ການ​​ນຳພາຈັດ​ຕັ້ງປະຕິບັດພາລະ​ບົດບາດ​​ເປັນເສນາ​ທິການໃຫ້ແກ່ອົງຄະນະພັກແຂວງ ແລະ ອົງການປົກຄອງແຂວງ

18/12/2022

ການ​​ນຳພາຈັດ​ຕັ້ງປະຕິບັດພາລະ​ບົດບາດ​​ເປັນເສນາ​ທິການໃຫ້ແກ່ອົງຄະນະພັກແຂວງ ແລະ ອົງການປົກຄອງແຂວງ

 ການ​​ນຳພາຈັດຕັ້ງປະຕິບັດພາລະບົດບາດ​​ເປັນເສນາທິການໃຫ້ແກ່ອົງຄະນະພັກແຂວງ ແລະ ອົງການປົກຄອງແຂວງ. ຫ້ອງ​ວ່າການ​ແຂວງ ຍາມ​ໃດ​ກໍ່​ຖື​ວ່າການ​ເຮັດ​ໜ້າທີ່​, ພາລະບົດບາດເປັນ​ເສນາ​ທິການ​ທີ່​ດີ​ແມ່ນ​ເປັນ​ວຽກ​ງານ​ໃຈກາງ​ທີ່​ຕ້​ອງ​ໄດ້​ເອົາ​ໃຈ​ໃສ່​ນຳພາ​​-ຊີ້​ນຳຢ່າງ​ເປັນ​ປະຈຳ, ກ່ອນ​ອື່ນ​ໝົດໄດ້​ເປັນ​ເຈົ້າ​ການຊ່ວຍຄະນະພັກແຂວງສ້າງແລະ​ປັບປຸງ​ບັນດາ​ຂໍ້​ກຳນົດກ່ຽວ​ກັບ​ລະບອບ​​ແບບ​ແຜນວິທີ​ນຳພາ ​ແລະ​ ວິທີ​ເຮັດ​ວຽກ​; ປະສານສົມທົບ​​​ກັບ​ບັນ ດາ​ພະແນກການ, ​ອົງການແລະຮາກຖານພັກທົ່ວແຂວງ ເພື່ອສັງລວມສະໜອງຂໍ້ມູນດ້ານເນື້ອໃນໃຫ້ແກ່ການເປີດ​ກອງ​ປະ ຊຸມ​ຄົບຄະນະບໍລິຫານງານພັກແຂວງ-ອົງການປົກຄອງແຂວງໃນແຕ່ລະຄັ້ງ,​ ເຮັດ​ໃຫ້​ເອກະສານ​ສ່ວນ​ໃຫຍ່ທີ່​ສະ​ເໜີ​ຕໍ່​ບັນດາ​ກອງ​ປະຊຸມ​ເຫຼົ່າ​ນັ້ນນັບມື້​ມີ​ຂໍ້​ມູນ​ຄົບຖ້ວ​ນ, ຊັດ​ເຈນ, ສາມາດຮັບປະກັນດ້ານ​ເນື້ອ​ໃນ​ດີ​ຂຶ້ນ; ພ້ອ​ມກັນ​ນັ້ນຍັງ​ເຮັດ​ໜ້າ​ທີ່​ຕິດຕາມ​, ສັງ​ລວມການ​ຜັນ​​ແປ​ຂອງສະພາບ​ການທີ່​ພົ້ນ​ເດັ່ນ​​ທັງ​ຢູ່​ພາຍ​ໃນ ແລະ​ ຕ່າງປະ​ເທດ ​ສະໜອງ​ໃຫ້​ຄະນະປະພັກແຂວງຢ່າງ​ເປັນ​ປະຈຳ ເພື່ອ​ຊີ້​ນຳ​ແຕ່ລະ​ຂົງ​ເຂດ​ໃຫ້ຖືກຕ້ອງ ​ແລະ ​ຊັດ​ເຈນ​ກວ່າ​​ເກົ່າ;ນອກນັ້ນຍັງເປັນເຈົ້າການເຂົ້າຮ່ວມ​ໃນ​ການ​ກະກຽມ​ສະ​ເຫຼີມສະຫຼອງ​​ວັນ​ສຳຄັນຕ່າງໆຂອງ​ພັກ​, ຂອງຊາດ.
ການ​ບໍລິການ​ຮັບ​ໃຊ້​ການ​ນໍາ ເປັນ​ໜຶ່ງ​ໃນ​ພາລະ​ບົດ​ບາ​ດສໍາຄັນທັງ​ເປັນ​ປັດ​ໄຈ​ທີ່​ສົ່ງ​ຜົນ​ໂດຍ​ກົງ​ເຖິງ​ຄຸນ​ນະພາ​ບ​ໃນ​ການ​ເຄື່ອນ​ໄຫວ​ນຳພາ​ຊີ້​ນຳຂອງຄະນະພັກແຂວງ ກໍ່​ຄື​ບັນດາ​ສະຫາຍ​ການ​ນຳ​ ເວົ້າສະ​ເພາະ.​ ໃນໄລຍະຜ່ານມາ, ຄະນະ​ພັກຮາກຖານຫ້ອງ​ວ່າການ ​ຍາມ​ໃດ​ກໍ່​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​​ຄວາມ​ສາມາດ ​ແລະ​ ຍົກ​ສູງຄຸນ​ນະພາ​ບຂອງ​ວຽກ​ງານ​ນີ້, ເພື່ອຮັບ ປະກັນ​ການ​ປ​ະຕິ​ບັດບັນດາ​ລະບອບ​ນະ​​ໂຍບາຍ​ຕ່າງໆນັບ​ທັງ​ລະບອບ​ທີ່​ມີ​ລັກສະນະ​ສ​ະເພາະ ​ແລະ ລັກສະນະ​ກວມ​ລວມຢ່າງ​ຖືກຕ້ອງ​ ແລະ ຄົບ​ຖ້ວນ​ເຊັ່ນ: ການປະກອບພາຫະ​ນະ, ອຸປະກອນເຕັກນິກ, ງົບປະມານ, ເນື້ອໃນ ​ແລະ ບ່ອນເຮັດວຽກເພື່ອອຳນວຍ​ຄວາມ​ສະດວກ​​​ໃຫ້ແກ່ການເຄື່ອນໃຫວ​ວຽກ​ຂອງການນຳ ຢູ່​ພາຍ​ໃນ ​ແລະ​ຕ່າງປ​ະເທດ, ພ້ອມທັງຮັບປະ ກັນດ້ານພິທີການໃຫ້ມີຄວາມວ່ອງໄວຂຶ້ນ.
​ພວກເຮົາຍັງ​ໄດ້​ປະສານ​ສົມທົບກັບພະແນກການຕ່າງປະເທດ, ເພື່ອ​​ກະກຽມດ້ານ​ເນື້ອ​ໃນ ​ແລະ ​​​ເງື່ອນ​ໄຂ​ຕ່າງໆໃຫ້​ແກ່​ການ​​​ພົບ​ປະເຮັດວຽກຂອງການນຳຂັ້ນສູງຂອງແຂວງ ກັບຄະນະນຳຂອງບັນດາປະເທດເພື່ອນມິດ ແລະ ປະເທດໄກ້ຄຽງ, ເຊິ່ງ​ເຮັດ​​ໃຫ້ການ​ພົບ​ປະ​ແຕ່​ລະ​ຄັ້ງ​​ໄດ້​ຮັບ​ຜົນສຳ​ເລັດອັນ​ຈົບງາມ, ​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​​​ແລະ ເສີມຂະຫຍາ​ຍ​ການ​ຮ່ວມ​ມືໄດ້ເປັນຢ່າງດີ, ນອກນີ້ຍັງໄດ້​ມີ​ການ​ປະສານ​ງານ​ກັບ​ບັນດາ​ພາ​ກສ່ວນທີ່​ກ່ຽວ​ຂ້ອງອື່ນໆປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ​ຮັບປະກັນຄວາມ​ປອດ​ໄພ​​ໃນລະດັບ​ສູງ​ໃຫ້​ແກ່​ການ​ນຳບໍ່​ວ່າ​ຈະ​ແມ່ນ​ການດຳລົງ​ຊີວິດ ​ແລະ ​ການ​ໄປ​ເຄື່ອນ​ໄຫວວຽກ​ງານຕ່າງໆ, ການຕິດ​ຕາມ​ກວດກາສຸຂະພາບ ຫຼື​​ ປິ່ນປົວຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ຕາມ​ລະບອບ​ນະ​ໂຍບາຍ ແລະ ​ຕາມ​ສະພາບ​ຕົວ​ຈິງ​ໄດ້ເປັນ​ຢ່າງ​ດີ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ

rokokbet

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

slot gacor

situs toto slot gacor Slot Thailand Slot777 Slot Gacor Pg Soft Slot Gacor Slot88 Slot Online Terlengkap slot gacor Slot777 Deposit Via Dana slot online Slot Gacor Bet 100