ປູກຕົ້ນໝາກຈອງບານ ຕິດພັນກັບການຟື້ນຟູປົກປັກຮັກສາ ອຸທິຍານແຫ່ງຊາດ ດົງຫົວສາວ

30/11/2023

ປູກຕົ້ນໝາກຈອງບານ ຕິດພັນກັບການຟື້ນຟູປົກປັກຮັກສາ ອຸທິຍານແຫ່ງຊາດ ດົງຫົວສາວ

        ພິທີປູກຕົ້ນໝາກຈອງບານ ຕິດພັນກັບການຟື້ນຟູ, ຄຸ້ມຄອງ ແລະ ປົກປັກຮັກສາ ອຸທິຍານແຫ່ງຊາດ ດົງຫົວສາວ ຈັດຂຶ້ນໃນວັນທີ 18 ພະຈິກ ຜ່ານມາ ທີ່ບ້ານນ້ຳພາກ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນຳຂອງແຂວງ, ເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.  ໃນພິທີ, ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ໄດ້ກ່າວວ່າ: ການເປີດໂຄງການຟື້ນຟູປ່າ ແລະ ປູກປ່າໃຫ້ມີຄວາມຍືນຍົງ ໂດຍສະເພາະແມ່ນການຊຸກຍູ້-ສົ່ງເສີມການປູກພັນໄມ້ໝາກຈອງບານ ກໍເພື່ອຮັກສາໄວ້ເອກະລັກ ແລະ ພັນໄມ້ໝາກຈອງບານ ໃຫ້ຄົງຢູ່ຮອດເຊັ່ນລູກເຊັ່ນຫຼານ ແລະ ທັງເປັນການສົ່ງເສີມເພື່ອໃຫ້ກາຍເປັນສິນຄ້າ ເຮັດໃຫ້ປະຊາຊົນບ້ານມີລາຍຮັບທີ່ໝັ້ນຄົງ ແລະ ຫຼຸດຜ່ອນການເຂົ້າໄປບຸກລຸກຖາງປ່າຢ່າງຊະຊາຍ; ໃນໄລຍະທີ່ຜ່ານມາ, ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຖືເອົາວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເປັນວຽກງານຍຸດທະສາດໜຶ່ງທີ່ສຳຄັນ ໂດຍສະເພາະເລັ່ງໃສ່ວຽກງານຟື້ນຟູປ່າໄມ້ທຳມະຊາດ ແລະ ການປູກປ່າ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ເປັນສິນຄ້າ ເພື່ອຫຼຸດຜ່ອນການນຳໃຊ້ໄມ້ ຈາກປ່າທຳມະຊາດ ແລະ ຮັບປະກັນການສະໜອງວັດຖຸດິບ ເຂົ້າໃນການປຸງແຕ່ງ ສ້າງລາຍຮັບ ແລະ ຄວາມຕ້ອງການຂອງຕະຫຼາດ, ຊຶ່ງຂະແໜງກະສິກຳ ແລະ ປ່າໄມ້ ໄດ້ວາງຄາດໝາຍ 5 ປີ (2021-2025) ເພື່ອສົ່ງເສີມປູກໄມ້ໃຫ້ໄດ້ 200.000 ເຮັກຕາ ແລະ ຟື້ນຟູປ່າໄມ້ ໃຫ້ໄດ້ 1,8 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຂະ ແໜງການ ໄດ້ອອກຄຳສັ່ງກ່ຽວກັບວຽກງານສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທຳມະຊາດ ສະບັບ ເລກທີ 0015/ກປ, ລົງວັນທີ 11 ກຸມພາ 2021 ເພື່ອໃຫ້ບັນລຸໄດ້ຄາດໝາຍດັ່ງກ່າວ.  ການປົກປັກຮັກສາ, ປູກ ແລະ ຟື້ນຟູປ່າໄມ້ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແມ່ນຮຽກຮ້ອງໃຫ້ມີການປະກອບສ່ວນຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ຜູ້ປະກອບການຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງໄດ້ສຸມເຫື່ອແຮງ ສະຕິປັນຍາ ຊ່ວຍກັນເຂົ້າໃນການປົກປັກຮັກສາປ່າໄມ້ທຳມະຊາດ ທີ່ມີຢູ່ແລ້ວນັ້ນ ໃຫ້ມີຄວາມໜາແໜ້ນ, ມີຄວາມປົກຫຸ້ມພື້ນທີ່ຕາມທີ່ພັກ ແລະ ລັດຖະບານ ໄດ້ວາງແຜນຄາດ ໝາຍໄວ້ໃນແຕ່ລະໄລຍະ ໃຫ້ປະກົດຜົນເປັນຈິງ ຕາມພາລະບົດບາດຂອງຕົນຢ່າງຈິງຈັງ ແລະ ຈົ່ງພ້ອມກັນ ປູກຕົ້ນໄມ້ໃນວັນນີ້ ເພື່ອໃຫ້ເປັນຕົ້ນໄມ້ໃຫຍ່ ແລະ ກາຍເປັນປ່າໃນວັນໜ້າ, ໃນນີ້ ໝາກຈອງບານ ກໍເປັນໄມ້ທີ່ໃຫ້ຄວາມຮົ່ມເຢັນ, ເປັນແຫຼ່ງອາຫານ, ເປັນຢາປົວພະຍາດ ພ້ອມທັງເປັນແຫຼ່ງລາຍຮັບຂອງປະຊາຊົນບັນດາເຜົ່າ ອີກດ້ວຍ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100