ຈໍາປາສັກ-ກອນຕູມ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

30/11/2023

ຈໍາປາສັກ-ກອນຕູມ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

        ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກອນຕຸມ ສສ ຫວຽດນາມ ໃນວັນທີ 26 ກັນຍາ 2023 ເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມື ສອງຝ່າຍ ໄລຍະ 2023-2027 ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ ສະຫາຍ ອາ ເບີດ ຮອງເລຂາ ຜູ້ປະຈຳການພັກແຂວງກອນຕູມ, ສະຫາຍ ເລ ງອກ ຕ໋ວນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນແຂວງກອນຕູມ ແລະ ຜູ້ແທນສອງຝ່າຍ ເຂົ້າຮ່ວມ.  ໃນການພົບປະຢ້ຽມຢາມຄັ້ງນີ້, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ໝາກຜົນການຮ່ວມມືລະຫວ່າງອົງການປົກຄອງແຂວງຈຳປາສັກ ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງກອນຕູມ ສສ ຫວຽດນາມ ໄລຍະຜ່ານມາ ແລະ ເນື້ອໃນການຮ່ວມມືໃນຕໍ່ໜ້າ ໂດຍມີການແລກປ່ຽນຄຳເຫັນ ເພື່ອຄວາມເປັນເອກະພາບ ດ້ານເນື້ອໃນການຮ່ວມມື ໄລຍະ 2023-2027 ແນໃສ່ສືບຕໍ່ເພີ່ມທະວີ, ຮັດແໜ້ນ ແລະ ພັດທະນາສາຍພົວພັນ ມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ການພົວພັນ ແລະ ຮ່ວມມື ຂອງສອງແຂວງຈໍາປາສັກ ແລະ ກອນຕູມ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະ ສິດທິຜົນຍິ່ງໆຂຶ້ນ.  ໄລຍະຜ່ານມາ, ການພົວພັນ ແລະ ຮ່ວມມືສອງແຂວງຈຳປາສັກ ແລະ ກອນຕຸມ ໄດ້ຈັດຕັ້ງຄະ ນະຜູ້ແທນຂັ້ນສູງຜັດປ່ຽນກັນມາຢ້ຽມຢາມ, ພົບປະເຮັດວຽກແລກປ່ຽນບົດຮຽນ ແລະ ເຊັນບົດບັນ ທຶກຊ່ວຍຈໍາການຮ່ວມມືເປັນປົກກະຕິ. ໃນປີ 2023, ຄະນະຜູ້ແທນແຂວງກອນຕູມ ໄດ້ເຂົ້າຮ່ວມ ເວທີປາໄສ ການເຊື່ອມໂຍງ-ເຊື່ອມຈອດ ຊຸກຍູ້ການຮ່ວມມື, ການລົງທຶນ, ການທ່ອງທ່ຽວລາວ-ຫວຽດ ນາມ-ໄທ ແລະ ຢ້ຽມຢາມອວຍພອນປີໃໝ່ລາວ, ພ້ອມທັງ ໄດ້ມອບເງິນ 400 ລ້ານດົງ ໃຫ້ແກ່ປະຊາ ຊົນທຸກຍາກແຂວງຈຳປາສັກ, ຊ່ວຍແຂວງຈຳປາສັກກວ່າ 1,6 ຕື້ດົງ ເພື່ອສ້າງ Website, ຊ່ວຍເຫລືອກໍ່ສ້າງຊັບພະຍາກອນມະນຸດໃຫ້ແຂວງຈຳປາສັກ 15 ທຶນ ຕໍ່ປີ ໃນການຮຽນພາສາຫວຽດ ແລະ ຮຽນວິຊາສະເພາະທີ່ສາຂາມະຫາວິທະຍາໄລດານັງ ແຂວງກອນຕູມ ແລະ ແຂວງຈຳປາສັກ ໄດ້ຊ່ວຍເຫຼືອກໍ່ສ້າງພະນັກງານ ແຂວງກອນຕູມ ໃນການບຳລຸງພາສາລາວ 9 ເດືອນ ແລະ ສອງຝ່າຍໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາວິສາຫະກິດ ຂອງສອງແຂວງ ຊອກຮູ້ໂອກາດການຮ່ວມມື ແລະ ການລົງທຶນ, ການເຊື່ອມຈອດ ແລະ ການທ່ອງທ່ຽວ, ສອງແຂວງໄດ້ແຕ່ງຕັ້ງວິສາຫະກິດເຂົ້າຮ່ວມວາງສະແດງສິນຄ້າ ທີ່ສອງແຂວງໄດ້ຈັດຂຶ້ນໃນແຕ່ລະປີ  ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງກອນຕູມ ໄລ ຍະ 2022-2027 ຫົວໜ້າຄະນະຜູ້ແທນສອງຢ່າຍ ຍັງໄດ້ລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືຫລາຍຂົງເຂດ ໂດຍຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືທາງດ້ານການເມືອງ, ການທູດ ໃຫ້ເຂົ້າສູ່ລວງເລິກ, ຕິດພັນກັນຢ່າງສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈ ໃຫ້ໄດ້ປະສິດທິຜົນສູງກວ່າເກົ່າ, ການຮ່ວມມືທາງດ້ານເສດຖະກິດ ຈະເພີ່ມທະວີເປີດກວ້າງການຮ່ວມມືລະຫວ່າງສອງທ້ອງຖິ່ນ ໂດຍສະເພາະບັນດາເມືອງ, ນະຄອນ ຂອງສອງທ້ອງຖິ່ນ ໄດ້ມີການພົບປະ ແລະ ຮ່ວມມືກັນ; ຊຸກຍູ້ເຊື່ອມໂຍງ-ເຊື່ອມຈອດ ການທ່ອງທ່ຽວ ລະຫວ່າງ 2 ແຂວງ ແລະ ຜັນຂະຫຍາຍແຜນການ ພັດທະນາການ ທ່ອງທ່ຽວເຂດ 3 ຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ຊຸກຍູ້ການຮ່ວມມືຂອງຂະ ແໜງກະສິກໍາ ແລະ ພັດທະນາຊົນນະບົດ, ເພີ່ມທະວີວຽກງານແລກປ່ຽນວິຊາການ, ເຕັກນິກກໍ່ສ້າງຕົວແບບການພັດທະນາກະສິກໍາ, ຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ອື່ນໆ.  ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງກອນຕູມ, ສະຫາຍ ວິໄລວົງ ບຸດດາຄຳ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກຸ່ມຜະລິດກາເຟ, ເບິ່ງສ່ວນຖົ່ວລຽນ ທີ່ເປັນພື້ນຖານການຜະລິດ ດ້ານກະສິກຳ ຂອງແຂວງກອນຕູມ ສສ ຫວຽດນາມ ຕຶ່ມອີກ.
 
ຂ່າວ: ທັດຊະນະ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100