຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທຳ ບົນພື້ນຖານການສືບທອດຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະຊຸມຊົນ; ຍົກລະດັບຄຸນນະພາບ ແລະຄວາມທັນສະໄໝ ໃຫ້ແກ່ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນເຂດຫ່າງໄກສອກຫຼີກ ໄດ້ຮັບຂໍ້ມູນຂ່າວສານຫຼາຍຂຶ້ນ; ສຸມໃສ່ຢ່າງແຂງແຮງໃນການປັບປຸງ ແລະ ເສີມຂະຫຍາຍທ່າແຮງດ້ານການທ່ອງທ່ຽວ, ຍູ້ແຮງບັນດາຫົວໜ່ວຍທຸລະກິດ ແລະ ທຸກພາກສ່ວນໃນສັງຄົມໃຫ້ມີສ່ວນຮ່ວມໃນການພັດທະນາຢ່າງມີຈຸດສຸມ ພ້ອມນີ້ຕ້ອງເອົາໃຈໃສ່ໂຄສະນາ, ຍົກລະດັບການຄຸ້ມຄອງ, ການບໍລິການຕ່າງໆ ໃຫ້ມີຄຸນນະພາບສາມາດເຊື່ອມໂຍງພາຍໃນ, ອະນຸພາກພື້ນ ແລະ ສາກົນ ໄປຄຽງຄູ່ກັບການແກ້ໄຂຂອດອຸດຕັນ ໃນວຽກງານທ່ອງທ່ຽວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
  4. ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ສົ່ງເສີມການສ້າງວຽກເຮັດງານທໍາ ເພື່ອຫຼຸດຜ່ອນການຫວ່າງງານ; ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້ສູ່ລະບຽບກົດໝາຍ; ຂະຫຍາຍລະບົບປະກັນສັງຄົມໃຫ້ທົ່ວເຖິງ ທັງເປັນຫຼັກຄໍ້າປະກັນການດໍາລົງຊີວິດຂັ້ນພື້ນຖານຂອງປະຊາຊົນໃນທົ່ວແຂວງ;  ສືບຕໍ່ປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ; ພ້ອມທັງຍົກລະດັບຄວາມສາມາດໃນການຊ່ວຍເຫຼືອ, ແກ້ໄຂ ແລະ ຟື້ນຟູ ຫຼັງໄພພິບັດ ໃຫ້ຜູ້ປະສົບເຄາະຮ້າຍ ທັນກັບສະພາບການ ແລະມີປະສິດທິຜົນສູງ.
  1. ເອົາໃຈໃສ່ຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ ຄຽງຄູ່ກັບການປົກປັກຮັກສາ, ຟື້ນຟູທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຍືນຍົງ.
  1. ເອົາໃຈໃສ່ໃນການນຳພາ-ຊີ້ນຳວຽກງານຄຸ້ມຄອງ,  ນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງປະຢັດ, ມີປະສິດທິຜົນ ແລະ ພັດທະນາໄປຕາມທິດສີຂຽວ, ຍືນຍົງ; ຟື້ນຟູ, ບູລະນະປ່າໄມ້ ແລະ ທຳມະຊາດທີ່ຖືກທຳລາຍ ໂດຍການມອບຄວາມຮັບຜິດຊອບໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຢ່າງຈະແຈ້ງ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນ ທັງພາກລັດ ແລະເອກະຊົນ ໃຫ້ໄປຕາມກົດໝາຍ ແລະ ລະບຽບການກ່ຽວກັບສິ່ງແວດລ້ອມ ຢ່າງເຂັ້ມງວດ.
  2. ສືບຕໍ່ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງປ່າໄມ້ໃຫ້ເຂັ້ມແຂງ ຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການປົກປັກຮັກສາ ແລະ ພັດທະນາການທ່ອງທ່ຽວ ໃນເຂດອຸທິຍານແຫ່ງຊາດ ດົງຫົວສາວ ແລະ ເຊປຽນ ບັນລຸຕາມແຜນທີ່ກໍານົດໄວ້ ຕິດພັນກັບການຮັກສາ ແລະ ຄຸ້ມຄອງແຫຼ່ງສັດນ້ຳ, ສັດປ່າ ເພື່ອຄວາມອຸດົມສົມບູນຂອງລະບົບນິເວດ ໄປພ້ອມກັບການສະກັດກັ້ນບັນຫາໄຟໄໝ້ລາມປ່າ, ແກ້ໄຂການບຸກລຸກປ່າສະຫງວນແຫ່ງຊາດ ແລະ ຂອງແຂວງ ດ້ວຍການປະຕິບັດມາດຕະການຕ່າງໆທີ່ວາງອອກ ໃຫ້ມີຄວາມເຂັ້ມງວດຕາມລະບຽບກົດໝາຍ ແລະ ມີປະສິດທິຜົນ.
  3. ເອົາໃຈໃສ່ໃນການຄຸ້ມຄອງທີ່ດິນ ໂດຍການຂຶ້ນທະບຽນອອກໃບຕາດິນ, ການຈົດທະບຽນນິຕິກຳກ່ຽວກັບທີ່ດິນ, ການແກ້ໄຂບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ການຕິດຕາມ-ກວດກາ ການເຊົ່າ-ສຳປະທານທີ່ດິນລັດ; ເອົາໃຈໃສ່ຍົກລະດັບຄວາມອາດສາມາດຂອງອົງການທີ່ເຮັດໜ້າທີ່ຕິດຕາມ, ເກັບກໍາຂໍ້ມູນ ແລະ ພະຍາກອນ ເພື່ອແຈ້ງເຕືອນໃຫ້ທັນການ ແລະ ທົ່ວເຖິງ ທັງຮັບປະກັນການປ້ອງກັນ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດເປັນແຕ່ລະໄລຍະ.
  1. ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ:
      ຍົກສູງຄວາມສາມາດການນໍາພາຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ເສີມຂະຫຍາຍຜົນສໍາເລັດແຫ່ງການນໍາພາ-ຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນິຕິກໍາຂອງສູນກາງພັກ-ລັດຖະບານ ແລະ ຂອງແຂວງ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທີ່ຍາດມາໄດ້ໄລຍະຜ່ານມາ ແລະ  ແກ້ໄຂຂໍ້ຄົງຄ້າງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນການຈັດຕັ້ງປະຕິບັດຄາດໝາຍ 3 ວຽກດັ່ງກ່າວໃຫ້ເປັນຮູບປະທໍາ ເທື່ອລະກ້າວ ໃນນັ້ນ, ຕ້ອງສຸມໃສ່ ປັບປຸງຄວາມເຂັ້ມແຂງການຈັດຕັ້ງໃນລະບົບການເມືອງຢູ່ຮາກຖານ ປັບປຸງບ້ານໃຫຍ່ເປັນຕົວເມືອງນ້ອຍ, ບ້ານພັດທະນາ ປະຊາຊົນຢູ່ດີກິນດີ, ບ້ານ 3 ສ້າງ, ເຂດຈຸດສຸມຂອງສູນກາງ ແລະ ຂອງແຂວງ ທີ່ໄດ້ປະກາດຮັບຮອງແລ້ວນັ້ນ ໃຫ້ຮັບປະກັນດ້ານຄຸນນະພາບ ມາດຕະຖານການພັດທະນາຕາມດໍາລັດ 348/ລບ;
      ສຶບຕໍ່ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ຕາມທິດພັດທະນາຊົນນະບົດໃໝ່ ດ້ວຍການສຶບຕໍ່ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຮອດປີ 2025 ໃຫ້ໄດ້ 13 ບ້ານ, ສຶບຕໍ່ແກ້ໄຂຄອບຄົວພົ້ນທຸກ ໃຫ້ໄດ້ 4.292 ຄອບຄົວ, ແກ້ໄຂບ້ານພົ້ນທຸກ ໃຫ້ໄດ້ 16 ບ້ານ, ສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີ ໃຫ້ໄດ້ 10 ບ້ານ, ພ້ອມນັ້ນກໍ່ສຶບຕໍ່ຜັນຂະຫຍາຍວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ເຂັ້ມແຂງ ມີຜົນສໍາເລັດ ຫຼາຍຂື້ນ, ສຶບຕໍ່ຍົກລະດັບການພັດທະນາແຂວງ ເປັນຫົວໜ່ວຍຍຸດທະສາດ ໃນ 7 ດ້ານ, 66 ຕົວຊີ້ບອກ, ຍົກລະດັບເມືອງທີ່ຖຶກຮັບຮອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃນ 6 ເມືອງ ແລະ ນະຄອນປາກເຊ ໃນ 5 ດ້ານ, 47 ຕົວຊີ້ບອກ ໃຫ້ມີການພັດທະນາແບບຢຶນຢົງ ໃນນັ້ນ, ພັດທະນາ ນະຄອນປາກເຊ ຕາມທິດ ສາມັກຄີ, ສະຫງົບ, ເສດຖະກິດ, ສະອາດ, ສີຂຽວ, ສະຫວ່າງ, ສວຍງາມ ແລະ ສີວິໄລ (ຫລື ທິດ 8 ສ) ໂດຍດໍາເນີນໄປຕາມແຜນ ພ້ອມນັ້ນ ຕ້ອງໄດ້ສືບຕໍ່ນໍາພາ ພັດທະນາ 3 ເມືອງຄື ເມືອງປາກຊ່ອງ, ເມືອງ ຈໍາປາສັກ ແລະ ເມືອງສຸຂຸມາ ໃຫ້ສາມາດ ບັນລຸໄດ້ບັນດາຄາດ  ໝາຍເປັນເມືອງຫົວໜ່ວຍເຂັ້ມແຂງ ຮອບດ້ານ ໃນປີ 2025;
  1. ວຽກງານບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບການປົກຄອງ ແລະ ບໍລິຫານລັດໃຫ້ເຂັ້ມແຂງ
  1. ສືບຕໍ່ປັບປຸງລະບົບການປົກຄອງ-ບໍລິຫານລັດແຕ່ລະຂັ້ນ ຕາມທິດກະທັດຮັດ, ຕິດພັນກັບການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ  ກົນໄກເຄື່ອນໄຫວຂອງບັນດາອົງການບໍລິຫານລັດ ເພື່ອແກ້ໄຂສະພາບຊ້ຳຊ້ອນ ດ້ານພາລະບົດບາດ,​ໜ້າທີ່ ແລະ ເຮັດໃຫ້ກົງຈັກກະທັດຮັດ ສອດຄ່ອງກັບນະໂຍບາຍ ການບໍລິຫານລັດດ້ວຍລະບົບທັນສະໄໝ; ສືບຕໍ່ຍົກສູງບົດບາດຂອງສະພາປະຊາຊົນແຂວງໃນການຕິດຕ
  2. າມກວດກາວຽກງານແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະຄໍາຮ້ອງຂໍຄວາມເປັນທຳໃຫ້ປະຊາຊົນໃຫ້ມີຄວາມວ່ອງໄວ, ສອດຄ່ອງກັບກົດໝາຍ, ພາວະວິໄສ ແລະ ເປັນທຳ ຕິດພັນກັບການຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ ຄຽງຄູ່ກັບການຕິດຕາມ, ກວດກາ ແລະປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.
  3. ສືບຕໍ່ປັບປຸງກົນໄກປະສານງານ ແລະ ປະສານສົມທົບລະຫວ່າງສະພາປະຊາຊົນແຂວງກັບອົງການປົກຄອງແຂວງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະອົງການກວດສອບພາກໃຕ້ ເພື່ອຮັບປະກັນການເຄື່ອນໄຫວໃຫ້ຖືກຕ້ອງຕາມພາລະບົດບາດ, ມີຄວາມກົມກຽວ ແລະ ມີປະສິດທີ່ພາບສູງ.
  4. ສຶບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງຂະແໜງຍຸຕິທຳ ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ມີຄວາມວ່ອງໄວ ທັງຮັບປະກັນຄວາມຍຸຕິທຳຢ່າງແທ້ຈິງ. ສືບຕໍ່ເຜີຍແຜ່ອົບຮົມຄວາມຮູ້ທາງດ້ານກົດໝາຍໃຫ້ກວ້າງຂວາງ, ເລີກເຊີ່ງ ໂດຍຫັນເປັນຄວາມຮັບຜິດຊອບຂອງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ເພື່ອຍົກລະດັບຄວາມຮູ້ເຂົ້າໃຈໃຫ້ປະຊາຊົນ ເພື່ອສ້າງສະຕິເຄົາລົບປະຕິບັດກົດໝາຍຂອງສັງຄົມໃຫ້ສູງຂຶ້ນ.
  1. ເພີ່ມທະວີການເຄື່ອນໄຫວວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນຂອງພັກ:
ສືບຕໍ່ຍົກລະດັບການເຄື່ອນໄຫວຂອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະອົງການຈັດຕັ້ງມະຫາຊົນ ໃຫ້ມີການຫັນປ່ຽນ ດ້ວຍການເພີ້ມທະວີບົດບາດຂົນຂວາຍເຕົ້າໂຮມ ແລະ ປຸກລະດົມປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ໂດຍຜ່ານການຈັດຕັ້ງກິດຈະກໍາທາງດ້ານການເມືອງ, ສັງຄົມ ດ້ວຍຫຼາຍຮູບແບບ ເພື່ອສຶກສາອົບຮົມສະຕິຮັກຊາດ, ສະຕິເຄົາລົບກົດໝາຍ, ປະຕິບັດສະຕິເປັນເຈົ້າຂອງປະຊາຊົນ, ປຸກລະດົມທົ່ວສັງຄົມເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ. ຍົກສູງຄວາມສາມາດໃນການນໍາພາຂອງສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກອົງການຕົນ ເຂົ້າຮ່ວມຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.
  1. ສືບຕໍ່ວຽກງານກໍ່ສ້າງພັກ-ພະນັກງານ:
  1. ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ: ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານກໍ່ສ້າງພັກ ຕາມ 5 ຫຼັກການ, 3 ທິດນໍາ ໂດຍສຸມໃສ່ປັບປຸງ, ກໍ່ສ້າງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ສ້າງໃຫ້ມີການຫັນປ່ຽນຢ່າງຈະແຈ້ງດ້ານຄຸນນະພາບ ຮັບປະກັນການປະຕິບັດບົດບາດເປັນແກນນໍາໃນລະບົບການເມືອງແຕ່ຂັ້ນແຂວງ ລົງເຖິງຮາກຖານ ໃນນັ້ນ ສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກວມ 90%, ພ້ອມນັ້ນ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ການຈັດຕັ້ງປະຕິບັດແນວທາງ ນະໂຍບາຍ, ນິຕິກໍາຂອງຄະນະພັກຂັ້ນເທິງ ກໍຄືມະຕິຂອງຄະນະພັກຂັ້ນຕົນ ໃຫ້ປະກົດຜົນເປັນຈິງ,ສຸມໃສ່ນຳພາ-ຊີ້ນຳ,ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໂດຍເລີ່ມຈາກຮາກຖານພັກຂັ້ນບ້ານ, ຮາກຖານພັກຫ້ອງການກົມກອງອ້ອມຂ້າງເມືອງ ແລະ ແຂວງ, ອົງຄະນະພັກເມືອງ-ນະຄອນ; ອົງຄະນະພັກກອງບັນຊາການທະຫານແຂວງ ແລະ ອົງຄະນະພັກປ້ອງກັນຄວາມສະຫົງບແຂວງໃຫ້ສໍາເລັດໃນປີ 2024 ແລະ ອົງຄະນະພັກແຂວງ ໃນປີ 2025,ໃນນັ້ນ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເປັນເຈົ້າການນໍາພາຊີວິດການເມືອງພາຍໃນພັກໃຫ້ເລິກເຊິ່ງ ປັບປຸງປົ່ວແປງທົ່ວພັກໃຫ້ມີຄວາມໜັກແໜ້ນ ຢ່າງແທ້ຈິງ, ຕິດພັນກັບຊຸກຍູ້ການສ້າງຂະບວນການຮອບດ້ານໃຫ້ຟົດຟື້ນຕໍ່ເນື່ອງ ໄປພ້ອມກັບການກະກຽມດ້ານເນື້ອໃນໃຫ້ເລິກເຊິ່ງ ສອດຄ່ອງກັບໜ້າທີ່ການເມືອງຂອງຄະນະພັກແຕ່ລະຂັ້ນ ຖືສໍາຄັນການກະກຽມດ້ານບຸກຄະລາກອນ ໂດຍເລືອກເຟັ້ນພະນັກງານໃນແຜນກໍານົດ, ຜູ້ຫ້າວຫັນດີເດັ່ນໃນຂະບວນການ ແລະ ມີມາດຖານເງື່ອນໄຂຄົບຖ້ວນ, ປະຕິບັດຖືກຕ້ອງຕາມບາດກ້າວ, ຂັ້ນຕອນທີ່ກໍານົດໄວ້ໃນກົດລະບຽບຂອງພັກ ແລະ ນິຕິກໍາຂອງສູນກາງພັກ, ຮັບປະກັນທາງດ້ານໂຄງປະກອບ 3 ຮຸ່ນຄົນ, ເພດ,ເຜົ່າ ໃຫ້ມີຄວາມສົມສ່ວນ.
    ການຂະຫຍາຍພັກ ຕ້ອງຖືຄຸນນະພາບເປັນກົກ, ສ້າງ ແລະ ເລືອກເຟັ້ນມະຫາຊົນຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ ປະຕິບັດຖຶກຕ້ອງຕາມບາດກ້າວ ຂັ້ນຕອນ ທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກ ເອົາໃຈໃສ່ສຶກສາອົບຮົມທາດແທ້ຂອງພັກ ວັດຖຸປະສົງເຂົ້າພັກຢ່າງເລິກເຊິ່ງ ພ້ອມກັນນັ້ນ ເອົາໃຈໃສ່ຄຸ້ມຄອງປ້ອງກັນສະມາຊິກພັກ ດ້ວຍການກໍາແໜ້ນ ສະຖິຕິ, ຊີວະປະຫັວດຕົ້ນກໍາເນີດ, ປະຫັວດການເຄື່ອນໄຫວການພົວພັນສັງຄົມໃຫ້ຈະແຈ້ງ, ຊັດເຈນ, ສຶບຕໍ່ອອກບັດມອບບັດໃຫ້ສະມາຊິກພັກສົມບູນໃຫ້ກວມ 90 % ຂອງຈໍານວນສະມາຊິກພັກສົມບູນທັງໝົດ.
  1. ວຽກງານຄຸ້ມຄອງ ແລະ ກໍ່ສ້າງພະນັກງານ:
ຄະນະພັກແຕ່ລະຂັ້ນ ຕ້ອງສຶບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ວຽກງານຄຸ້ມຄອງພະນັກງານໃຫ້ມີຄວາມເປັນເອກະພາບຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ນງວດ ດ້ວຍການຄຸ້ມຄອງດ້ານບັນຊີ, ສະຖິຕິພະນັກງານທຸກປະເພດໃຫ້ຈະແຈ້ງ, ຄົບຖ້ວນ ກໍາໃຫ້ໄດ້ສະພາບດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ຄວາສາມາດ, ແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ການພົວພັນສັງຄົມຂອງພະນັກງານ-ລັດຖະກອນ ລວມທັງກໍາລັງປະກອບອາວຸດ, ສຶບຕໍ່ດໍາເນີນການເກັບກໍາຂື້ນບັນຊີແຈ້ງຊັບສິນຂອງພະນັກງານໃຫ້ເປັນປົກກະຕິໃນແຕ່ລະປີ;
ສຶບຕໍ່ຈັດຕັ້ງປະຕິບັດແຜນບໍາລຸງ, ກໍ່ສ້າງພະນັກງານໃນຂັ້ນຂອງຕົນຄຸ້ມຄອງ ໂດຍຕິດພັນກັບແຜນກໍານົດພະນັກງານແຕ່ລະປະເພດໃຫ້ເປັນລະບົບຕໍ່ເນື່ອງ, ຕອບສະໜອງໄດ້ຕາມຄວາມຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແລະ ໜ້າທີ່ການເມືອງຂອງບັນດາຂະແໜງການນັບທັງຂັ້ນແຂວງ ແລະ ຂັ້ນເມືອງ
ການແຕ່ງຕັ້ງ, ສັບຊ້ອນພະນັກງານຕ້ອງອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ອີງໃສມາດຕະຖານຕໍາແໜ່ງງານຕົວຈິງ ໃນກົງຈັກການຈັດຕັ້ງ ແລະ ແຜນກໍານົດພະນັກງານມີການທາບທາມຄໍາຄິດຄໍາເຫັນຂອງສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ສັບປ່ຽນບ່ອນປະຈໍາການ ຕ້ອງປະຕິບັດຕາມທິດ “ມີຂື້ນ-ມີລົງ”, “ມີເຂົ້າ-ມີອອກ”. ຄຽງຄູ່ກັນນັ້ນ ຕ້ອງຖືເປັນສໍາຄັນການປະເມີນຜົນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງພະນັກງານຕາມລະບຽບຫຼັກການຢ່າງເຂັ້ມງວດ, ເປັນປົກກະຕິ, ທັນກັບກໍານົດເວລາໂດຍສະເພາະແມ່ນພະນັກງານຢູ່ໃນແຜນກໍານົດແຕ່ລະຂັ້ນ ເພື່ອຢັ້ງຢືນດ້ານຄຸນນະພາບ.
  1. ວຽກງານກວດກາພັກ: ຄະນະພັກແຕ່ລະຂັ້ນ ຕ້ອງສຸມໃສ່ກວດກາການເຄື່ອນໄຫວຂອງການຈັດຕັ້ງຮາກຖານພັກ, ສະມາຊິກພັກ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ແລະ ກົດລະບຽບຂອງພັກ; ກວດກາປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ ແລະ ການຈັດຕັ້ງພັກ ເພື່ອສະກັດກັ້ນ, ຕ້ານ ແລະ ຕີຖອຍປະກົດການອາດຍາສິດ, ສໍ້ລາດບັງຫຼວງ ໄປພ້ອມກັບການແກ້ໄຂຜົນການກວດກາບົນພື້ນຖານກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງເຂັ້ມງວດ.
  1. ສືບຕໍ່ຂະຫຍາຍການສຳພັນເສດຖະກິດ ແລະ ຮ່ວມມືພາຍໃນ ໃຫ້ແຂງແຮງ:
ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ໃນການພັດທະນາ ລະຫວ່າງ ແຂວງຈຳປາສັກ ກັບບັນດາກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຜ່ານມາ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດ ໄປຄຽງຄູ່ກັບການສືບຕໍ່ຂະຫຍາຍການສຳພັນເສດຖະກິດກັບບັນດາແຂວງຕ່າງໆ ຕື່ມອີກໃນທົ່ວປະເທດ ເພື່ອແລກປ່ຽນບົດຮຽນດ້ານການພັດທະນາ, ສ້າງຖານການຜະລິດໃຫ້ໃຫຍ່ຂຶ້ນ, ເຕົ້າໂຮມການສະໜອງສິນຄ້າ, ເຊື່ອມຈອດການທ່ອງທ່ຽວ ແລະ ຮ່ວມກັນສ້າງເງື່ອນໄຂ ອໍານວຍຄວາມສະດວກດ້ານການບໍລິການຮ່ວມທີ່ເຂັ້ມແຂງ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສົງຄົມ ໃຫ້ບັນລຸຄາດໝາຍ.
  1. ວຽກງານການພົວພັນຮ່ວມມືສາກົນ:
     ສືບຕໍ່ຢືດໝັ້ນແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາ ແລະ ຖືການທູດປ້ອງກັນເຫດເປັນທິດສຳຄັນ; ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃກ້ຄຽງ ບົນພື້ນຖານການເຄົາລົບເອກະລາດ, ອໍານາດອະທິປະໄຕ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
      ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ກັບ​ບັນ​ດາ​ແຂວງ ​ພາກ​ກາງ-ພາກ​ໃຕ້ ສ​ສ. ຫວຽດ​ນາມ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ໂດຍຊຸກຍູ້ ພະແນກການ, ​ນະຄອນ ແລະ ບັນດາເມືອງ ຫັນເປັນແຜນງານ, ໂຄງການອັນລະອຽດ ເພື່ອເຮັດໃຫ້ການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນ. ພ້ອມນັ້ນ ກໍສືບຕໍ່ ຮ່ວມມືກັບ 4 ແຂວງ-ນະຄອນ ຂອງ ສປ ຈີນ ແລະ ຮ່ວມມືກັບບັນດາແຂວງ ອາຣັງກາຍ ປະເທດມົງໂກລີ ໃຫ້ເກີດມີໝາກຜົນຕົວຈິງ.
       ເພີ່ມທະວີການພົວພັນມິດຕະພາບກັບບັນດາປະເທດໃກ້ຄຽງ ໂດຍສຸມໃສ່ຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ລາວ-ໄທ ຕິດພັນກັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ