ການນຳແຂວງຈຳປາສັກ ຢ້ຽມຢາມ ແລະ ພົບປະການນຳແຂວງເທື່ອທຽນເຫວ້

01/12/2023

ການນຳແຂວງຈຳປາສັກ ຢ້ຽມຢາມ ແລະ ພົບປະການນຳແຂວງເທື່ອທຽນເຫວ້

        ການນຳແຂວງຈຳປາສັກ ຊຶ່ງນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະການນຳແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໃນວັນທີ 26 ມິຖຸນາ ນີ້, ໂດຍໄດ້ການຕ້ອນຮັບອັນອົບອຸ່ນຈາກ ທ່ານ ເລ ເຈຶອງ ລິວ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ ຫົວໜ້າຄະນະຜູ້ແທນສະພາ ແຫ່ງຊາດແຂວງເທື່ອທຽນເຫວ້ ພ້ອມດ້ວຍຄະນະນຳຂອງແຂວງ ເທື່ອທຽນເຫວ້.  ໃນການພົບປະນີ້, ຫົວໜ້າຄະນະຜູ້ແທນຂອງສອງຝ່າຍໄດ້ມີຄຳເຫັນ ໂດຍໄດ້ແຈ້ງໃຫ້ຊາບສະພາບໂດຍ ລວມກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຕີລາຄາຄືນ ບັນດາໝາກຜົນການຮ່ວມມື ສອງຝ່າຍໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍໄດ້ແລກປ່ຽນບາງຄຳເຫັນສຳຄັນ ສຳລັບທິດທາງການຮ່ວມມື ລະຫວ່າງແຂວງຈຳປາສັກ ກັບ ແຂວງເທື່ອທຽນເຫວ້ ໄລຍະ 2022-2026 ຈະໄດ້ສືບຕໍ່ການຮວ່ມມືດ້ານການເມືອງ, ການສຶກສາ, ການຮວ່ມມືທາງດ້າຍເສດຖະກິດ ແມ່ນຈະໄດ້ສົ່ງເສີມດ້ານການຄົມມະນາຄົມ ບໍລິການຂົນສົ່ງໂລຈິສຕິກ, ທ່າກ່ຳປັ່ນນ້ຳເລິກ ແລະ ການຮ່ວມມືວຽກງານວັດທະນະທຳ ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ເພື່ອໃຫ້ການຮ່ວມມືດັ່ງກ່າວ ໄດ້ຈັດຕັ້ງປະຕິບັດແຕກດອກອອກຜົນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.  ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ຄະນະພັກ, ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ຍັງຕີລາຄາສູງຕໍ່ການພົບປະເຮັດວຽກສອງຝ່າຍໃນຄັ້ງນີ້ ຊຶ່ງໄດ້ເປັນຂີດໝາຍອັນສຳຄັນ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແຂວງຈຳປາສັກ ແລະ ແຂວງເທື່ອທຽນເຫວ້ ໃຫ້ນັບມື້ພັດທະນາຂຶ້ນກວ່າເກົ່າ ແລະ ໃນໂອກາດເຄື່ອນໄຫວ ຢ້ຽມຢາມແຂວງເທື່ອທຽນເຫວ້ ສສ ຫວຽດນາມ, ທ່ານເຈົ້າແຂວງຈຳປາສັກ ແລະ ຄະນະ ຍັງໄດ້ຢ້ຽມຢາມເບິ່ງພື້ນຖານເສດຖະກິດທ່າກຳປັ່ນນ້ຳເລີກ, ທ່ຽວຊົມພະຣາຊະວັງເຫວ້ ທີ່ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ມີຊື່ສຽງຂອງ ແຂວງເທື່ອທຽນເຫວ້ ກໍຄື ຂອງປະເທດຫວຽດນາມ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100