ແຂວງຈຳປາສັກ ແລະ ນະຄອນດານັງ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

01/12/2023

ແຂວງຈຳປາສັກ ແລະ ນະຄອນດານັງ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

        ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ນຳພາຄະນະຜູ້ແທນແຂວງຈຳປາສັກ ເຂົ້າຢ້ຽມຢາມ, ພົບປະ ທ່ານ ເລ ຈຸງ ຈິງ ປະທານຄະນະກຳມະການປະຊາຊົນນະຄອນດານັງ ພ້ອມດ້ວຍຄະນະ ໃນວັນທີ 24 ມິຖຸນາ 2023 ນີ້ ທີ່ນະຄອນດານັງ ສສ ຫວຽດນາມ ໃນໂອກາດທີ່ມາຢ້ຽມຢາມເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນດານັງ ແລະ ແຂວງຈຳປາສັກ.  ໃນການພົບປະນີ້, ທ່ານ ເລ ຈຸງ ຈິງ ໄດ້ສະແດງຄວາມຍິນດີ ແລະ ໃຫ້ຕ້ອນຮັບ ທ່ານ ວິໄລວົງ ບຸດດາຄຳ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມໃນຄັ້ງນີ້; ພ້ອມກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງນະຄອນ; ພ້ອມທັງຕີລາຄາສູງ ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນດານັງ ແລະ ແຂວງຈຳປາສັກ ທີ່ນັບມື້ນັບພັດທະນາ ແລະ ເຊື່ອໝັ້ນວ່າ ໃນໄລຍະຕໍ່ໜ້າທີ່ຈະມາເຖິງ, ບັນດາເນື້ອໃນທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໄລຍະ 2023-2027 ລະຫວ່າງ 2 ທ້ອງຖິ່ນຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນບັນດາເນື້ອໃນສຳຄັນເຊັ່ນ ການຮ່ວມມືດ້ານການສຶກສາ, ເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນ ແລະ ການບໍລິການ ການທ່ອງທ່ຽວ ແລະ ຫວັງວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ ບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ເພື່ອຊຸກຍູ້ການພັດທະນາຮ່ວມຂອງແຕ່ລະທ້ອງຖິ່ນ ແລະ ສືບຕໍ່ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ ຂອງສອງປະເທດ ຫວຽດນາມ - ລາວ.  ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ໄດ້ຮັບກຽດຕ້ອນຮັບ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນຈາກຄະນະພັກ, ຄະນະກໍາມະການປະຊາຊົນ ແລະ ປະຊາຊົນນະຄອນດານັງ, ຈາກນັ້ນ ທ່ານໄດ້ໃຫ້ຮູ້ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ວິໃສທັດ ຮອດປີ 2030 ແລະ ຍຸດທະສາດການພັດທະນາ ແຂວງຈຳປາສັກ ຮອດປີ 2025, ພ້ອມກັນນັ້ນ ທ່ານເຈົ້າແຂວງຈຳປາສັກ ແລະ ຄະນະ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ, ເຮັດວຽກ ທີ່ນະຄອນດານັງ ໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນສໍາຄັນ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈໍາປາສັກ ແລະ ນະຄອນດານັງ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ແລະ ໃນການຢ້ຽມຢາມນະຄອນດານັງ, ທ່ານເຈົ້າແຂວງຈຳປາສັກ ແລະຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ເຂດອຸດສາຫະກຳນະຄອນດານັງ DA NANG HI-TECH PARK, INFORMATION TECHNOLOGY PARK AND INDUSTRIAL ZONES (DHPIZA) ແລະ ເຂົ້າຮ່ວມຊົມເທດສະການດອກໄມ້ໄຟສາກົນດານັງ 2023 ອີກດ້ວຍ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ